ກົດໝາຍ ວ່າດ້ວຍສິລະປະການສະແດງ

表演艺术法

Law on Performing Arts

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດຈຸດປະສົງຂອງການຄຸ້ມຄອງ ແລະ ການພັດທະນາສິລະປະການສະແດງ, ກວມເອົາຄຳນິຍາມຂອງສິລະປະການສະແດງ ແລະ ຄຳອະທິບາຍກ່ຽວກັບຄຳສັບທີ່ກ່ຽວຂ້ອງ, ນຳໃຊ້ກັບການຈັດຕັ້ງ, ການປະຕິບັດ ແລະ ການຕິດຕາມກວດກາກິດຈະກຳສິລະປະການສະແດງພາຍໃນປະເທດ, ເພື່ອສົ່ງເສີມການສືບທອດວັດທະນະທຳ ແລະ ຄວາມຈະເລີນຮຸ່ງເຮືອງຂອງສິລະປະ.

ມາດຕາ

ມາດຕາ 1

ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາ ການຈັດຕັ້ງ, ການເຄື່ອນໄຫວວຽກງານສິລະປະການສະແດງ ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວ ມີຄຸນນະພາບ ແລະ ເຂັ້ມແຂງ ແນໃສ່ເສີມຂະຫຍາຍສິດເປັນເຈົ້າ ຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການຟື້ນຟູ, ອະນຸລັກ, ພັດທະນາ, ເຜີຍແຜ່, ຊົມໃຊ້ສິລະປະວັດທະນະທຳທີ່ມີລັກສະນະຊາດ, ກ້າວໜ້າ, ມະຫາຊົນ; ສະກັດກັ້ນປາກົດການຫຍໍ້ທໍ້ທາງດ້ານສິລະປະວັດທະນະທຳໃນສັງຄົມ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ມາດຕາ 2

ສິລະປະການສະແດງ ແມ່ນ ການເຄື່ອນໄຫວ ໂຄສະນາ ເຜີຍແຜ່ ມູນເຊື້ອສິລະປະວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ ນຳເອົາຜະລິດຕະພັນດ້ານສິລະປະການສະແດງ, ຜົນງານໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ອອກສູ່ສັງຄົມ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 74 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ