ຄຳສັ່ງ ຂອງ ເຈົ້າແຂວງ ຄຳມ່ວນ ກ່ຽວກັບ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ຝຸ່ນ, ແນວພັນພືດ, ຢາຂ້າຫຍ້າ ແລະ ຢາປາບສັດຕູພືດອື່ນໆ ໃນແຂວງຄຳມ່ວນ

甘蒙省省长关于在甘蒙省加强管理和检查化肥、植物种子、除草剂及其他农药的命令

Order of the Governor of Khammouane Province on Strengthening Management and Inspection of Fertilizers, Plant Seeds, Herbicides, and Other Pesticides

ບົດສະຫຼຸບ

ຄຳສັ່ງຂອງທ່ານເຈົ້າແຂວງຄຳມ່ວນ ກ່ຽວກັບບັນຫາການລັກລອບນຳເຂົ້າ, ຈຳໜ່າຍ ແລະ ນຳໃຊ້ປຸ໋ຍ, ແກ່ນພືດ, ຢາປາບສັດຕູພືດ ໂດຍສະເພາະຢາຂ້າຫຍ້າທີ່ຖືກຫ້າມ ໂດຍຜູ້ປະກອບການບາງຄົນ, ມອບໃຫ້ຂະແໜງກະສິກຳ ແລະ ປ່າໄມ້, ອຸດສາຫະກຳ ແລະ ການຄ້າ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ດ່ານພາສີ, ຕຳຫຼວດ, ສາທາລະນະສຸກ ເພີ່ມທະວີການຄຸ້ມຄອງ ແລະ ກວດກາການນຳເຂົ້າ, ຈຳໜ່າຍ ແລະ ນຳໃຊ້ ໃຫ້ຖືກຕ້ອງຕາມກົດໝາຍ, ຮັບປະກັນຄວາມປອດໄພຂອງຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ.

ມາດຕາ

ມາດຕາ 1

ມອບໃຫ້ກົມກະສິກຳ ແລະ ປ່າໄມ້ແຂວງຄຳມ່ວນ ປະສານງານກັບອົງການປົກຄອງເມືອງ, ກົມອຸດສາຫະກຳ ແລະ ການຄ້າແຂວງ, ກົມຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ດ່ານພາສີອາກອນເຂດ 3, ກອງບັນຊາການຕຳຫຼວດແຂວງ ແລະ ກົມສາທາລະນະສຸກແຂວງ, ເພື່ອຈັດຕັ້ງຄະນະນຳ ແລະ ຄະນະກຳມະການ, ຕິດຕາມ, ກວດກາ ແລະ ເອົາໃຈໃສ່ການຄຸ້ມຄອງການກວດກາການນຳເຂົ້າປຸ໋ຍ, ແກ່ນພືດ ແລະ ຢາປາບສັດຕູພືດ ໂດຍສະເພາະຢາຂ້າຫຍ້າ ຈາກຕ່າງປະເທດຜ່ານດ່ານຊາຍແດນພື້ນເມືອງ ແລະ ດ່ານສາກົນ ເຂົ້າມາໃນທ້ອງຖິ່ນ ຢ່າງເຂັ້ມງວດຕາມເຕັກນິກ ແລະ ລະບຽບການ.

ມາດຕາ 2

ຫ້າມບໍ່ໃຫ້ໂຄງການພັດທະນາສາທາລະນະພາຍໃນ ແລະ ຕ່າງປະເທດ, ຂະແໜງການຄ້າ ແລະ ຜູ້ປະກອບການ ນຳເຂົ້າປຸ໋ຍ, ແກ່ນພືດ, ຢາປາບສັດຕູພືດ ແລະ ຢາຂ້າຫຍ້າ ທີ່ບໍ່ໄດ້ຈົດທະບຽນຢ່າງຖືກຕ້ອງຕາມລະບຽບກົດໝາຍຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ມາດຕາ 3

ຫ້າມຮ້ານຈຳໜ່າຍປຸ໋ຍ, ແກ່ນພືດ ແລະ ຢາປາບສັດຕູພືດ ນຳເອົາສິນຄ້າປະເພດປຸ໋ຍ, ແກ່ນພືດ ແລະ ຢາປາບສັດຕູພືດ ມາປະສົມປະສານກັບສິນຄ້າບໍລິໂພກ ແລະ ເຄື່ອງໃຊ້ຕ່າງໆ ອື່ນໆ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 13 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ