ຂໍ້ຕົກລົງ ຂອງເຈົ້າແຂວງ ບໍ່ແກ້ວ ວ່າດ້ວຍ ການກຳນົດຂອບເຂດເນື້ອທີ່ປ່າສະຫງວນ ຂອງແຂວງ
博胶省省长关于划定省级保护林范围的决定
Decision of the Governor of Bokeo Province on the Delineation of Provincial Protected Forest Areas
ບົດສະຫຼຸບ
ເຈົ້າແຂວງບໍ່ແກ້ວໄດ້ຕັດສິນໃຈກຳນົດເຂດປ່າສະຫງວນຂັ້ນແຂວງອ້ອມຮອບເມືອງຫ້ວຍຊາຍ ເພື່ອປົກປັກຮັກສາ, ຟື້ນຟູ ແລະ ຮັກສາໃຫ້ເປັນເຂດສີຂຽວ ໂດຍຫ້າມຕັດໄມ້, ຖາງປ່າ, ເຜົາທຳລາຍ ຫຼື ໂອນສິດຄອບຄອງ.
ມາດຕາ
ມາດຕາ 1
ກຳນົດຂອບເຂດເນື້ອທີ່ປ່າສະຫງວນຂອງແຂວງ ອ້ອມຮອບຕົວເມືອງຫ້ວຍຊາຍ ດັງນີ: ເຂດທີ 1 : ປ່າສະຫງວນຫົວຍຕາບ-ພູຈອມແກ້ວ-ພູ 106 ມີເນື້ອທີ່ 5,686 ເຮັກຕາ. - ທິດເຫືອ ຕິດກັບຂອບເຂດ ບ້ານນ້ຳແລ ແລະ ສາຍນ້ຳງາວ: ຈຸດພິກັດ ໂ1654117, 52255883; - ທິດໄຕ້ ຕິດກັບຂອບເຂດບ້ານໃຫຍ່ຫ້ວຍຊາຍໄຕ້, ຫ້ວຍຊາຍເຫືອ ແລະ ບ້ານສີບຸນເຮືອງ; ຈຸດພິກັດ ໂໄ1649095, 52242506: - ທິດຕາເວັນອອກ ຕິດກັບຂອບເຂດ ບ້ານຫ້ວຍສາລາ; ຈຸດພິກັດ |]555232 ແ2253261: - ທິດຕາເວັນຕົກ ຕິດກັບຂອບເຂດ ບ້ານຫ້ວຍຕາບ ແລະ ຫ້ວຍມອນ: ຈຸດພິກັດ ໂ)848544, ແ82246591. ເຂດທີ 2 : ປ່າສະຫງວນພູຈອມຈຸກ-ປະຕູຫໍ ມີເນື້ອທີ່ 3,918 ເຮັກຕາ. - ທິດເຫືອ ຕິດກັບຂອບເຂດ ບ້ານຫ້ວຍຊາຍນ້ອຍ, ບ້ານຝາຍ ແລະ ອ່າງນ້ຳຕິນ: ຈຸດພິກັດ !861345, ແ2241691; - ທິດໄຕ້ ຕິດກັບຂອບເຂດ ແມ່ນ້ຳຂອງ; ຈຸດພິກັດ ໂໄ857323, 52231931; - ທິດຕາເວັນອອກ ຕິດກັບຂອບເຂດ ທົ່ງພ້າວຫ້າວ ເຂດດ່ານຖິ່ນ; ຈຸດພິກັດ ]1661919, 82240455; - ທິດຕາເວັນຕົກ ຕິດກັບຂອບເຂດ ບ້ານດອນ, ບ້ານປາກຮາວໄຕ້ ແລະ ບ້ານຈອມຈຸກ; ຈຸດພິກັດ ໂໄ1653305, ແ2234720.
ມາດຕາ 2
ຂອບເຂດເນືອທີ່ ທີ່ໄດ້ກຳນົດດັງກ່າວ ແມ່ນໃຫ້ອະນຸລັກປົກປັກຮັກສາ ແລະ ຟື້ນຟູໃຫ້ກາຍເປັນເຂດສີຂຽວ ອ້ອມຮອບຕົວເມືອງຫັວຍຊາຍ ແລະ ເປັນປ່າສະຫງວນຂອງແຂວງ. - ບຸກຄົນ, ນິຕິບຸກຄົນ ທີ່ໄດ້ປູກໄມ້ອຸດສາຫະກຳ ຫຼື ໄມ້ໃຫ້ໝາກ ຢູ່ພາຍໃນຂອບເຂດເນືອທີ່ ທີ່ໄດ້ກຳນົດນີ້ມາ ກ່ອນ ແມ່ນໃຫ້ສືບຕໍ່ບົວລະບັດ, ປົກປັກຮັກສາ, ອະນຸລັກຟື້ນຟູ, ໃຫ້ເປັນປ່າສີຂຽວ ແລະ ສາມາດຊົມໃຊ້ຜົນ ຜະລິດໄດ້ຕາມເງື່ອນໄຂຕົວຈິງ ແຕ່ບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຫ້າມຕັດຕົ້ນໄມ້, ບຸກລຸກ, ຈູດເຜົາ ທຳລາຍ ຫຼື ໂອນກຳມະສິດ (ຊື້-ຂາຍ) ຢ່າງເດັດຂາດ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 5 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ