ຄຳແນະນຳ ວ່າດ້ວຍການເກັບກຳ ແລະ ສຳຫຼວດ ຖານລາຍຮັບງົບປະມານ ຄືນໃໝ່ ໃນຂອບເຂດທົ່ວປະເທດ
关于在全国范围内重新收集和普查预算收入基数的指示
Directive on Recollecting and Surveying Budget Revenue Bases Nationwide
ບົດສະຫຼຸບ
ຄຳແນະນຳຂອງກະຊວງການເງິນ ທີ່ອອກເພື່ອປະຕິບັດຕາມຄຳສັ່ງເລກທີ 40/ນຍ ຂອງນາຍົກລັດຖະມົນຕີ, ກຳນົດໃຫ້ມີການເກັບກຳ ແລະ ສຳຫຼວດຖານລາຍຮັບງົບປະມານແຫ່ງລັດຄືນໃໝ່ທົ່ວປະເທດຢ່າງເປັນເອກະພາບ, ຊີ້ແຈງຈຸດປະສົງ, ເປົ້າໝາຍ, ຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດ, ເນື້ອໃນການເກັບກຳ, ການສະຫຼຸບລາຍງານ ແລະ ການຈັດສັນງົບປະມານ, ເປັນພື້ນຖານໃນການຈັດສັນແຜນພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແຜນງົບປະມານແຫ່ງລັດ.
ມາດຕາ
ມາດຕາ 1
[ຈຸດປະສົງ] ຄຳແນະນຳສະບັບນີ້ ຈັດຂຶ້ນເພື່ອປະຕິບັດຕາມຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 40/ນຍ ລົງວັນທີ 29 ກັນຍາ 2016 ວ່າດ້ວຍການເກັບກຳ ແລະ ສຳຫຼວດຖານລາຍຮັບງົບປະມານຄືນໃໝ່ໃນທົ່ວປະເທດ, ແລະ ເປັນພື້ນຖານໃຫ້ບັນດາກະຊວງກາງ ແລະ ອົງການປົກຄອງທ້ອງຖິ່ນ ໃນການເກັບກຳ ແລະ ສຳຫຼວດຖານລາຍຮັບງົບປະມານແຫ່ງລັດຄືນໃໝ່ໃນທົ່ວປະເທດ, ເພື່ອແນໃສ່ໃຫ້ການຄຸ້ມຄອງ ແລະ ເກັບລາຍຮັບງົບປະມານແຫ່ງລັດ ມີຄວາມຄົບຖ້ວນ, ຖືກຕ້ອງຕາມກົດໝາຍ, ມີປະສິດທິພາບ, ແລະ ບັນລຸຕາມແຜນການທີ່ສະພາແຫ່ງຊາດອະນຸມັດໃນແຕ່ລະໄລຍະ.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 6 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ