ຄຳສັ່ງ ວ່າດ້ວຍການຫ້າມຊື້-ຂາຍ, ຫ້າມນຳເຂົ້າ ແລະ ຫ້າມນຳໃຊ້ຢາຂ້າຫຍ້າ, ຢາປາບສັດຕູພືດ, ຝຸ່ນວິທະຍາສາດບາງຊະນິດ ທີ່ບໍ່ຖືກຕ້ອງຕາມລະບຽບການ ແລະ ບໍ່ໄດ້ຮັບການອະນຸຍາດ ຈາກພາກສ່ວນທີ່ກ່ຽວຂ້ອງ
关于禁止买卖、禁止进口及禁止使用不符合规定且未获有关部门许可的某些除草剂、农药及化学肥料的命令
Order on Prohibiting the Sale, Import, and Use of Non-Compliant and Unauthorized Herbicides, Pesticides, and Chemical Fertilizers
ບົດສະຫຼຸບ
ເຈົ້າແຂວງບໍ່ແກ້ວ ອອກຄຳສັ່ງ ເນື່ອງຈາກຍັງມີການລັກລອບ ຄ້າຂາຍ ນຳເຂົ້າ ແລະ ນຳໃຊ້ຢາຂ້າຫຍ້າ, ຢາປາບສັດຕູພືດ, ປຸ໋ຍ ທີ່ບໍ່ໄດ້ມາດຕະຖານ ເປັນອັນຕະລາຍຕໍ່ຄົນ ແລະ ສັດ ແລະ ສິ່ງແວດລ້ອມ ຢູ່ໃນແຂວງ, ມອບໃຫ້ຂະແໜງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ເພີ່ມທະວີການຄຸ້ມຄອງການນຳເຂົ້າ, ການຈຳໜ່າຍ ແລະ ການນຳໃຊ້, ພ້ອມທັງກຳນົດມາດຕະການລົງໂທດຕໍ່ຜູ້ລະເມີດເປັນລະດັບ.
ມາດຕາ
ມາດຕາ 1
ມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ ນຳພາຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ດ່ານຊາຍແດນພື້ນເມືອງ, ດ່ານຊາຍແດນສາກົນ ແລະ ພະແນກວຽກງານປູກຝັງຂອງເມືອງ ດຳເນີນການຄຸ້ມຄອງ ແລະ ກວດກາຢ່າງເຂັ້ມງວດ, ຫ້າມນຳເຂົ້າຢາຂ້າແມງໄມ້, ຢາຂ້າເຊື້ອລາ, ຢາຂ້າແມງສັດຕູພືດ, ຢາຂ້າຫຍ້າ, ຢາຂ້າເຊື້ອພະຍາດ ແລະ ຢາຂ້າສັດຕູພືດ ທີ່ຢູ່ໃນບັນຊີຢາປາບສັດຕູພືດທີ່ຖືກຫ້າມໃຊ້ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈາກຕ່າງປະເທດເຂົ້າມາໃນທ້ອງຖິ່ນ.
ມາດຕາ 2
ກົມກະສິກຳ ແລະ ປ່າໄມ້ ແຂວງ ຕ້ອງອອກໃບອະນຸຍາດ ນຳເຂົ້າ ແລະ ຈຳໜ່າຍ ປຸ໋ຍ, ແກ່ນພືດ ແລະ ຢາປາບສັດຕູພືດ ໂດຍອີງໃສ່ບັນຊີລາຍຊື່ ທີ່ໄດ້ຈົດທະບຽນຢ່າງຖືກຕ້ອງ ຢູ່ກົມປູກຝັງ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
2.1 ປຸ໋ຍ ແລະ ຢາປາບສັດຕູພືດ ທີ່ນຳເຂົ້າ ຕ້ອງມີປ້າຍ ເປັນພາສາລາວ ຫຼື ພາສາອັງກິດ.
2.2 ຕ້ອງຈັດຕັ້ງຮ້ານຂາຍ ປຸ໋ຍ, ແກ່ນພືດ ແລະ ຢາປາບສັດຕູພືດ ໂດຍສະເພາະ ແລະ ບໍ່ໃຫ້ປະສົມປົນເປ ກັບ ສິນຄ້າອຸປະໂພກ ແລະ ບໍລິໂພກ ອື່ນໆ.
ມາດຕາ 3
ມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ແຂວງ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທຸກຂັ້ນ ເປັນຜູ້ຄຸ້ມຄອງການນຳໃຊ້ສານເຄມີຕ່າງໆ ໃນທ້ອງຖິ່ນຢ່າງຕັ້ງໜ້າ ເພື່ອໃຫ້ຢູ່ໃນມາດຕະຖານ ຮັບປະກັນວ່າບໍ່ເປັນອັນຕະລາຍຕໍ່ຊີວິດຄົນ ແລະ ສັດ ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ເຮັດໃຫ້ຜະລິດຕະພັນກະສິກຳສະອາດ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 8 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ