ຄຳແນະນຳ ຂອງປະທານສານປະຊາຊົນສູງສຸດ ກ່ຽວກັບ ການສົ່ງສຳນວນຄະດີອາຍາໄປອົງການໄອຍະການປະຊາຊົນ

最高人民法院院长关于向人民检察机关移送刑事案卷的指导意见

Guidelines of the President of the Supreme People's Court on Transferring Criminal Case Files to the People's Procuratorates

ບົດສະຫຼຸບ

ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ອອກຄຳແນະນຳກ່ຽວກັບບັນຫາການສົ່ງຄືນສຳນວນຄະດີອາຍາໃຫ້ອົງການໄອຍະການປະຊາຊົນ ຕາມມາດຕາ 167 ແລະ 168 ຂອງກົດໝາຍວ່າດ້ວຍວິທີພິຈາລະນາຄະດີອາຍາ (ສະບັບປັບປຸງ 2012) ເຊິ່ງມີຄວາມບໍ່ສອດຄ່ອງກັນໃນການສະຖິຕິ ແລະ ການຈົດທະບຽນ, ຊີ້ແຈງວ່າຄະດີທີ່ຖືກສົ່ງຄືນຖືວ່າເປັນຄະດີທີ່ສານຕັດສິນແລ້ວ, ເມື່ອຖືກສົ່ງມາອີກຖືວ່າເປັນຄະດີໃໝ່ ແຕ່ຕ້ອງລະບຸວ່າເປັນຄະດີທີ່ຖືກສົ່ງຄືນ, ມີຜົນບັງຄັບໃຊ້ນັບແຕ່ວັນທີລົງນາມ.

ມາດຕາ

ມາດຕາ 1

ເຖິງ: ຫົວໜ້າຄະນະພິພາກສາທຸກທ່ານຂອງສານປະຊາຊົນສູງສຸດ, ປະທານສານປະຊາຊົນທຸກຂັ້ນທົ່ວປະເທດ ແລະ ສານທະຫານທຸກຂັ້ນທົ່ວປະເທດ. ເລື່ອງ: ການສົ່ງສຳນວນຄະດີອາຍາໄປຍັງອົງການໄອຍະການປະຊາຊົນ. ອີງຕາມກົດໝາຍວ່າດ້ວຍສານປະຊາຊົນ (ສະບັບປັບປຸງ 2009); ອີງຕາມມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 97/ຄປຈ ລົງວັນທີ 6 ພຶດສະພາ 2011 ວ່າດ້ວຍການຈັດຕັ້ງ ແລະ ການດຳເນີນງານຂອງສານປະຊາຊົນສູງສຸດ; ອີງຕາມມະຕິກອງປະຊຸມສະມັດຊາຜູ້ພິພາກສາ ລົງວັນທີ 6 ກັນຍາ 2016. ໃນໄລຍະຜ່ານມາ, ການສົ່ງສຳນວນຄະດີອາຍາໄປຍັງອົງການໄອຍະການປະຊາຊົນ, ໂດຍສະເພາະການສົ່ງຄືນສຳນວນຕາມມາດຕາ 167 ແລະ ມາດຕາ 168 ຂອງກົດໝາຍວ່າດ້ວຍວິທີພິຈາລະນາຄະດີອາຍາ (ສະບັບປັບປຸງ 2012), ເຮັດໃຫ້ບົດລາຍງານສະຖິຕິຄະດີອາຍາບໍ່ຄົບຖ້ວນ ແລະ ບົດລາຍງານສະຖິຕິຄະດີອາຍາທີ່ສົ່ງໄປຍັງອົງການໄອຍະການປະຊາຊົນຍັງບໍ່ທັນເປັນເອກະພາບ. ດັ່ງນັ້ນ, ເພື່ອຄວາມເປັນເອກະພາບ ແລະ ເປັນພື້ນຖານໃນການຈັດຕັ້ງປະຕິບັດ, ປະທານສານປະຊາຊົນສູງສຸດຈຶ່ງອອກຄຳແນະນຳດັ່ງນີ້:

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 2 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ