ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 56/ນຍ ວ່າດ້ວຍການຄຸ້ມຄອງ ແລະ ແກ້ໄຂວຽກງານເຂດແດນເຊື່ອມຕໍ່ລະຫວ່າງນະຄອນຫຼວງ, ແຂວງ ກັບ ແຂວງ ທົ່ວປະເທດ

指引 关于落实总理第56/总号命令(即关于全国万象市、省与省之间毗连边界工作的管理与解决)

Guideline on the Implementation of the Prime Minister's Order No. 56/PM on the Management and Resolution of Border Work Between Vientiane Capital, Provinces, and Inter-Provincial Boundaries Nationwide

ບົດສະຫຼຸບ

ຄຳແນະນຳຂອງກະຊວງພາຍໃນ ຕາມຄຳສັ່ງເລກທີ 56/ກມ ຂອງນາຍົກລັດຖະມົນຕີ ອະທິບາຍຄຳສັບ, ກຳນົດທິດທາງ, ກຳນົດອົງປະກອບ ແລະ ສິດໜ້າທີ່ຂອງຄະນະກຳມະການຮັບຜິດຊອບຂັ້ນແຂວງ ແລະ ເມືອງ, ຂັ້ນຕອນການປະຕິບັດ, ການຄຸ້ມຄອງຊາຍແດນຕິດຈອດກັນທາງການປົກຄອງ ແລະ ການຈັດແບ່ງວຽກງານຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ວຽກງານຊາຍແດນຕິດຈອດກັນທົ່ວປະເທດເປັນເອກະພາບ.

ມາດຕາ

ມາດຕາ 1

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ. ກະຊວງພາຍໃນ ເລກທີ 61/ກພ. ນະຄອນຫຼວງວຽງຈັນ, ວັນທີ [ວັນທີ OCR ຂາດ] ເດືອນກຸມພາ ປີ 2016. ຄຳແນະນຳ. ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ — ເລກທີ 56/ນຍ ວ່າດ້ວຍການຄຸ້ມຄອງ ແລະ ແກ້ໄຂວຽກງານຊາຍແດນຕິດຕໍ່ກັນລະຫວ່າງນະຄອນຫຼວງວຽງຈັນ, ແຂວງ ແລະ ແຂວງ. ເພື່ອຈັດຕັ້ງປະຕິບັດຕາມຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 56/ນຍ, ລົງວັນທີ 27 ຕຸລາ 2015 ວ່າດ້ວຍການຄຸ້ມຄອງ ແລະ ແກ້ໄຂວຽກງານຊາຍແດນຕິດຕໍ່ກັນລະຫວ່າງນະຄອນຫຼວງວຽງຈັນ, ແຂວງ ແລະ ແຂວງ, ເພື່ອໃຫ້ການດຳເນີນວຽກງານຊາຍແດນຕິດຕໍ່ກັນທົ່ວປະເທດ ເປັນເອກະພາບກັນ, ລັດຖະມົນຕີວ່າການກະຊວງພາຍໃນ ຈຶ່ງອອກຄຳແນະນຳດັ່ງນີ້:

ມາດຕາ 2

ຈຸດປະສົງ. — ເພື່ອໃຫ້ຜູ້ນຳ, ພະນັກງານ-ລັດຖະກອນ ຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ຮັບຊາບ ແລະ ເຂົ້າໃຈເລິກເຊິ່ງ ເຖິງເນື້ອໃນຈິດໃຈ ຂອງຄຳສັ່ງເລກທີ 56/ນຍ ລົງວັນທີ 27 ຕຸລາ 2015 ຂອງນາຍົກລັດຖະມົນຕີ, ໃຫ້ເປັນເອກະພາບ ໃນທົ່ວປະເທດ; — ເພື່ອຊີ້ແຈງຄວາມໝາຍ ຂອງບາງຄຳສັບ, ກຳນົດທິດທາງ, ຂັ້ນຕອນ ໃນການຄົ້ນຄວ້າແກ້ໄຂບັນຫາຊາຍແດນຕິດຈອດ, ເພື່ອໃຫ້ອົງການປົກຄອງທ້ອງຖິ່ນ ສາມາດຈັດຕັ້ງປະຕິບັດໄດ້ຢ່າງຖືກຕ້ອງ ແລະ ບັນລຸຜົນສຳເລັດຢ່າງຈົບງາມ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 8 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ