老挝红十字工作法
ກົດໝາຍ ວ່າດ້ວຍວຽກງານກາແດງລາວ
Law on Lao Red Cross
简介
【redcross正文:OCR识别老挝文 + 中文翻译,未经律师终审,以官方PDF为准。共65条】
Summary
redcross text: OCR-recognized Lao text + Chinese translation, not final-reviewed by lawyer, official PDF prevails. Total 65 articles.
ບົດສະຫຼຸບ
ຂໍ້ຄວາມກາແດງ: ການຮັບຮູ້ຕົວໜັງສືລາວຜ່ານ OCR + ການແປພາສາຈີນ, ຍັງບໍ່ໄດ້ຜ່ານການກວດສອບສຸດທ້າຍຈາກທະນາຍຄວາມ, ໃຫ້ອີງໃສ່ PDF ທາງການ. ມີທັງໝົດ 65 ຂໍ້.
条文
第1条
第1条 宗旨
本法规定关于老挝红十字工作的管理、跟踪、检查的原则、规章和措施,旨在使该项工作稳固、坚强、富有成效,确保人道主义援助及时、广泛,能够与地区及国际接轨,为保卫和发展国家作出贡献。
ພາສາລາວ (老挝语原文)
ມາດຕາ 1 ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການຕິດຕາມ ກວດກາ ວຽກງານກາແດງລາວ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີຄວາມຫຼັກແໜ້ນ ເຂັ້ມແຂງ, ມີປະສິດທິພາບ, ປະສິດທິຜົນ ແນໃສ່ຮັບປະກັນເຮັດໃຫ້ການຊ່ວຍເຫຼືອ ດ້ານມະນຸດສະທຳ ໄດ້ຢ່າງທັນການ, ທົ່ວເຖິງ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
第2条
第2条 老挝红十字工作
老挝红十字工作是人道主义援助,是践行相互救助原则的工具和机制之一,营造社会中均衡、和睦与团结的环境。
ພາສາລາວ (老挝语原文)
ມາດຕາ 2 ວຽກງານກາແດງລາວ
ວຽກງານກາແດງລາວ ແມ່ນ ການຊ່ວຍເຫຼືອດ້ານມະນຸດສະທຳ, ເປັນເຄື່ອງມື ແລະ ກົນໄກໜຶ່ງ ໃນການປະຕິບັດຫຼັກການຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ສ້າງສະພາບແວດລ້ອມທີ່ມີຄວາມສົມດູນ, ກົມກຽວ ແລະ ປອງດອງກັນໃນສັງຄົມ.
第3条
第3条 词语释义
本法所使用的词语,含义如下:
1. 人道主义,是指对同为人类者的仁爱与同情;
2. 人道主义工作,是指在物质和精神方面开展救济、救灾的活动,以保护生命、健康及尊重人的权利,并包括促进、发展人的可持续性;
3. 红十字与红新月国际运动,是指红十字国际委员会、红十字会与红新月会国际联合会,以及各国红十字会或红新月会的活动;
4. 红十字与红新月国际运动七项基本原则,是指红十字工作的活动原则,即人道、公正、中立、独立、志愿服务、统一和普遍;
5. 红十字,是指红十字标志(红色加号),是人道主义精神的代表标志,用于履行向遭受灾害的民众、贫困者提供紧急初步救助及促进社区健康的职责;
6. 红新月,是指红色半月形标志,是人道主义精神的代表标志,用于履行向遭受灾害的民众、贫困者提供紧急初步救助及促进社区健康的职责,与红十字标志相同;
7. 灾害,是指因自然及人为行为而产生的危害,如火灾、水灾、风灾、旱灾、虫害、疫情、寒潮、滑坡、地震、战争、事故;
8. 灾害风险,是指某种灾害事件可能发生,并对民众的健康、生命及财产造成重大损失的可能性;
9. 危险,是指某种现象或情形,具有可能导致破坏或对民众的健康、生命及财产造成损害的倾向;
10. 受害者,是指因自然灾害及人为灾害而在身体、生命、精神及财物方面受到影响的人。
ພາສາລາວ (老挝语原文)
ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ມະນຸດສະທຳ ໝາຍເຖິງ ຄວາມເມດຕາ ສົງສານຕໍ່ເພື່ອນມະນຸດດ້ວຍກັນ;
2. ວຽກງານມະນຸດສະທຳ ໝາຍເຖິງ ການເຄື່ອນໄຫວຊ່ວຍເຫຼືອບັນເທົາທຸກ ທາງດ້ານວັດຖຸ ແລະ ຈິດໃຈ ເພື່ອປົກປ້ອງຊີວິດ, ສຸຂະພາບ ແລະ ເຄົາລົບສິດຂອງຄວາມເປັນມະນຸດ ລວມທັງການສົ່ງເສີມ, ພັດທະນາຄວາມຍືນຍົງຂອງມະນຸດ;
3. ຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ ໝາຍເຖິງ ການເຄື່ອນໄຫວຂອງຄະນະກຳມະການກາແດງສາກົນ, ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ, ອົງການກາແດງ ຫຼື ຊີກວົງເດືອນແດງແຫ່ງຊາດຕ່າງໆ;
4. ເຈັດຫຼັກການພື້ນຖານຂອງຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ ໝາຍເຖິງ ຫຼັກການເຄື່ອນໄຫວວຽກງານກາແດງ ຄື ມີມະນຸດສະທຳ, ທ່ຽງທຳ, ເປັນກາງ, ເປັນເອກະລາດ, ສະໝັກໃຈ, ເປັນເອກະພາບ ແລະ ມີນໍ້າໃຈສາກົນ;
5. ກາແດງ ໝາຍເຖິງ ສັນຍາລັກກາກະບາດສີແດງ (ໝາຍບວກສີແດງ) ເປັນເຄື່ອງໝາຍ ທີ່ເປັນຕົວແທນຂອງຄວາມມີນໍ້າໃຈມະນຸດສະທຳ ເພື່ອເຮັດໜ້າທີ່ໃນການຊ່ວຍເຫຼືອສຸກເສີນເບື້ອງຕົ້ນ ແກ່ປະຊາຊົນຜູ້ປະສົບໄພພິບັດ, ຜູ້ທຸກຍາກ ແລະ ສົ່ງເສີມສຸຂະພາບຊຸມຊົນ;
6. ຊີກວົງເດືອນແດງ ໝາຍເຖິງ ສັນຍາລັກເຄິ່ງວົງເດືອນສີແດງ ເປັນເຄື່ອງໝາຍ ທີ່ເປັນຕົວແທນຂອງຄວາມມີນໍ້າໃຈມະນຸດສະທຳ ເພື່ອເຮັດໜ້າທີ່ໃນການຊ່ວຍເຫຼືອສຸກເສີນເບື້ອງຕົ້ນ ແກ່ປະຊາຊົນຜູ້ປະສົບໄພພິບັດ, ຜູ້ທຸກຍາກ ແລະ ສົ່ງເສີມສຸຂະພາບຊຸມຊົນ ຄືກັບເຄື່ອງໝາຍກາແດງ;
7. ໄພພິບັດ ໝາຍເຖິງ ໄພອັນຕະລາຍທີ່ເກີດຂຶ້ນຈາກທຳມະຊາດ ແລະ ການກະທຳຂອງມະນຸດ ເຊັ່ນ ອັກຄີໄພ, ອຸທົກກະໄພ, ວາຕະໄພ, ໄພແຫ້ງແລ້ງ, ສັດຕູພືດ, ພະຍາດລະບາດ, ອາກາດໜາວ, ດິນເຈື່ອນ, ແຜ່ນດິນໄຫວ, ສົງຄາມ, ອຸບປະຕິເຫດ;
8. ຄວາມສ່ຽງຈາກໄພພິບັດ ໝາຍເຖິງ ຄວາມເປັນໄປໄດ້ຂອງເຫດການໄພພິບັດໃດໜຶ່ງ ທີ່ອາດຈະເກີດຂຶ້ນ ແລະ ນຳຜົນເສຍຫາຍອັນໃຫຍ່ຫຼວງຕໍ່ສຸຂະພາບ, ຊີວິດ ແລະ ຊັບສິນ ຂອງປະຊາຊົນ;
9. ໄພອັນຕະລາຍ ໝາຍເຖິງ ປາກົດການ ຫຼື ສະຖານະການໃດໜຶ່ງ ຊຶ່ງມີທ່າອຽງທີ່ຈະກໍ່ໃຫ້ມີການທຳລາຍ ຫຼື ສ້າງຄວາມເສຍຫາຍຕໍ່ສຸຂະພາບ, ຊີວິດ ແລະ ຊັບສິນຂອງປະຊາຊົນ;
10. ຜູ້ຖືກເຄາະຮ້າຍ ໝາຍເຖິງ ຜູ້ໄດ້ຮັບຜົນກະທົບທາງດ້ານ ຮ່າງກາຍ, ຊີວິດ, ຈິດໃຈ ແລະ ຊັບສິ່ງຂອງ ຈາກໄພພິບັດທາງທຳມະຊາດ ແລະ ມະນຸດສ້າງຂຶ້ນ.
第4条
第4条 国家关于老挝红十字工作的政策
国家通过给予支持、提供便利,并提供人员、车辆、设备、基础设施、预算,鼓励、促进老挝红十字工作,以保障人道主义援助。
国家动员社会各界参与并协作开展老挝红十字工作。
国家依法保护参与老挝红十字工作活动的个人、法人及组织的合法权益。
ພາສາລາວ (老挝语原文)
ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານກາແດງລາວ
ລັດ ຊຸກຍູ້ ສົ່ງເສີມ ວຽກງານກາແດງລາວ ດ້ວຍການສະໜັບສະໜູນ, ອຳນວຍຄວາມສະດວກ ແລະ ປະກອບບຸກຄະລາກອນ, ພາຫະນະ, ອຸປະກອນ, ໂຄງລ່າງພື້ນຖານ, ງົບປະມານ ເພື່ອຮັບປະກັນການຊ່ວຍເຫຼືອດ້ານມະນຸດສະທຳ.
ລັດ ປຸກລະດົມ ທຸກພາກສ່ວນໃນສັງຄົມ ໃຫ້ປະກອບສ່ວນ ແລະ ຮ່ວມມືໃນວຽກງານກາແດງລາວ.
ລັດ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຂົ້າຮ່ວມການເຄື່ອນໄຫວວຽກງານກາແດງລາວ ດ້ວຍກົດໝາຍ.
第5条
第5条 红十字工作活动原则
开展红十字工作活动应遵循下列原则:
1. 保障贯彻执行老挝人民民主共和国的路线、政策、宪法及法律;
2. 在全国范围内集中统一;
3. 公开、透明、公正、可核查且不以营利为目的;
4. 保障红十字与红新月国际运动七项基本原则;
5. 符合老挝人民民主共和国作为缔约方的条约及国际协定。
ພາສາລາວ (老挝语原文)
ມາດຕາ 5 ຫຼັກການຂອງການເຄື່ອນໄຫວວຽກງານກາແດງ
ການເຄື່ອນໄຫວວຽກງານກາແດງ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ຮັບປະກັນການປະຕິບັດ ແນວທາງ ນະໂຍບາຍ, ລັດຖະທຳມະນູນ ແລະ ກົດໝາຍ ຂອງ ສປປ ລາວ;
2. ລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
3. ເປີດເຜີຍ, ໂປ່ງໃສ, ຍຸຕິທຳ, ສາມາດກວດສອບໄດ້ ແລະ ບໍ່ຫວັງຜົນກຳໄລ;
4. ຮັບປະກັນ ເຈັດຫຼັກການພື້ນຖານຂອງຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ;
5. ສອດຄ່ອງກັບສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.
第6条
第6条 法律适用范围
本法适用于在老挝人民民主共和国境内开展红十字工作的个人、法人及组织,包括国内及国外。
ພາສາລາວ (老挝语原文)
ມາດຕາ 6 ຂອບເຂດການນຳໃຊ້ກົດໝາຍ
ກົດໝາຍສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວວຽກງານກາແດງ ຢູ່ ສປປ ລາວ.
第7条
第7条 国际合作
国家促进与外国、地区及国际在红十字工作方面的联系合作,通过交流经验、信息、科学、技术及人力资源开发,使该项工作富有成效、有所发展,并履行老挝人民民主共和国作为缔约方的条约及国际协定。
ພາສາລາວ (老挝语原文)
ມາດຕາ 7 ການຮ່ວມມືສາກົນ
ລັດ ສົ່ງເສີມການພົວພັນຮ່ວມມືກັບ ຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານກາແດງ ດ້ວຍການແລກປ່ຽນ ບົດຮຽນ, ຂໍ້ມູນ ຂ່າວສານ, ວິທະຍາສາດ, ເຕັກໂນໂລຊີ ແລະ ການພັດທະນາຊັບພະຍາກອນມະນຸດ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບ, ປະສິດທິຜົນ, ມີການພັດທະນາ ແລະ ປະຕິບັດສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.
第8条
第8条 红十字工作活动
红十字工作活动是指有社会参与的组织实施人道主义工作的过程,如下:
1. 初步救济援助;
2. 动员献血及供应安全血液;
3. 促进基础卫生健康;
4. 初级护理(急救);
5. 紧急救援;
6. 宣传与筹募资金;
7. 发展会员及红十字志愿者;
8. 寻访失散亲人;
9. 国际联系与合作。
ພາສາລາວ (老挝语原文)
ມາດຕາ 8 ການເຄື່ອນໄຫວວຽກງານກາແດງ
ການເຄື່ອນໄຫວວຽກງານກາແດງ ແມ່ນ ຂະບວນການຈັດຕັ້ງປະຕິບັດວຽກງານມະນຸດສະທຳ ທີ່ມີການເຂົ້າຮ່ວມຂອງສັງຄົມ ດັ່ງນີ້:
1. ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ;
2. ການປຸກລະດົມຂົນຂວາຍບໍລິຈາກເລືອດ ແລະ ການສະໜອງເລືອດທີ່ປອດໄພ;
3. ການສົ່ງເສີມສຸຂະພາບຂັ້ນພື້ນຖານ;
4. ການປະຖົມພະຍາບານ;
5. ການກູ້ໄພສຸກເສີນ;
6. ການໂຄສະນາ ຂົນຂວາຍແຫຼ່ງທຶນ;
7. ການສ້າງສະມາຊິກ ແລະ ອາສາສະໝັກກາແດງ;
8. ການສືບທາວຫາຍາດພີ່ນ້ອງ;
9. ການພົວພັນ ແລະ ຮ່ວມມືສາກົນ.
第9条
第9条 初步救济援助
初步救济援助是指基础的物质和精神援助,包括提供基础知识,以增强社区在灾害预防、降低风险及应对方面的能力。
初步救济援助的对象是受灾害影响者、贫困匮乏者、孤苦无依者、弱势者、孤儿、残疾人以及居住于偏远地区者。
ພາສາລາວ (老挝语原文)
ມາດຕາ 9 ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ
ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ ແມ່ນ ການຊ່ວຍເຫຼືອທາງດ້ານວັດຖຸ ແລະ ຈິດໃຈຂັ້ນພື້ນຖານ, ລວມທັງ ການໃຫ້ຄວາມຮູ້ພື້ນຖານ ເພື່ອສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ກ່ຽວກັບວຽກງານປ້ອງກັນ, ຫຼຸດຜ່ອນຄວາມສ່ຽງ ແລະ ຮັບມືກັບໄພພິບັດ.
ເປົ້າໝາຍຂອງການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ ແມ່ນ ຜູ້ທີ່ຖືກຜົນກະທົບຈາກໄພພິບັດ, ຜູ້ທຸກຍາກຂາດເຂີນ, ປ່ຽວພອຍ, ດ້ອຍໂອກາດ, ກຳພ້າ, ກຳພອຍ, ຄົນພິການ ແລະ ຜູ້ຢູ່ເຂດຫ່າງໄກສອກຫຼີກ.
第10条
第10条 动员献血及供应安全血液
动员献血及供应安全血液是指招募自愿献血者、接受献血、检验血液、储存保管、质量管理以及充分、安全、及时供应血液的过程。
ພາສາລາວ (老挝语原文)
ມາດຕາ 10 ການປຸກລະດົມຂົນຂວາຍບໍລິຈາກເລືອດ ແລະ ການສະໜອງເລືອດທີ່ປອດໄພ
ການປຸກລະດົມຂົນຂວາຍ ບໍລິຈາກເລືອດ ແລະ ການສະໜອງເລືອດທີ່ປອດໄພ ແມ່ນ ຂະບວນການຈັດຫາຜູ້ບໍລິຈາກເລືອດແບບສະໝັກໃຈ, ຮັບການບໍລິຈາກເລືອດ, ກວດກາວິເຄາະເລືອດ, ເກັບຮັກສາ, ຄຸ້ມຄອງຄຸນນະພາບ ແລະ ການສະໜອງເລືອດໃຫ້ພຽງພໍ, ປອດໄພ ແລະ ທັນເວລາ.
第11条
第11条 促进基础卫生健康
促进基础卫生健康是指使弱势群众、社区、偏远地区能够获得清洁饮水、环境卫生、卫生保健、营养、母婴健康,并通过卫生教育宣传、初级护理培训,按照卫生部的政策开展,使民众拥有良好的健康及生活。
ພາສາລາວ (老挝语原文)
ມາດຕາ 11 ການສົ່ງເສີມສຸຂະພາບຂັ້ນພື້ນຖານ
ການສົ່ງເສີມສຸຂະພາບຂັ້ນພື້ນຖານ ແມ່ນ ການເຮັດໃຫ້ປະຊາຊົນຜູ້ດ້ອຍໂອກາດ, ຊຸມຊົນ, ເຂດຫ່າງໄກສອກຫຼີກ ໄດ້ເຂົ້າເຖິງນໍ້າສະອາດ, ສຸຂາພິບານ, ອະນາໄມ, ໂພຊະນາການ, ສຸຂະພາບແມ່ ແລະ ເດັກ ດ້ວຍການໂຄສະນາສຸຂະສຶກສາ, ການຝຶກອົບຮົມການປະຖົມພະຍາບານ ຕາມນະໂຍບາຍຂອງກະຊວງສາທາລະນະສຸກ ເພື່ອເຮັດໃຫ້ປະຊາຊົນມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີ.
第12条
第12条 初级护理(急救)
初级护理是指对身体和/或精神受伤的受害者,正确使用周边现有物品给予初步救助,直至送达医疗服务场所。
提供初级护理援助者,须接受初级护理方面的培训。
ພາສາລາວ (老挝语原文)
ມາດຕາ 12 ການປະຖົມພະຍາບານ
ການປະຖົມພະຍາບານ ແມ່ນ ການຊ່ວຍເຫຼືອເບື້ອງຕົ້ນ ແກ່ຜູ້ຖືກເຄາະຮ້າຍທີ່ໄດ້ຮັບບາດເຈັບ ທາງດ້ານຮ່າງກາຍ ແລະ/ຫຼື ຈິດໃຈ ໂດຍນຳໃຊ້ວັດຖຸປະກອນທີ່ມີຢູ່ອ້ອມຂ້າງ ຢ່າງຖືກວິທີ ຈົນກວ່າຈະນຳສົ່ງເຖິງສະຖານທີ່ບໍລິການດ້ານການແພດ.
ຜູ້ທີ່ຈະໃຫ້ການຊ່ວຍເຫຼືອປະຖົມພະຍາບານ ຕ້ອງໄດ້ຮັບການຝຶກອົບຮົມ ທາງດ້ານປະຖົມພະຍາບານ.
本页展示前 12 条,全文共 65 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读