ຂໍຕົກລົງ ວ່າດ້ວຍ ການກຳນົດສິງຂອງເກືອດຫ້າມໃນການບໍລິການໄປສະນີ
关于规定邮政服务中禁寄物品的议定书
Decree on Prohibited Items in Postal Services
ບົດສະຫຼຸບ
ພິທີການສະບັບນີ້ອອກໂດຍກະຊວງໄປສະນີ, ໂທລະຄົມ ແລະ ການສື່ສານ, ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບສິນຄ້າທີ່ຫ້າມສົ່ງທາງໄປສະນີ, ແບ່ງສິນຄ້າທີ່ຫ້າມອອກເປັນ 2 ປະເພດ (ສິນຄ້າຜິດກົດໝາຍ ແລະ ສິນຄ້າບໍ່ຖືກຕ້ອງ), ແລະ ກຳນົດຂັ້ນຕອນການຍົກເວັ້ນການອະນຸຍາດ, ນະໂຍບາຍຕໍ່ຜູ້ມີຜົນງານແຈ້ງເບີກ ແລະ ມາດຕະການຕໍ່ຜູ້ລະເມີດ.
ມາດຕາ
ມາດຕາ 1
ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ສິ່ງຂອງຕ້ອງຫ້າມ ໃນການບໍລິການ ໄປສະນີ ເພື່ອສະກັດກັນ ການລັກລອບ, ການຊຸກເຊືອງ ຮັບຝາກ, ຈັດສົ່ງ ແລະ ແຈກຢາຍ ສິ່ງຂອງທີ່ຜິດກົດໝາຍ, ຜິດຕໍ່ ລະບຽບການໄປສະນີ ຮັບປະກັນການດຳເນີນທຸລະກິດໃຫ້ບໍລິການໄປສະນີ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ແນໃສ່ຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບລະບຽບການ ຂອງສະຫະພາບໄປສະນີສາກົນ, ປະກອບສ່ວນ ເຂົ້າໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງດ້ານເສດຖະກິດ-ສັງຄົມ ແລະ ວັດທະນະທຳອັນດີງາມ ຂອງ ສປປ ລາວ.
ມາດຕາ 2
ສິງຂອງເກືອດຫ້າມ ໃນການບໍລິການໄປສະນີ ສິງຂອງເກືອດຫ້າມ ໃນການບໍລິການໄປສະນີ ແມ່ນ ສິງຂອງທີ່ຜິດຕໍ່ ກົດໝາຍວ່າດ້ວຍ ການໄປສະນີ, ກົດໝາຍ ແລະ ລະບຽບການອື່ນ ທີ່ກ່ຽວຂ້ອງ ຂອງ ສປປ ລາວ, ລະບຽບການພາຍໃນຂອງປະເທດປາຍທາງ ແລະ ລະບຽບການ ໄປສະນີສາກົນ. 2/ ]
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 13 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ