关于战略环境评估的决定

ຂໍ້ຕົກລົງ ວ່າດ້ວຍ ການປະເມີນສິ່ງແວດລ້ອມແບບຍຸດທະສາດ

Decision on Strategic Environmental Assessment

简介

本决定由自然资源与环境部依据《环境保护法》制定,规定战略环境评估的原则与程序,要求相关部门和地方在制定或审议政策、战略和规划时纳入环境工作,以避免或减少对环境的影响,推动经济社会绿色、可持续发展。 【OCR识别·机器翻译,未经律师终审,以官方PDF为准】

Summary

This decision, issued by the Ministry of Natural Resources and Environment under the Environmental Protection Law, stipulates principles and procedures for strategic environmental assessment, requiring relevant agencies and localities to incorporate environmental considerations when formulating or reviewing policies, strategies, and plans to avoid or reduce environmental impacts and promote green, sustainable economic and social development.

ບົດສະຫຼຸບ

ຄຳສັ່ງສະບັບນີ້ ອອກໂດຍກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອີງໃສ່ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ກຳນົດຫຼັກການ ແລະ ຂັ້ນຕອນການປະເມີນສິ່ງແວດລ້ອມຍຸດທະສາດ, ຮຽກຮ້ອງໃຫ້ຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ເຊື່ອມໂຍງວຽກງານສິ່ງແວດລ້ອມ ເຂົ້າໃນການຈັດຕັ້ງ ຫຼື ການທົບທວນນະໂຍບາຍ, ຍຸດທະສາດ ແລະ ແຜນການ, ເພື່ອຫຼີກເວັ້ນ ຫຼື ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ໃຫ້ເປັນສີຂຽວ ແລະ ຍືນຍົງ.

条文

第1条

目的。本决定规定战略环境评估的原则与程序,以使相关部门和地方将环境工作纳入本部门政策、战略和规划的制定或审议过程,旨在避免或减少对环境的影响,并促使经济社会发展沿绿色、可持续方向进行。

ພາສາລາວ (老挝语原文)

ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ ແລະ ຂັ້ນຕອນ ການປະເມີນສິ່ງແວດລ້ອມ ແບບຍຸດທະສາດ ເພື່ອໃຫ້ ຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ນຳເອົາວຽກງານສິ່ງແວດລ້ອມ ເຂົ້າໃນຂະບວນການສ້າງ ຫຼື ທົບທວນ ນະໂຍບາຍ, ຍຸດທະສາດ ແລະ ແຜນງານ ຂອງຂະແໜງການຕົນ ແນໃສ່ຫຼີກເວັ້ນ ຫຼື ຫຼຸດຜ່ອນ ຜົນກະທົບຕໍ່ສິ່ງແວດລ້ອມ ທັງເປັນການປະກອບສ່ວນໃຫ້ ການພັດທະນາເສດຖະກິດ-ສັງຄົມ ດຳເນີນຕາມທິດສີຂຽວ ແລະ ຍືນຍົງ.

第2条

战略环境评估。战略环境评估,是在制定政策、战略和规划时对可能产生的环境影响进行预估的过程,其中包括对与气候变化影响相关问题的考量。该影响评估须指明避免或减少对环境产生影响的方法和措施,以期实现可持续发展目标。

ພາສາລາວ (老挝语原文)

ການປະເມີນສິ່ງແວດລ້ອມແບບຍຸດທະສາດ ການປະເມີນສິ່ງແວດລ້ອມແບບຍຸດທະສາດ ແມ່ນຂະບວນການ ຄາດຄະເນຜົນກະທົບ ທີ່ອາດຈະເກີດຂຶ້ນຕໍ່ ສິ່ງແວດລ້ອມ ໃນເວລາວາງນະໂຍບາຍ, ຍຸດທະສາດ ແລະ ແຜນງານ ຊຶ່ງລວມເອົາການພິຈາລະນາບັນຫາ ທີ່ພົວພັນກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດ. ການປະເມີນຜົນກະທົບດັງກ່າວ ຕ້ອງຊີໃຫ້ເຫັນວິທີ ການ, ມາດຕະການຫຼີກເວັນ ຫຼື ຫຼຸດຜ່ອນຜົນກະທົບທີ່ຈະເກີດຂຶ້ນຕໍ່ສິ່ງແວດລ້ອມ ແນໃສ່ບັນລຸເປົ້າໝາຍການ ພັດທະນາແບບຍືນຍົງ.

第3条

词语释义。本决定所用词语含义如下:1. 环境问题,指因经济社会发展过程而受到影响的环境,包括废弃物增加、水和空气质量下降、土壤化学物质污染、森林覆盖面积退化减少、生物多样性丧失及气候变化。2. 可持续发展,指经济社会发展与环境保护并行,且不对未来世代产生影响。3. 相关部门和地方,指制定或审议本部门政策、战略和规划的各部委、地方行政机关。4. 主要环境问题,指在国家及区域层面对社会与自然的可持续性产生影响的问题。5. 绿色增长,指可持续利用自然资源的经济增长。6. 影响,指对环境、社会与自然产生的正面和负面影响,或直接和间接影响。7. 原始数据,指在制定及实施政策、战略和规划之前已有的数据。8. 环境要素,指自然环境和人工创造的环境。

ພາສາລາວ (老挝语原文)

ການອະທິບາຍຄຳສັບ ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ: 1. ບັນຫາສິ່ງແວດລ້ອມ ໝາຍເຖິງ ສິ່ງແວດລ້ອມທີ່ໄດ້ຮັບຜົນກະທົບ ຈາກຂະບວນການພັດທະນາເສດຖະ ກິດ-ສັງຄົມ. ບັນຫາດັງກ່າວປະກອບມີ ການເພີ່ມຂຶນຂອງສິ່ງເສດເຫຼືອ, ການຫຼຸດລົງຂອງຄຸນນະພາບນ້ຳ ແລະ ອາກາດ, ການປົນເປືອນຂອງສານເຄມີຢູໃນດິນ, ການຫຼຸດພ້ອຍຖອຍລົງ ຂອງເນື້ອທີ່ປົກຫຸ້ມປ່າ ໄມ້, ການສູນເສຍຊີວະນາໆພັນ ແລະ ການປ່ຽນແປງດິນຟ້າອາກາດ. 2. ການພັດທະນາແບບຍືນຍົງ ໝາຍເຖິງ ການພັດທະນາ ເສດຖະກິດ-ສັງຄົມ ໄປຄຽງຄູ່ກັບການປົກປັກຮັກ ສາ ສິ່ງແວດລ້ອມທີ່ບໍ່ມີຜົນກະທົບຕໍ່ຄົນຣຸ້ນຕໍ່ໆໄປໃນອະນາຄົດ; 3. ຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ໝາຍເຖິງ ບັນດາກະຊວງ, ອົງການປົກຄອງທ້ອງຖິ່ນທີ່ສ້າງ ຫື ທົບທວນ ນະໂຍບາຍ, ຍຸດທະສາດ ແລະ ແຜນງານຂອງຕົນ; 4. ບັນຫາຕົ້ນຕໍ່ດ້ານສິ່ງແວດລ້ອມ ໝາຍເຖິງ ບັນຫາທີ່ມີຜົນກະທົບຕໍ່ຄວາມຍືນຍົງຂອງສັງຄົມ ແລະ ທຳມະ ຊາດ ໃນລະດັບປະເທດ ແລະ ເຂດແຄວັ້ນ; 5. ການເຕີບໂຕສີຂຽວ ໝາຍເຖິງ ການຂະຫຍາຍຕົວທາງດ້ານເສດຖະກິດ ທີ່ມີການນຳໃຊ້ ຊັບພະຍາກອນ ທຳມະຊາດ ໃຫ້ມີຄວາມຍືນຍົງ. 6. ຜົນກະທົບ ໝາຍເຖິງ ຜົນກະທົບທາງບວກ ແລະ ທາງລົບ ຫຼື ທາງກົງ ແລະ ທາງອ້ອມ ຕໍ່ສິ່ງ ແວດລ້ອມ ສັງຄົມ ແລະ ທຳມະຊາດ; 7. ຂໍ້ມູນຕັ້ງເດີມ ໝາຍເຖິງ ຂໍ້ມູນທີ່ມີກ່ອນ ການສ້າງ ແລະ ຈັດຕັ້ງປະຕິບັດນະໂຍບາຍ, ຍຸດທະສາດ ແລະ ແຜນງານ; 8. ອົງປະກອບສິ່ງແວດລ້ອມ ໝາຍເຖິງ ສິ່ງແວດລ້ອມທຳມະຊາດ ແລະ ມະນຸດສ້າງຂຶນ.

第4条

基本原则。战略环境评估须遵循以下基本原则:1. 相关部门和地方的政策、战略和规划,须满足国家经济社会发展愿景、战略和规划,以及国家环境保护愿景、战略和规划的目的与预期目标。2. 政策、战略的管理与实施体系须相互协调,以避免可能对环境造成影响的漏洞。3. 保障相关部门和地方,以及可能受政策、战略和规划制定与实施影响的人民,积极参与并发挥参与作用。4. 相关部门和地方制定政策、战略和规划,须与战略环境评估并行开展。

ພາສາລາວ (老挝语原文)

ຫຼັກການພື້ນຖານ ການປະເມີນສິ່ງແວດລ້ອມແບບຍຸດທະສາດ ຕ້ອງດຳເນີນຕາມຫຼັກການພື້ນຖານ ດັງນີ: 1. ນະໂຍບາຍ, ຍຸດທະສາດ ແລະ ແຜນງານ ຂອງຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ຕ້ອງຕອບສະ ຫງອງໃຫ້ແກ່ ຈຸດປະສົງ ແລະ ຄາດຫາຍຂອງວິໄສທັດ, ຍຸດທະສາດ ແລະ ແຜນການພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ລວມທັງວິໄສທັດ, ຍຸດທະສາດ ແລະ ແຜນການປົກປັກຮັກສາສິ່ງແວດລ້ອມແຫ່ງ ຊາດ, 2. ລະບົບການຄຸ້ມຄອງ ແລະ ການຈັດຕັງປະຕິບັດ ນະໂຍບາຍ, ຍຸດທະສາດ ຕ້ອງສອດຄ່ອງກັນ ເພື່ອຫຼີກ ເວັ້ນຊ່ອງຫວ່າງ ທີ່ອາດຈະກໍ່ໃຫ້ເກີດຜົນກະທົບຕໍ່ສິ່ງແວດລ້ອມ; 3. ຮັບປະກັນການເຂົ້າຮ່ວມ ແລະ ມືສ່ວນຮ່ວມຢ່າງຕັ້ງ້າຂອງຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ລວມທັງປະຊາຊົນທີ່ອາດຈະໄດ້ຮັບຜົນກະທົບຈາກການສ້າງ ແລະ ຈັດຕັ້ງປະຕິບັດນະໂຍບາຍ, ຍຸດທະ ສາດ ແລະ ແຜນງານດັ່ງກ່າວ; 4. ການສ້າງນະໂຍບາຍ, ຍຸດທະສາດ ແລະ ແຜນງານ ຂອງຂະແຫງການ ແລະ ທ້ອງຖິນທີ່ກ່ຽວຂ້ອງ ຕ້ອງ ດຳເນີນໄປຄຽງຄູ່ກັບການປະເມີນສິ່ງແວດລ້ອມແບບຍຸດທະສາດ.

第5条

适用范围。本决定适用于负责制定及实施政策、战略和规划的相关部门和地方。

ພາສາລາວ (老挝语原文)

ຂອບເຂດການນຳໃຊ້ ຂໍ້ຕົກລົງສະບັບນີ້ນຳໃຊ້ສຳລັບຂະແຫງການ ແລະ ທ້ອງຖິນທີ່ກ່ຽວຂ້ອງ ທີ່ມືຫ້າທີ່ຮັບຜິດຊອບໃນການສ້າງ ແລະ ຈັດຕັ້ງປະຕິບັດ ນະໂຍບາຍ, ຍຸດທະສາດ ແລະ ແຜນງານ. ຫວດທີ 2 ການປະເມີນສິ່ງແວດລ້ອມແບບຍຸດທະສາດ

第6条

战略环境评估的步骤。战略环境评估包括以下步骤:1. 筛选。筛选是为了甄选并确定在制定和调整政策、战略和规划时可能产生影响的环境问题。但经预估认为可能不会对环境产生影响的情形除外,无需进行战略环境评估。开展筛选须依据政策、战略和规划的目的、目标及其特点,并与各领域的环境保护相关联。其中须明确界定哪些问题需要或不需要进行战略环境评估,然后送交自然资源与环境部门审议并提出技术意见。2. 评估范围的确定。评估范围的确定是为了甄选、确定并预估环境要素,并就生物多样性、人民健康、土壤和水质量以及气候变化等各项主题寻找最佳方案。在确定评估范围时,须对影响程度予以核定,同时提出适宜方案,并与自然资源与环境部门协调配合。3. 数据采集。相关部门和地方在制定政策、战略和规划时,须采集有关环境、经济社会的原始数据及相关文件,作为预估实施可能产生影响的依据。4. 寻找方案。寻找方案是为了甄选出最佳方案,并为政策、战略和规划的制定和调整确定适宜措施。该甄选须明确区分影响,即哪些问题须避免或减少,尤其是对人民的生命、健康、生计、住所和财产,文化历史遗产,自然资源,生态系统及气候变化的影响。5. 编制战略环境评估报告。相关部门和地方在制定政策、战略和规划时,须编制本部门的战略环境评估报告,使其符合战略环境评估的基本原则、《环境保护法》及其他相关法律。战略环境评估须体现经济社会及环境方面的指标。6. 咨询。相关部门须就政策、战略和规划的制定与实施,与相关部门、地方及可能受影响的人民举行咨询会议,并汇总与会者意见,对咨询所得加以评估,然后送交自然资源与环境部门审议。7. 战略环境评估报告的核定。自然资源与环境部门负责研究审议并就战略环境评估报告提出建议,尤其是依相关部门和地方的提请、并在听取各方意见(依本条第6项规定)之后,就避免或减少对环境产生影响的方法和措施提出建议,作为修改该战略环境评估报告的依据。如有必要,自然资源与环境部门可启用专门领域专家委员会,对相关部门和地方的战略环境评估报告进行技术核定审议。

ພາສາລາວ (老挝语原文)

ຂັ້ນຕອນການປະເມີນສິ່ງແວດລ້ອມແບບຍຸດທະສາດ ການປະເມີນສິ່ງແວດລ້ອມແບບຍຸດທະສາດ ປະກອບດ້ວຍຂັ້ນຕອນ ດັງນີ: 1. ການກັນກອງ ການກັນກອງ ແມ່ນເພື່ອເລືອກເຟັນ ແລະ ກຳນົດ ບັນຫາສິ່ງແວດລ້ອມ ທີ່ອາດຈະສິ່ງຜົນກະທົບ ໃນ ເວລາສ້າງ ແລະ ປັບປຸງນະໂຍບາຍ, ຍຸດທະສາດ ແລະ ແຜນງານ. ເວັ້ນເສຍໃນກໍລະນີຄາດຄະເນເຫັນວ່າ ອາດບໍ່ມືຜົນກະທົບຕໍ່ສິ່ງແວດລ້ອມແມ່ນບໍ່ຈຳເປັນດຳເນີນ ການປະເມີນສິ່ງແວດລ້ອມແບບຍຸດທະສາດ. ໃນການດຳເນີນການກັນກອງຕ້ອງອືງໃສ່ຈຸດປະສົງ, ເປົ້ານາຍ ແລະ ລັກສະນະສະເພາະຂອງນະໂຍ ບາຍ,ຍຸດທະສາດ ແລະ ແຜນງານ ໂດຍຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ຂອງແຕ່ລະຂົງເຂດ. ໃນນັ້ນ, ຕ້ອງກຳນົດໃຫ້ຊັດເຈນ ບັນຫາໃດທີ່ຈຳເປັນຕ້ອງໄດ້ດຳເນີນ ຫຼື ບໍ່ດຳເນີນການປະເມີນສິ່ງແວດ ລ້ອມ ແບບຍຸດທະສາດ ແລ້ວສົ່ງໃຫ້ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພິຈາລະນາ ມີຄຳ... ເຫັນທາງດ້ານວິຊາການ. 2 2. ການກຳນົດຂອບເຂດຂອງການປະເມີນ ການກຳນົດຂອບເຂດຂອງການປະເມີນ ແມ່ນເພື່ອເລືອກເຟັນ, ກຳນົດ ແລະ ຄາດຄະເນ ອົງປະກອບ ສິ່ງແວດລ້ອມ ແລະ ຊອກຫາທາງເລືອກທີ່ດີເລີດ ກ່ຽວກັບ ແຕ່ລະຫົວຂໍເຊັນ: ຊີວະນາໆພັນ, ສຸຂະພາບ ຂອງປະຊາຊົນ, ຄຸນນະພາບຂອງດິນ ແລະ ນ້ຳ ລວມທັງການປ່ຽນແປງຕິນຟ້າອາກາດ ແລະ ອື່ນໆ. ໃນການດຳເນີນ ການກຳນົດຂອບເຂດຂອງການປະເມີນ ຕ້ອງມີການຢັ້ງປຶນລະດັບຂອງຜົນກະທົບ ພ້ອມທັງສະເຫືທາງເລືອກທີ່ເໜາະສົມ ໂດຍປະສານສົມທົບກັບ ຂະແຫງງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. 3. ການເກັບກຳຂໍ້ມູນ ໃນການສ້າງ ນະໂຍບາຍ, ຍຸດທະສາດ ແລະ ແຜນງານ ຂອງຂະແໜງການ ແລະ ທ້ອງຖິນທີ່ກ່ຽວຂ້ອງ ຕ້ອງເກັບກຳຂໍ້ມູນດັ່ງເດີມ ກ່ຽວກັບ ສິ່ງແວດລ້ອມ, ເສດຖະກິດ-ສັງຄົມ ແລະ ເອກະສານທີ່ກ່ຽວຂ້ອງ ເພື່ອ ເປັນບ່ອນອີງໃນການຄາດຄະເນຜົນກະທົບ ທີ່ອາດຈະເກີດຂຶ້ນ ຈາກການຈັດຕັ້ງປະຕິບັດ. 4. ການຊອກຫາທາງເລືອກ ການຊອກຫາທາງເລືອກ ແມ່ນເພື່ອເລືອກເຟັ້ນ ທາງເລືອກທີ່ດີທີ່ສຸດ ແລະ ກຳນົດມາດຕະການ ທີ່ເໜ າະສົມ ໃຫ້ແກ່ການສ້າງ ແລະ ປັບປຸງ ນະໂຍບາຍ, ຍຸດທະສາດ ແລະ ແຜນງານ. ການເລືອກເຟັ້ນດັ່ງກ່າວ ຕ້ອງແຍກໃຫ້ເຫັນຢ່າງຊັດເຈນ ກ່ຽວກັບ ຜົນກະທົບ ຊຶ່ງມືບັນຫາໃດ ທີ່ຕ້ອງ ຫຼືກເວັນ ຫຼື ຫຼຸດຜ່ອນ ເປັນຕົນຕໍ່ຊີວິດ, ສຸຂະພາບ, ການດຳລົງຊິວິດ, ທີ່ຢູ່ອາໄສ ແລະ ຊັບສິນຂອງປະຊາ ຊົນ, ມໍລະດົກທາງດ້ານວັດທະນະທຳ ແລະ ປະຫວັດສາດ, ຊັບພະຍາກອນທຳມະຊາດ, ລະບົບນິເວດ ແລະ ການປ່ຽນແປງດິນຟ້າອາກາດ. 5. ການສ້າງບົດປະເມີນສິງແວດລ້ອມແບບຍຸດທະສາດ ໃນການສ້າງນະໂຍບາຍ, ຍຸດທະສາດ ແລະ ແຜນງານ ຂອງຂະແຫງງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ຕ້ອງສ້າງບົດປະເມີນສິ່ງແວດລ້ອມແບບຍຸດທະສາດຂອງຕົນ ໂດຍໃຫ້ສອດຄອ່ງກັບຫຼັກການພື້ນຖານ ການ ປະເມີນສິ່ງແວດລ້ອມແບບຍຸດທະສາດ. ກົດພາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ແລະ ກົດ ຫາຍອື່ນທີ່ກ່ຽວຂ້ອງ. ການປະເມີນສິ່ງແວດລ້ອມແບບຍຸດທະສາດ ຕ້ອງສະແດງໃຫ້ເຫັນຕົວຊີ້ວັດທາງ ດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ. 6. ການປຶກສາຫາລື ຂະແຫງງການກ່ຽວຂ້ອງ ຕ້ອງມີການຈັດກອງປະຊຸມປຶກສາຫາລື ກັບຂະແຫງການ ແລະ ທ້ອງຖິ່ນທີ ກ່ຽວຂ້ອງ ລວມທັງປະຊາຊົນ ທີອາດຈະໄດ້ຮັບຜົນກະທົບ ຈາກການສ້າງ ແລະ ຈັດຕັ່ງປະຕິບັດນະໂຍບາຍ, ຍຸດທະສາດ ແລະ ແຜນງານ ພ້ອມທັງສັງລວມເອົາຄຳເຫັນ ຂອງຜູ້ເຂົ້າຮ່ວມກອງປະຊຸມ ແລະ ປະເມີນຜົນ ໄດ້ຮັບຈາກການປຶກສາຫາລືດັງກ່າວ ແລ້ວສົ່ງໃຫ້ຂະແຫງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ເພື່ອພິຈາລະນາ. 7. ການຢັ້ງຢືນເອົາບົດປະເມີນສິ່ງແວດລ້ອມແບບຍຸດທະສາດ ຂະແຫງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ຄົ້ນຄວ້າພິຈາລະນາ ແລະ ແນະນຳ ຕໍ່ ບົດປະເມີນສິ່ງແວດລ້ອມແບບຍຸດທະສາດ ເປັນຕົນ ວິທີການ, ມາດຕະການຫຼີກເວັ້ນ ຫຼື ຫຸດຜ່ອນ ຜົນກະ ທົບ ຕໍ່ສິ່ງແວດລ້ອມ ຕາມການສະເຫົຂອງຂະແໜງການ ແລະ ທ້ອງຖິນທີ່ກ່ຽວຂ້ອງ ພາຍຫຼັງ ໄດ້ຮັບຟັງຄຳ ຄິດຄຳເຫັນຈາກພາກສ່ວນຕ່າງໆ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ 6 ຂອງມາດຕານີ ເພື່ອເປັນບ່ອນອີງໃຫ້ແກ່ການ ປັບປຸງ ບົດປະເມີນສິ່ງແວດລ້ອມແບບຍຸດທະສາດດັງກ່າວ..>- 3 ຂະແຫງງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສາມາດນຳໃຊ້ ສະພາຜູ້ຊ່ຽວຊານສະ ເພາະ ດ້ານ ໃນການພິຈາລະນາຢັ້ງຢືນດ້ານວິຊາການ ຕໍ່ບົດປະເມີນສິ່ງແວດລ້ອມແບບຍຸດທະສາດ ຂອງຂະ ແໜ ງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ຖ້າຫາກວ່າມືຄວາມຈຳເປັນ. ໜວດທີ 3 ການແບ່ງຂັ້ນ, ການພິຈາລະນາ ແລະ ການສະເຫີ ບົດປະເມີນສິ່ງແວດລ້ອມແບບຍຸດທະສາດ

第7条

审议中的分级。相关部门须将战略环境评估报告连同政策、战略和规划送交自然资源与环境部,以审议复查可能对环境产生影响的各项问题,然后将书面意见反馈给相关部门。在省、首都层级,相关厅须将战略环境评估报告连同战略和规划送交自然资源与环境厅,以审议复查可能对环境产生影响的各项问题,然后将书面意见反馈给相关厅。

ພາສາລາວ (老挝语原文)

ການແບ່ງຂັ້ນໃນການທົບທວນ ຂະແໜງການທີ່ກ່ຽວຂ້ອງ ຕ້ອງສົ່ງບົດປະເມີນສິ່ງແວດລ້ອມແບບຍຸດທະສາດ ພ້ອມທັງນະໂຍບາຍ, ຍຸດທະສາດ ແລະ ແຜນງານ ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອພິຈາລະນາ ທົບທວນຄືນບັນຫາຕ່າງໆ ທີ່ອາດຈະເກີດມີຜົນກະທົບຕໍ່ສິ່ງແວດລ້ອມ ແລ້ວສົ່ງຄຳເຫັນເປັນລາຍລັກອັກສອນຄືນ ໃຫ້ຂະແໜງການທີ່ກ່ຽວຂ້ອງ. ສຳລັບຢູ່ຂັ້ນແຂວງ, ນະຄອນຫຼວງ ພະແນກການທີ່ກ່ຽວຂ້ອງ ຕ້ອງສົ່ງບົດປະເມີນສິ່ງແວດລ້ອມແບບ ຍຸດທະສາດ ພ້ອມທັງ ຍຸດທະສາດ ແລະ ແຜນງານ ໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ເພື່ອພິຈາລະນາທົບທວນຄືນບັນຫາຕ່າງໆ ທີ່ອາດຈະເກີດມີຜົນກະທົບຕໍ່ສິ່ງແວດລ້ອມ ແລ້ວສົ່ງຄຳ ເຫັນເປັນລາຍລັກອັກສອນຄືນ ໃຫ້ພະແນກການທີ່ກ່ຽວຂ້ອງ.

第8条

审议。自然资源与环境部门负责在相关部门和地方制定政策、战略和规划时,按以下条件对战略环境评估报告提出技术意见:1. 指明可能在短期和长期产生的、对环境的主要影响的程度和性质,以及对具有价值或高风险区域采取避免或减少影响的措施,尤其是对人、动物、植物的生命健康及生态系统,包括景观、水域陆地、具有文化历史价值的国家遗产保护区、属于禁区的自然区域等的影响。2. 预估实施与环境管理和气候变化相关的政策、战略和规划的准备程度。3. 须有相关部门和地方,以及可能受政策、战略和规划制定与实施影响的人民的参与并发挥参与作用。4. 政策、战略和规划须符合国家经济社会发展战略、规划,沿质量、均衡、持续、可持续及绿色化的方向。

ພາສາລາວ (老挝语原文)

ການພິຈາລະນາ ຂະແຫງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ພິຈາລະນາມືຄຳເຫັນດ້ານວິຊາການ ຕໍ່ ບົດປະເມີນສິ່ງແວດລ້ອມແບບຍຸດທະສາດ ໃນເວລາສ້າງນະໂຍບາຍ. ຍຸດທະສາດ ແລະ ແຜນງານ ຂອງ ຂະແຫງງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ຕາມເງື່ອນໄຂລຸ່ມນີ້: 1. ຊີ້ໃຫ້ເຫັນ ລະດັບ ແລະ ລັກສະນະຜົນກະທົບຕົ້ນຕໍ່ ຕໍ່ສິ່ງແວດລ້ອມ ທີ່ອາດຈະເກີດຂຶນ ໃນໄລຍະສັ້ນ ແລະ ໄລຍະຍາວ ລວມທັງການວາງມາດຕະການຫຼີກເວັ້ນ ຫຼື ຫຼຸດຜ່ອນຜົນກະທົບ ຕໍ່ພື້ນທີ່ ທີ່ມີຄຸນຄ່າ ຫຼື ມີຄວາມສ່ຽງສູງ ເປັນຕົ້ນ ຕໍ່ຊີວິດ, ສຸຂະພາບ ຂອງຄົນ, ສັດ, ພືດ ແລະ ລະບົບນິເວດ ລວມທັງທັດສະນີຍະພາບ, ດິນບໍລິເວນນ້ຳ, ເຂດອະນຸລັກມໍລະດົກແຫ່ງຊາດທີ່ມີຄຸນຄ່າ ທາງດ້ານວັດທະນະທຳ, ປະຫວັດສາດ, ທຳມະຊາດທີ່ເປັນເຂດຫວງຫ້າມ ແລະ ອື່ນໆ; 2. ຄາດຄະເນຄວາມພ້ອມ ໃນການຈັດຕັ້ງປະຕິບັດ ນະໂຍບາຍ, ຍຸດທະສາດ ແລະ ແຜນງານ ທີ່ພົວພັນ ກັບການຄຸ້ມຄອງ ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ; 3. ຕ້ອງມີການເຂົ້າຮ່ວມ ແລະ ມີສ່ວນຮ່ວມ ຂອງຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ລວມທັງ ປະຊາຊົນທີ່ອາດຈະໄດ້ຮັບຜົນກະທົບ ຈາກການສ້າງ ແລະ ຈັດຕັ້ງປະຕິບັດ ນະໂຍບາຍ, ຍຸດທະສາດ ແລະ ແຜນງານ; 4. ນະໂຍບາຍ, ຍຸດທະສາດ ແລະ ແຜນງານ ຕ້ອງສອດຄ່ອງກັບຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕາມທິດທີ່ມີຄຸນນະພາບ ສົມດູນຕໍ່ເນື່ອງ ຍືນຍົງ ແລະ ຫັນເປັນສີຂຽວ.

第9条

提请。自然资源与环境部核定相关部门的战略环境评估报告之后,方将本部门的政策、战略和规划提请政府审议批准,并依规定办理。自然资源与环境厅核定战略环境评估报告之后,相关厅方将本部门的政策、战略和规划提请省长及首都市长审议批准,并依法律和规定办理。

ພາສາລາວ (老挝语原文)

ການສະເຫຼີ ພາຍຫຼັງກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຢັ້ງຢືນບົດປະເມີນສິ່ງແວດ ລ້ອມ ແບບຍຸດທະສາດ ຂອງຂະແໜງການທີ່ກ່ຽວຂ້ອງ ຈິ່ງນຳສະເຫີນະໂຍບາຍ, ຍຸດທະສາດ ແລະ ແຜນ ງານ ຂອງຕົນ ຕໍ່ລັດຖະບານ ເພື່ອພິຈາລະນາຮັບຮອງ ຕາມລະບຽບການ. > ່ ພາຍຫຼັງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຢັ້ງຢືນບົດປະ ເມີນສິ່ງແວດລ້ອມ ແບບຍຸດທະສາດ ພະແນກກ່ຽວຂ້ອງ ຈິ່ງນຳສະເຫີນະໂຍບາຍ. ຍຸດທະສາດ ແລະ ແຜນງານຂອງຕົນ ຕໍ່ເຈົ້າ ແຂວງ ແລະ ເຈົ້າຄອງນະຄອນຫຼວງ ເພື່ອພິຈາລະນາຮັບຮອງຕາມກົດໝາຍ ແລະ ລະບຽບການ. ໜວດທີ 4 ການປະເມີນສິ່ງແວດລ້ອມແບບຍຸດທະສາດ ຕາມຂະແໜງການ

第10条

各部门。在以下部门制定政策、战略和规划时进行战略环境评估:1. 能源与矿产;2. 农业与林业;3. 工业与贸易;4. 公共工程与运输;5. 邮政、电信与通信;6. 文化、旅游与新闻;7. 制定可能对环境产生影响的政策、战略和规划的其他相关部门。相关部门在制定或调整本部门政策、战略和规划时须进行战略环境评估,以实现质量、均衡、持续、可持续及绿色化方向的经济社会发展规划。至于省、首都层级,则委托上述本条所列、隶属于相关部委的厅办理。省、首都层级各厅负责将政府批准的本部门中央层级政策、战略和规划予以细化落实,转化为专门的战略和规划,使其与本部门中央层级相符合,然后经省、首都层级会议依法律和规定批准。

ພາສາລາວ (老挝语原文)

ບັນດາຂະແໜງການ ການປະເມີນສິ່ງແວດລ້ອມແບບຍຸດທະສາດ ໃນເວລາມີການສ້າງນະໂຍບາຍ, ຍຸດທະສາດ ແລະ ແຜນ ງານຂອງຂະແໜງການດັ່ງນີ້: 1. ພະລັງງານ ແລະ ບໍ່ແຮ່: 2. ກະສິກຳ ແລະ ປ່າໄມ້; 3. ອຸດສາຫະກຳ ແລະ ການຄ້າ; 4. ໂຍທາທິການ ແລະ ຂົນສົ່ງ; 5. ໄປສະນີ, ໂທລະຄົມມະນາຄົມ ແລະ ການສືສານ: 6. ວັດທະນະທຳ, ທ່ອງທ່ຽວ ແລະ ຂໍ້ມູນຂາວສານ; 7. ຂະແໜງການອື່ນທີ່ກ່ຽວຂ້ອງ ສ້າງນະໂຍບາຍ, ຍຸດທະສາດ ແລະ ແຜນງານ ທີ່ອາດຈະສົ່ງຜົນກະທົບຕໍ່ ສິ່ງແວດລ້ອມ; ຂະແໜງການທີ່ກ່ຽວຂ້ອງຕ້ອງດຳເນີນ ການປະເມີນສິ່ງແວດລ້ອມແບບຍຸດທະສາດ ໃນເວລາສ້າງ ຫຼື ປັບປຸງ ນະໂຍບາຍ, ຍຸດທະສາດ ແລະ ແຜນງານຂອງຕົນ ເພື່ອບັນລຸແຜນພັດທະນາເສດຖະກິດ-ສັງຄົມ ຕາມທິດທີ່ມີ ຄຸນນະພາບ ສົມດຸນຕໍ່ເນື່ອງ ຍືນຍົງ ແລະ ຫັນເປັນສີຂຽວ. ສຳລັບ ຢູ່ຂັ້ນແຂວງ ແລະ ນະຄອນຫຼວງ ແມ່ນມອບໃຫ້ພະແນກການທີ່ຂຶ້ນກັບກະຊວງກ່ຽວຂ້ອງ ທີ່ ໄດ້ລະບຸໄວ້ຂ້າງເທິງ ຂອງມາດຕານີ້. ພະແນກການຂັ້ນແຂວງ ແລະ ນະຄອນຫຼວງ ເປັນຜູ້ຮັບຜິດຊອບໃນ ການຜັນຂະຫຍາຍ ນະໂຍບາຍ, ຍຸດທະສາດ ແລະ ແຜນງານ ຕາມຂະແໜງການຂອງຕົນຂັ້ນສູນກາງ ທີ່ລັດ ຖະບານໄດ້ຮັບຮອງ ໃຫ້ກາຍເປັນ ຍຸດທະສາດ ແລະ ແຜນງານສະເພາະ ໂດຍໃຫ້ສອດຄ່ອງກັບ ຂອງຂະ ແໜງການຕົນຂັ້ນສູນກາງ ແລ້ວນຳສະເໜີຜ່ານກອງປະຊຸມລະດັບແຂວງ, ນະຄອນຫຼວງ ຮັບຮອງເອົາຕາມ ກົດໝາຍ ແລະ ລະບຽບການ. ໝວດທີ 5 ການມີສ່ວນຮ່ວມ ແລະ ການຕິດຕາມກວດກາ

第11条

地方行政机关的参与。地方行政机关及各级相关厅,须主动参与咨询,参与编制本地方战略环境评估报告及监督其实施,依《环境保护法》及本决定所规定办理,以实现质量、均衡、持续、可持续及绿色化方向的目标。

ພາສາລາວ (老挝语原文)

ການມີສ່ວນຮ່ວມຂອງອົງການປົກຄອງທ້ອງຖິ່ນ ອົງການປົກຄອງທ້ອງຖິ່ນ ແລະ ພະແນກການທີ່ກ່ຽວຂ້ອງທຸກຂັ້ນ ຕ້ອງເປັນເຈົ້າການໃນການເຂົ້າຮ່ວມ ປຶກສາຫາລື ໃນຂະບວນການສ້າງ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດ ບົດປະເມີນສິ່ງແວດລ້ອມ ແບບຍຸດທະສາດ ຂອງທ້ອງຖິ່ນຕົນ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ແລະ ຕາມຂໍ້ຕົກລົງສະບັບນີ້ ເພື່ອບັນລຸເປົ້າໝາຍຕາມທິດທີ່ມີ ຄຸນນະພາບ ສົມດູນຕໍ່ເນື່ອງ ຍືນຍົງ ແລະ ຫັນເປັນສີຂຽວ.

第12条

组织机构的参与。老挝建国阵线、各级群众组织及社会组织,有权参与对相关部门和地方政策、战略和规划的战略环境评估过程,同时参与对规划所确定的发展项目实施情况的监督评估。

ພາສາລາວ (老挝语原文)

ການມີສ່ວນຮ່ວມຂອງອົງການຈັດຕັ້ງ ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນທຸກຂັ້ນ ລວມທັງ ອົງການຈັດຕັ້ງສັງຄົມ ມີ ສິດເຂົ້າຮ່ວມ ໃນຂະບວນການປະເມີນສິ່ງແວດລ້ອມແບບຍຸດທະສາດ ຕໍ່ນະໂຍບາຍ, ຍຸດທະສາດ ແລະ ແຜນງານ ຂອງຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ພ້ອມທັງເຂົ້າຮ່ວມໃນການຕິດຕາມກວດກາ ປະ ເມີນຜົນການຈັດຕັ້ງປະຕິບັດ ໂຄງການ ພັດທະນາທີ່ໄດ້ກຳນົດໄວ້ໃນແຜນງານ.

本页展示前 12 条,全文共 17 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译