ຄຳສັ່ງແນະນຳ ຂອງເຈົ້າແຂວງບໍລິຄຳໄຊ ວ່າດ້ວຍການຕິດຕາມກວດກາ ແລະ ປະເມີນຜົນໂຄງການລົງທຶນຂອງລັດ ທີກຳລັງຈັດຕັ້ງປະຕິບັດ

波里坎赛省省长关于跟踪检查及评估正在实施的国家投资项目的指导性命令

Directive Order of the Governor of Bolikhamxay Province on Monitoring and Evaluating Ongoing National Investment Projects

ບົດສະຫຼຸບ

ຄຳສັ່ງຊີ້ນຳນີ້ອີງໃສ່ກົດໝາຍວ່າດ້ວຍການລົງທຶນຂອງລັດ ແລະ ອື່ນໆ, ຮຽກຮ້ອງໃຫ້ທຸກເມືອງ, ທຸກພະແນກ, ວິສາຫະກິດຂອງລັດ ແລະ ບໍລິສັດຮັບເໝົາໃນແຂວງ ປະຕິບັດການຄຸ້ມຄອງໂຄງການລົງທຶນຂອງລັດທີ່ໄດ້ຮັບການວາງແຜນ ແລະ ກຳນົດແຫຼ່ງທຶນຢ່າງຖືກຕ້ອງ, ພ້ອມທັງກຳນົດລະບຽບການຕ່າງໆ ເຊັ່ນ: ການສຳຫຼວດອອກແບບ, ການປະມູນ, ການຄຸ້ມຄອງການກໍ່ສ້າງ, ການກວດກາ, ການປະເມີນຜົນ, ການຈ່າຍເງິນ ແລະ ອັດຕາຄ່າບໍລິຫານ.

ມາດຕາ

ມາດຕາ 1

ຮຽກຮ້ອງໃຫ້ທຸກເມືອງ, ທຸກກົມ, ທຸກຂະແໜງ, ຫ້ອງການ, ວິສາຫະກິດລັດ ແລະ ບໍລິສັດ, ຈົ່ງຕັ້ງໃຈຄຸ້ມຄອງການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ໃຫ້ຖືກຕ້ອງຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ, ດຳລັດວ່າດ້ວຍການຄຸ້ມຄອງການລົງທຶນຂອງລັດ ແລະ ແຈ້ງການຊີ້ນຳປະຈຳປີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ.

ມາດຕາ 2

ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ຕ້ອງເປັນໂຄງການທີ່ຖືກບັນຈຸເຂົ້າໃນແຜນການລົງທຶນປະຈຳປີຂອງລັດ, ມີແຫຼ່ງທຶນທີ່ກຳນົດແນ່ນອນ ແລະ ຜ່ານການອະນຸມັດຈາກສະພາແຫ່ງຊາດ ແລະ ສະພາປະຊາຊົນທ້ອງຖິ່ນເທົ່ານັ້ນ.

ມາດຕາ 3

ໂຄງການລົງທຶນຂອງລັດທັງໝົດຕ້ອງປະຕິບັດຕາມດຳລັດເລກທີ 03/ນຍ ລົງວັນທີ 9 ມັງກອນ 2004 ວ່າດ້ວຍການຈັດຊື້-ຈັດຈ້າງ, ການຊື້ສິນຄ້າ, ການກໍ່ສ້າງ, ການສ້ອມແປງ ແລະ ການບໍລິການດ້ວຍທຶນຂອງລັດ. ຕ້ອງດຳເນີນການປະມູນ, ການສອບລາຄາ, ຕ້ອງເປີດເຜີຍ ແລະ ຂະຫຍາຍກວ້າງ ໂດຍມີຄະນະກຳມະການຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ, ຫຼີກເວັ້ນການປະມູນ ຫຼື ສອບລາຄາແບບພິທີກຳ; ໂຄງການທັງໝົດຕ້ອງມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 15 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ