ຄຳສັ່ງ ຂອງເຈົ້າແຂວງ ວ່າດ້ວຍການກວດກາ, ເກັບກຳຂໍ້ມູນເຂົ້າສຳມະໂນ ແລະ ອອກສິດໃຊ້ທີ່ດິນ

省长关于检查、采集登记信息并核发土地使用权的命令

Order of the Governor on Inspection, Collection of Registration Information, and Issuance of Land Use Rights

ບົດສະຫຼຸບ

ຄຳສັ່ງຂອງທ່ານເຈົ້າແຂວງອັດຕະປື ອີງຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ແລະ ກົດໝາຍວ່າດ້ວຍທີ່ດິນ, ກຳນົດການກວດກາ, ເກັບກຳຂໍ້ມູນ ແລະ ຈົດທະບຽນທີ່ດິນ ແລະ ອອກໃບຕາດິນໃນທົ່ວແຂວງ, ລະບຸໜ້າທີ່ຂອງຂະແໜງການຕ່າງໆ, ໄລຍະເວລາການແຈ້ງຂອງປະຊາຊົນ, ການກວດສອບທີ່ດິນຂອງລັດ ແລະ ສ່ວນລວມ, ການຫ້າມກັກກັນທີ່ດິນໂດຍບໍ່ຖືກຕ້ອງຕາມກົດໝາຍ.

ມາດຕາ

ມາດຕາ 1

ຄຳນຳ.- ອີງຕາມມາດຕາ 20 ຂອງພາກທີ 11 ວ່າດ້ວຍ "ສິດ ແລະ ໜ້າທີ່ຂອງເຈົ້າແຂວງ" ແຫ່ງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບເລກທີ 68/ສພຊ (ວັນທີ 14 ທັນວາ 2015); - ອີງຕາມກົດໝາຍວ່າດ້ວຍທີ່ດິນ ສະບັບເລກທີ 04/ສພຊ (ວັນທີ 21 ຕຸລາ 2003); - ອີງຕາມມະຕິຕົກລົງຂອງຄະນະປະຈຳພັກແຂວງ ໃນກອງປະຊຸມວັນທີ 5 ພຶດສະພາ 2016 ທີ່ເຫັນດີເປັນເອກະພາບ. ເພື່ອສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທີ່ດິນ (ສະບັບເລກທີ 04/ສພຊ, ວັນທີ 21 ຕຸລາ 2003) ແລະ ດຳລັດວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທີ່ດິນ (ສະບັບເລກທີ 00/ນຍ, ວັນທີ 3 ມິຖຸນາ 2008) ເປັນຕົ້ນແມ່ນການຄຸ້ມຄອງການປົກປັກຮັກສາ ແລະ ການນຳໃຊ້ທີ່ດິນ, ຊຸກຍູ້ການພັດທະນາທີ່ດິນ ໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຍຸຕິທຳ, ມີປະສິດທິພາບ ແລະ ປະສິດທິຜົນ, ເປັນເອກະພາບໃນທົ່ວແຂວງ, ພ້ອມທັງເຮັດໃຫ້ລາຍຮັບງົບປະມານຂອງແຂວງເພີ່ມຂຶ້ນຢ່າງຕໍ່ເນື່ອງ. ເຈົ້າແຂວງອອກຄຳສັ່ງດັ່ງນີ້:

ມາດຕາ 2

ມອບໃຫ້ກົມຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງເປັນຜູ້ນຳໜ້າ, ຮ່ວມກັບກົມການເງິນແຂວງ, ກົມພາສີແຂວງ, ຄະນະກຳມະການໂຄສະນາ ແລະ ຝຶກອົບຮົມແຂວງ, ເຈົ້າເມືອງທັງ 5 ເມືອງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ, ສືບຕໍ່ເຜີຍແຜ່ ແລະ ປະຊາສຳພັນກົດໝາຍວ່າດ້ວຍທີ່ດິນ (ສະບັບເລກທີ 04/ສພຊ, ວັນທີ 21 ຕຸລາ 2003) ພ້ອມທັງລະບຽບການຕ່າງໆກ່ຽວກັບການຄຸ້ມຄອງທີ່ດິນ ລົງສູ່ລະດັບບ້ານ ແລະ ຮາກຖານ, ເພື່ອໃຫ້ມີຄວາມເຂົ້າໃຈຢ່າງກວ້າງຂວາງ. ສ່ວນລະດັບເມືອງ, ມອບໃຫ້ເຈົ້າເມືອງ ຫຼື ຮອງເຈົ້າເມືອງເປັນຜູ້ຊີ້ນຳໂດຍກົງ, ຮ່ວມກັບຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງທັງ 5 ເມືອງ, ອອກແຈ້ງການເຜີຍແຜ່ຄຳສັ່ງນີ້, ເພື່ອໃຫ້ປະຊາຊົນພີ່ນ້ອງໃນເຂດຮັບຜິດຊອບເຂົ້າໃຈຢ່າງເລິກເຊິ່ງ ແລະ ເຂົ້າຮ່ວມການຈັດຕັ້ງປະຕິບັດ, ໃຫ້ບັນລຸຜົນດີ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 7 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ