ກົດໝາຍ ວ່າດ້ວຍວຽກງານກາແດງລາວ
老挝红十字工作法
Law on Lao Red Cross
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດຈຸດປະສົງ, ການຈັດຕັ້ງ ແລະ ຫຼັກການເຄື່ອນໄຫວຂອງວຽກງານກາແດງລາວ, ຊີ້ແຈງບົດບາດ ແລະ ວິທີການດຳເນີນງານຂອງຕົນໃນຖານະອົງການຊ່ວຍເຫຼືອດ້ານມະນຸດສະທຳໃນການບັນເທົາທຸກໄພພິບັດ, ການແພດ ແລະ ການບໍລິການສັງຄົມ, ພ້ອມທັງກຳນົດຄວາມໝາຍຂອງຄຳສັບທີ່ກ່ຽວຂ້ອງ, ເພື່ອຮັບປະກັນໃຫ້ວຽກງານກາແດງດຳເນີນໄປຢ່າງຖືກຕ້ອງຕາມກົດໝາຍ ແລະ ເປັນລະບຽບຮຽບຮ້ອຍ.
ມາດຕາ
ມາດຕາ 1
ມາດຕາ 1 ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການຕິດຕາມ ກວດກາ ວຽກງານກາແດງລາວ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີຄວາມຫຼັກແໜ້ນ ເຂັ້ມແຂງ, ມີປະສິດທິພາບ, ປະສິດທິຜົນ ແນໃສ່ຮັບປະກັນເຮັດໃຫ້ການຊ່ວຍເຫຼືອ ດ້ານມະນຸດສະທຳ ໄດ້ຢ່າງທັນການ, ທົ່ວເຖິງ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ມາດຕາ 2
ມາດຕາ 2 ວຽກງານກາແດງລາວ
ວຽກງານກາແດງລາວ ແມ່ນ ການຊ່ວຍເຫຼືອດ້ານມະນຸດສະທຳ, ເປັນເຄື່ອງມື ແລະ ກົນໄກໜຶ່ງ ໃນການປະຕິບັດຫຼັກການຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ສ້າງສະພາບແວດລ້ອມທີ່ມີຄວາມສົມດູນ, ກົມກຽວ ແລະ ປອງດອງກັນໃນສັງຄົມ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 65 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ