ຄຳແນະນຳ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານສຸຂານາໄມ ແລະ ສຸຂານາໄມພືດ ພາຍໃຕ້ສັນຍາການຄ້າຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ
关于在老挝人民民主共和国政府与越南社会主义共和国政府边境贸易协定框架下组织实施动物卫生与植物卫生工作的指导意见
Guidelines on the Implementation of Animal and Plant Health Work under the Border Trade Agreement between the Government of the Lao People's Democratic Republic and the Government of the Socialist Republic of Vietnam
ບົດສະຫຼຸບ
ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ໄດ້ອອກຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດວຽກງານສຸຂານາໄມພືດ ແລະ ສັດ ພາຍໃຕ້ສັນຍາການຄ້າຊາຍແດນ ລາວ-ຫວຽດນາມ, ກຳນົດຂອບເຂດການຈັດຕັ້ງປະຕິບັດ (10 ແຂວງ 21 ເມືອງ ແລະ ດ່ານຕ່າງໆ), ສິດທິພິເສດທາງການຄ້າຝ່າຍດຽວ 3 ຂັ້ນທີ່ຫວຽດນາມໃຫ້ແກ່ລາວ, ເງື່ອນໄຂການໄດ້ຮັບສິດທິພິເສດ, ວິທີການ ແລະ ຂັ້ນຕອນການຂໍໃບຢັ້ງຢືນສຸຂານາໄມພືດ ແລະ ສັດ, ອາຍຸການໃຊ້ງານຂອງໃບຢັ້ງຢືນ, ກົນໄກການກວດສອບ ແລະ ການຈັດຕັ້ງປະຕິບັດ.
ມາດຕາ
ມາດຕາ 1
ຈຸດປະສົງ: ເພື່ອແນໃສ່ໃຫ້ຄຳແນະນຳດ້ານວິຊາການ ສະເພາະ ໃນການຈັດຕັ້ງປະຕິບັດວຽກງານອະນາໄມສັດ ແລະ ພືດ ພາຍໃຕ້ກອບສັນຍາການຄ້າຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ເພື່ອເພີ່ມທະວີມູນຄ່າການຄ້າລະຫວ່າງສອງຝ່າຍ, ເຮັດໃຫ້ຊາຍແດນລາວ-ຫວຽດນາມ ກາຍເປັນຊາຍແດນແຫ່ງການແລກປ່ຽນສິນຄ້າ, ສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 9 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ