ຄຳສັ່ງ ວ່າດ້ວຍການສ້າງຕັ້ງ ເທດສະບານ ແລະ ນະຄອນ
命令 关于设立市镇和城市
Order on the Establishment of Municipalities and Cities
ບົດສະຫຼຸບ
ນາຍົກລັດຖະມົນຕີ ອອກຄຳສັ່ງ ເພື່ອຈັດຕັ້ງເມືອງ ແລະ ນະຄອນ ຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ 2015) ໃຫ້ບັນດາກະຊວງ ປັບປຸງການຖ່າຍໂອນອຳນາດໃຫ້ທ້ອງຖິ່ນ ໂດຍສະເພາະຂັ້ນເມືອງ, ໃຫ້ແຂວງ ແລະ ນະຄອນຫຼວງວຽງຈັນ ກະກຽມ ແລະ ສະເໜີລັດຖະບານອະນຸມັດ, ໃຫ້ກະຊວງການເງິນ ອອກລະບຽບການເງິນ, ໃຫ້ກະຊວງພາຍໃນ ອອກລະບຽບການລະອຽດ ແລະ ຕິດຕາມກວດກາ.
ມາດຕາ
ມາດຕາ 1
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ. ນາຍົກລັດຖະມົນຕີ ເລກທີ [OCR ຂາດ] / ເລກທີ່ລວມ. ນະຄອນຫຼວງວຽງຈັນ, ວັນທີ [ວັນທີ OCR ຂາດ] ປີ 2016. ຄຳສັ່ງ. ກ່ຽວກັບການສ້າງຕັ້ງເມືອງ ແລະ ນະຄອນ. ເຖິງ: — ທ່ານລັດຖະມົນຕີ ແລະ ຫົວໜ້າອົງການຈັດຕັ້ງລັດຖະບານ; — ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານເຈົ້າແຂວງທົ່ວປະເທດ. — ອີງຕາມກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງ) ເລກທີ 69/ສພຊ, ລົງວັນທີ 15 ທັນວາ 2015; — ອີງຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015; — ອີງຕາມໃບສະເໜີຂອງກະຊວງພາຍໃນ ເລກທີ 166/ກພ, ລົງວັນທີ 17 ມິຖຸນາ 2016. ເພື່ອການສ້າງຕັ້ງເມືອງ ແລະ ນະຄອນ ໃຫ້ສຳເລັດຜົນຢ່າງຈົບງາມ ຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015, ນາຍົກລັດຖະມົນຕີ ຈຶ່ງອອກຄຳສັ່ງດັ່ງນີ້:
ມາດຕາ 2
ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງ ດຳເນີນການຄົ້ນຄວ້າ, ຈັດລະບຽບຄືນໃໝ່ ກ່ຽວກັບໜ້າທີ່, ສິດ ແລະ ພັນທະ ຂອງຫົວໜ່ວຍງານຂອງຕົນ ທີ່ຕັ້ງຢູ່ທ້ອງຖິ່ນ, ໂດຍສະເພາະ ໃນລະດັບເມືອງ, ກຳນົດໃຫ້ຊັດເຈນ ວ່າວຽກງານໃດ ທີ່ຄວນມອບໃຫ້ເມືອງ, ເທດສະບານ ແລະ ນະຄອນ ຮັບຜິດຊອບ. ການກຳນົດດັ່ງກ່າວ ຕ້ອງອີງໃສ່ ວຽກງານທີ່ມີຢູ່ຈິງ ພາຍໃນເມືອງ, ເທດສະບານ ແລະ ນະຄອນ.
ມາດຕາ 3
ໃຫ້ແຂວງ ແລະ ນະຄອນຫຼວງວຽງຈັນ ແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອດຳເນີນການສຶກສາ, ກະກຽມການສ້າງຕັ້ງເມືອງ ແລະ ນະຄອນ, ໂດຍຜ່ານກະຊວງພາຍໃນ ສະເໜີຕໍ່ລັດຖະບານພິຈາລະນາການສ້າງຕັ້ງ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 8 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ