ກົດໝາຍວ່າດ້ວຍ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ສະບັບປັບປຸງ)

老挝人民革命青年团法(修订版)

Law of Lao People's Revolutionary Youth Committee (Amended)

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດຈຸດປະສົງຂອງການຈັດຕັ້ງ ແລະ ການເຄື່ອນໄຫວຂອງຊາວໜຸ່ມປະຊາຊົນປະຕິວັດລາວ, ຊີ້ແຈງລັກສະນະ, ຖານະ ແລະ ບົດບາດຂອງອົງການຊາວໜຸ່ມໃນຖານະເປັນອົງການຈັດຕັ້ງມະຫາຊົນຊາວໜຸ່ມພາຍໃຕ້ການນຳພາຂອງພັກ. ກົດໝາຍສະບັບນີ້ໃຊ້ກັບອົງການຈັດຕັ້ງຊາວໜຸ່ມທຸກຂັ້ນ ແລະ ສະມາຊິກທົ່ວປະເທດ, ກຳນົດຫຼັກການຈັດຕັ້ງ, ໜ້າທີ່ ແລະ ກົນໄກການດຳເນີນງານຂອງອົງການ, ເພື່ອສາມັກຄີ ແລະ ນຳພາຊາວໜຸ່ມເຂົ້າຮ່ວມການກໍ່ສ້າງ ແລະ ພັດທະນາປະເທດຊາດ.

ມາດຕາ

ມາດຕາ 1

ມາດຕາ 1 (ປັບປຸງ) ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການເຄື່ອນ
ໄຫວ, ການຄຸ້ມຄອງ ແລະ ການຕິດຕາມກວດກາວຽກງານຂອງຄະນະຊາວຫຼຸ່ມປະຊາຊົນປະຕິວັດລາວ ເພືອ
ຮັບປະກັນໃຫ້ຄະນະຊາວຫ່ມປະຊາຊົນປະຕິວັດລາວ ໄດ້ປະຕິບັດພາລະບົດບາດ, ສິດ ແລະ ຫໍຳທີ່ຢ່າງມີປະ
ສິດທິຜົນ, ຍົກສູງຄວາມຮັບຜິດຊອບຂອງລັດ, ສັງຄົມ, ຄອບຄົວ ຕໍ່ການປັບປຸງກໍ່ສຳງຄະນະຊາວຫຼຸ່ມປະຊາ
ຊົນປະຕິວັດລາວ ແນໃສ່ເຮັດໃຫ້ຄະນະຊາວຫ່ມປະຊາຊົນປະຕິວັດລາວ ເປັນອົງການຈັດຕັ້ງທີ່ຫັກແຫ້ນທາງ
ດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ສາມາດເຕົ້າໂຮມເຍົາວະຊົນ, ອະນຸຊົນ ແລະ ສຶກສາອົບຮິມ ໃຫ້
ກາຍເປັນຜູ້ສັບທອດພາລະກິດປະຕິວັດຂອງພັກ, ຂອງຊາດ ແລະ ປະກອບສ່ວນໃນພາລະກິດປຶກປັກຮັກສາ
ແລະ ສ້າງສາພັດທະນາປະເທດຊາດ.

ມາດຕາ 2

ມາດຕາ 2 (ປັບປຸງ) ຄະນະຊາວຫູ່ມປະຊາຊົນປະຕິວັດລາວ
ຄະນະຊາວຫ່ມປະຊາຊົນປະຕິວັດລາວ ແມ່ນ ຫຶ່ງໃນອົງການຈັດຕັ້ງມະຫາຊົນໃນລະບົບການ
ເມືອງຂອງລະບອບປະຊາທິປະໄຕປະຊາຊົນທີ່ມີພັກປະຊາຊົນປະຕິວັດລາວເປັນແກນນຳ, ເປັນການຈັດຕັ້ງຂອງ
ຊາວຫຼ່ມລາວຜູ້ຫ້າວຫັນ, ດີເດັນ, ໄດ້ຜ່ານການຝຶກຝົນຫຼໍ້ຫຼອມ ຈາກຂະບວນການຂອງມະຫາຊົນ.
ຄະນະຊາວຫຼໍ່ມປະຊາຊົນປະຕິວັດລາວ ຂຽນອັກສອນຫຍໍ້ວ່າ: “ຄຊປປລ”.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 57 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ