ຄຳສັ່ງ ກ່ຽວກັບການຢຸດຕິຊົ່ວຄາວ ການສີດພົ່ນຢາຂ້າເຊື້ອພາຫະນະທົ່ວໄປທີ່ເຂົ້າມາ ສປປ ລາວ

关于暂停对入境老挝人民民主共和国的普通车辆喷洒消毒药剂的命令

Order on Suspending the Disinfection Spraying of Ordinary Vehicles Entering the Lao People's Democratic Republic

ບົດສະຫຼຸບ

ຄຳສັ່ງຂອງທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຢຸດການສີດພົ່ນຢາຂ້າເຊື້ອ ແລະ ເກັບຄ່າບໍລິການສີດພົ່ນ ສຳລັບລົດທົ່ວໄປທີ່ເຂົ້າມາ ສປປ ລາວ ແຕ່ບໍ່ໄດ້ບັນທຸກສັດ ຫຼື ຜະລິດຕະພັນສັດ ແລະ ພືດ, ນັບແຕ່ວັນທີ່ລົງນາມເປັນຕົ້ນໄປ ຈົນກວ່າກະຊວງກະສິກຳ ແລະ ປ່າໄມ້ ຈະແຈ້ງການຢ່າງເປັນທາງການ; ລົດທີ່ບັນທຸກສັດ ແລະ ຜະລິດຕະພັນສັດ ແລະ ພືດ ໂດຍສະເພາະ ຍັງສາມາດສີດພົ່ນຕາມມາດຕະການດ້ານວິຊາການ.

ມາດຕາ

ມາດຕາ 1

ຢູ່ທຸກດ່ານຊາຍແດນທົ່ວປະເທດ, ໃຫ້ຢຸດການສີດພົ່ນຢາຂ້າເຊື້ອຊົ່ວຄາວຕໍ່ລົດທົ່ວໄປທີ່ບໍ່ໄດ້ບັນທຸກສັດ, ຜະລິດຕະພັນສັດ, ພືດ ຫຼື ຜະລິດຕະພັນພືດ, ຈົນກວ່າຈະໄດ້ຮັບແຈ້ງການຢ່າງເປັນທາງການຈາກກະຊວງກະສິກຳ ແລະ ປ່າໄມ້;

ມາດຕາ 2

ສຳລັບພາຫະນະທີ່ຂົນສົ່ງສັດ, ຜະລິດຕະພັນສັດ, ພືດ ຫຼື ຜະລິດຕະພັນພືດ ເຂົ້າມາໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍສະເພາະ, ອະນຸຍາດໃຫ້ດຳເນີນການຂ້າເຊື້ອຕາມຂັ້ນຕອນດ້ານວິຊາການ;

ມາດຕາ 3

ຢຸດເຊົາການເກັບຄ່າບໍລິການສີດພົ່ນຢາຂ້າເຊື້ອ ສຳລັບພາຫະນະທຸກປະເພດ (ພາຫະນະທົ່ວໄປ ແລະ ພາຫະນະທີ່ຂົນສົ່ງສັດ, ຜະລິດຕະພັນສັດ, ພືດ ຫຼື ຜະລິດຕະພັນພືດ) ທີ່ເຂົ້າມາໃນ ສປປ ລາວ;

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 7 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ