最高人民法院院长关于入庭审前安全检查的指示

ຄຳແນະນຳ ຂອງປະທານສານປະຊາຊົນສູງສຸດ ເລື່ອງ ການກວດຄົນກ່ອນເຂົ້າຫ້ອງປະຊຸມສານ

Directive of the President of the Supreme People's Court on Pre-Trial Security Checks

简介

为保障庭审场所的安宁与安全,最高人民法院院长指示在进入庭审场所前对参加人员进行安全检查,搜查并扣留违禁物品。 【OCR识别·机器翻译,未经律师终审,以官方PDF为准】

Summary

To ensure order and safety in court premises, the President of the Supreme People's Court instructed security checks on participants before entering court premises, searching and confiscating prohibited items.

ບົດສະຫຼຸບ

ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມປອດໄພຂອງສະຖານທີ່ດຳເນີນການພິຈາລະນາຄະດີ, ປະທານສານປະຊາຊົນສູງສຸດໄດ້ຊີ້ນຳໃຫ້ດຳເນີນການກວດກາຄວາມປອດໄພຕໍ່ຜູ້ເຂົ້າຮ່ວມກ່ອນເຂົ້າສູ່ສະຖານທີ່ດຳເນີນການພິຈາລະນາຄະດີ, ຊອກຫາ ແລະ ຍຶດເອົາສິ່ງຂອງທີ່ຖືກຫ້າມ.

条文

第1条

应当指定专人对将参加庭审的各类人员进行检查,以查找违禁物品,尤其是武器、利器、化学品、易燃物、录像录音设备等庭审规则所规定的物品。

ພາສາລາວ (老挝语原文)

ຕ້ອງມອບໝາຍໃຫ້ຜູ້ຮັບຜິດຊອບສະເພາະເພື່ອກວດກາບຸກຄົນທຸກປະເພດທີ່ຈະເຂົ້າຮ່ວມການພິຈາລະນາຄະດີ, ເພື່ອຊອກຫາສິ່ງຕ້ອງຫ້າມ, ໂດຍສະເພາະອາວຸດ, ຂອງມີຄົມ, ສານເຄມີ, ສິ່ງຕິດໄຟງ່າຍ, ອຸປະກອນບັນທຶກພາບ-ສຽງ ແລະ ສິ່ງອື່ນໆຕາມທີ່ກຳນົດໃນລະບຽບການພິຈາລະນາຄະດີ.

第2条

检查中如发现违禁物品,负责检查的人员应予以保管,并制作移交-接收记录一式两份,一份交相关当事人,另一份留存作为凭证;如发现疑似非法持有的物品,应当向相关执法人员报告。

ພາສາລາວ (老挝语原文)

ໃນການກວດກາ, ຖ້າພົບເຫັນສິ່ງຂອງຕ້ອງຫ້າມ, ຜູ້ຮັບຜິດຊອບກວດກາຕ້ອງເກັບຮັກສາໄວ້ ແລະ ຈັດທຳບັນທຶກການມອບ-ຮັບ ຈຳນວນສອງສະບັບ, ໜຶ່ງສະບັບມອບໃຫ້ຄູ່ກໍລະນີທີ່ກ່ຽວຂ້ອງ, ອີກສະບັບໜຶ່ງເກັບໄວ້ເປັນຫຼັກຖານ; ຖ້າພົບເຫັນສິ່ງຂອງທີ່ສົງໄສວ່າຄອບຄອງໂດຍຜິດກົດໝາຍ, ຕ້ອງລາຍງານໃຫ້ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍທີ່ກ່ຽວຂ້ອງ.

第3条

参加庭审的人员应当穿着便装;已着制服到场者,不得佩戴标志或军衔,但经法院许可的相关人员除外。

ພາສາລາວ (老挝语原文)

ຜູ້ເຂົ້າຮ່ວມການພິຈາລະນາຄະດີຕ້ອງນຸ່ງເສື້ອຜ້າທຳມະດາ; ຜູ້ທີ່ມາເຖິງໃນຊຸດທີ່ເປັນເຄື່ອງແບບແລ້ວ ຫ້າມຕິດເຄື່ອງໝາຍ ຫຼື ຍົດທະຫານ ເວັ້ນເສຍແຕ່ຜູ້ທີ່ໄດ້ຮັບອະນຸຍາດຈາກສານ.

第4条

对将参加庭审人员的检查,须由与被检查人同性别者进行。

ພາສາລາວ (老挝语原文)

ການກວດກາບຸກຄົນທີ່ຈະເຂົ້າຮ່ວມການພິຈາລະນາຄະດີ, ຕ້ອງກະທຳໂດຍຜູ້ທີ່ມີເພດດຽວກັນກັບຜູ້ຖືກກວດ.

第5条

参加人员如不遵守本指示,将不被允许进入庭审场所。收到本指示后,应将其研究、传达并严格组织执行;执行过程中如遇不明确之处或困难,应报告最高人民法院审议解决。

ພາສາລາວ (老挝语原文)

ຜູ້ເຂົ້າຮ່ວມທີ່ບໍ່ປະຕິບັດຕາມຄຳແນະນຳນີ້ ຈະບໍ່ຖືກອະນຸຍາດໃຫ້ເຂົ້າໄປໃນສະຖານທີ່ພິຈາລະນາຄະດີ. ເມື່ອໄດ້ຮັບຄຳແນະນຳນີ້ແລ້ວ, ຈົ່ງດຳເນີນການສຶກສາ, ເຜີຍແຜ່ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ; ຖ້າມີຂໍ້ບໍ່ຊັດເຈນ ຫຼື ອຸປະສັກໃນລະຫວ່າງການປະຕິບັດ, ໃຫ້ລາຍງານຕໍ່ສານປະຊາຊົນສູງສຸດ ເພື່ອພິຈາລະນາ ແລະ ແກ້ໄຂ.

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译