ຂໍຕົກລົງ ວ່າດ້ວຍທຸລະກິດຂາຍກົງ

关于直销业务的议定书

Decree on Direct Sales Business

ບົດສະຫຼຸບ

ພິທີການສະບັບນີ້ອອກໂດຍກະຊວງອຸດສາຫະກຳ ແລະ ການຄ້າ, ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການດຳເນີນທຸລະກິດຂາຍກົງ (ການຂາຍສິນຄ້າໃຫ້ຜູ້ບໍລິໂພກໂດຍກົງເຖິງບ້ານ) ໃນ ສປປ ລາວ, ກວມເອົາເງື່ອນໄຂການດຳເນີນທຸລະກິດ, ທຶນຈົດທະບຽນ, ຂັ້ນຕອນການອະນຸຍາດ, ເງິນຄ້ຳປະກັນການປະຕິບັດສັນຍາ, ສິດ ແລະ ໜ້າທີ່ຂອງຄູ່ສັນຍາ, ເລື່ອງຕ້ອງຫ້າມ, ອົງການຄຸ້ມຄອງ ແລະ ການລົງໂທດຜູ້ລະເມີດ.

ມາດຕາ

ມາດຕາ 1

1 ສິດ,ໜ້າທີ່ ແລະ ພັນທະຂອງຕົວແທນຂາຍກົງ ຕົວແທນຂາຍກົງມີສິດ, ໜ້າທີ່ ແລະ ພັນທະດັງນີ້: 1. ສະໝັກເປັນສະມາຊິກຂອງຜູ້ດຳເນີນທຸລະກິດຂາຍກົງ; 2. ດຳເນີນທຸລະກິດຕາມເງື່ອນໄຂຂອງສັນຍາທີ່ໄດ້ເຊັນ ກັບ ຜູ້ດຳເນີນທຸລະກິດຂາຍກົງ; 3. ສະໜອງສິນຄ້າ ໃຫ້ຜູ້ຂາຍອິດສະຫຼະ ຫຼື ຂາຍສິນຄ້າ ໃຫ້ຜູ້ຊົມໃຊ້ໂດຍກົງ; 4. ຂາຍສິນຄ້າໂດຍກົງ ເຖິງ ທີ່ຢູ່ອາໄສ ຂອງບຸກຄົນອື່ນ ແຕ່ຕ້ອງໄດ້ຮັບອະນຸຍາດຈາກເຈົ້າຂອງ ທີ່ຢູ່ອາໄສນັ້ນກ່ອນ; 5. ສະແດງ ບັດສະມາຊິກຕົວແທນຂາຍກົງໃນເວລາສະເໜີ ຫຼື ຂາຍສິນຄ້າ; 6. ເສຍພາສີ-ອາກອນ ແລະ ຄ່າບໍລິການທີ່ກ່ຽວຂ້ອງຕາມທີ່ ໄດ້ກຳນົດໄວ້ ໃນກົດໝາຍ ແລະ ລະບຽບການ; 7. ປະຕິບັດຕາມຂໍ້ຕົກລົງສະບັບນີ້, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 2

ທຸລະກິດຂາຍກົງ ທຸລະກິດຂາຍກົງ ແມ່ນການດຳເນີນທຸລະກິດ ຂາຍສິນຄ້າ ໃນລັກສະນະການນຳສະເໜີຂາຍ ໂດຍກົງ ຕໍ່ຜູ້ຊົມໃຊ້ ເຖິງທີ່ຢູ່ອາໄສ ແລະ ສະຖານທີ່ຕ່າງໆ. 1

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 25 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ