ຄຳສັ່ງແນະນຳ ຂອງເຈົ້າແຂວງບໍລິຄຳໄຊ ກ່ຽວກັບການຈັດຕັ້ງປະຕິບັດການເກັບເງິນພັນທະກອງທຶນພັດທະນາການທ່ອງທ່ຽວຂັ້ນແຂວງ ຢູ່ດ່ານສາກົນພາຍໃນແຂວງບໍລິຄຳໄຊ

波里坎赛省省长关于在波里坎赛省境内国际口岸组织实施征收省级旅游发展基金义务款项的指导性命令

Directive Order of the Governor of Bolikhamxay Province on Implementing the Collection of Provincial Tourism Development Fund Fees at International Checkpoints in Bolikhamxay Province

ບົດສະຫຼຸບ

ຄຳສັ່ງຊີ້ນຳນີ້ມອບໃຫ້ຄະນະກຳມະການກອງທຶນທ່ອງທ່ຽວແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເກັບກຳເງິນກອງທຶນທ່ອງທ່ຽວຈາກຜູ້ເຂົ້າ-ອອກປະເທດຢູ່ດ່ານຊາຍແດນສາກົນ, ຊີ້ແຈງໜ້າທີ່ຂອງແຕ່ລະຝ່າຍ ແລະ ເວລາປະຕິບັດ, ເພື່ອລະດົມທຶນຮອນສຳລັບການພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງການທ່ອງທ່ຽວ.

ມາດຕາ

ມາດຕາ 1

ມອບໃຫ້ຄະນະຄຸ້ມຄອງກອງທຶນສົ່ງເສີມການທ່ອງທ່ຽວລະດັບແຂວງ ທີ່ເຈົ້າແຂວງແຕ່ງຕັ້ງ ສຶກສາປຶກສາຫາລື, ວາງແຜນການ ເພື່ອລາຍລະອຽດ ແລະ ເຮັດໃຫ້ເນື້ອໃນຂອງຄຳສັ່ງນີ້ມີຄວາມຊັດເຈນ, ແລະ ມອບໝາຍພະນັກງານວິຊາສະເພາະທີ່ກ່ຽວຂ້ອງ ປະຈຳຢູ່ດ່ານຊາຍແດນ ເພື່ອຄຸ້ມຄອງ ແລະ ຈັດຕັ້ງປະຕິບັດການເກັບພັນທະກອງທຶນສົ່ງເສີມການທ່ອງທ່ຽວດັ່ງກ່າວ ໃຫ້ມີຜົນດີ ແລະ ຖືກຕ້ອງຕາມກົດໝາຍ.

ມາດຕາ 2

ມອບໃຫ້ກົມຂ່າວສານ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ປະຊາສຳພັນ ແລະ ເຜີຍແຜ່ເນື້ອໃນການທ່ອງທ່ຽວໃນຫຼາຍລະດັບ ແລະ ຫຼາຍຮູບແບບ (ທັງພາຍໃນ ແລະ ຕ່າງປະເທດ) ເພື່ອດຶງດູດນັກທ່ອງທ່ຽວມາທ່ຽວຊົມປະເທດເຮົາ, ໂດຍສະເພາະ ດຶງດູດນັກທ່ອງທ່ຽວມາທ່ຽວຊົມແຂວງບໍລິຄຳໄຊ.

ມາດຕາ 3

ພົນລະເມືອງລາວ, ຄົນຕ່າງດ້າວ ແລະ ຊາວຕ່າງປະເທດ ເມື່ອເຂົ້າອອກດ່ານຊາຍແດນສາກົນ, ຕ້ອງນຳເອກະສານຕ່າງໆ ມາປະກາບແຈ້ງຕໍ່ເຈົ້າໜ້າທີ່ຕຳຫຼວດ (ກົມກວດຄົນເຂົ້າເມືອງ) ແລະ ພະນັກງານທີ່ກ່ຽວຂ້ອງປະຈຳດ່ານ ເພື່ອໃຫ້ກວດກາ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 7 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ