ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍການສ້າງບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ

部长决定 关于创建劳动与社会福利发展村

Ministerial Decision on the Establishment of Labor and Social Welfare Development Villages

ບົດສະຫຼຸບ

ດຳລັດສະບັບນີ້ ກຳນົດເນື້ອໃນ, ຄວາມໝາຍ, ຫຼັກການ, ມາດຕະຖານ, ວິທີການ, ຂັ້ນຕອນ ແລະ ການຊີ້ນຳ-ນຳພາ ໃນການສ້າງບ້ານພັດທະນາແຮງງານ ແລະ ສະຫວັດດີການສັງຄົມ ເປັນພື້ນຖານໃຫ້ຂະແໜງແຮງງານ ແລະ ສະຫວັດດີການສັງຄົມທຸກຂັ້ນຈັດຕັ້ງປະຕິບັດ ເພື່ອສຶກສາອົບຮົມຊາວບ້ານໃຫ້ຂະຫຍັນຂັນເຄື່ອນ ແລະ ເພີ່ມທະວີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ມາດຕາ

ມາດຕາ 1

ຂ ຄວາມຮັບຜິດຊອບ ແລະ ການລາຍງານ - ຄະນະນຳກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນຜູ້ຕິດຕາມ, ສະຫລຸບ-ສັງລວມ ລາຍງານຂໍ້ມູນ ຊຶ່ງມາຈາກລັດຖະບານແຕ່ລະ ໄລຍະ. - ຫ້ອງການກະຊວງ ເປັນໃຈກາງສົມທົບກັບບັນດາກົມອ້ອມຂ້າງກະຊວງ ແລະ ອົງການບໍລິຫານທ້ອງຖິ່ນ ເປັນ ເສນາທິການໃຫ້ຄະນະ ນຳກະຊວງ ຕິດຕາມ, ສັງລວມສະພາບການສ້າງບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີ ການສັງຄົມ ໃນຂອບເຂດທົ່ວປະເທດ ຕາມຂໍ້ຕົກລົງສະບັບ ນີ້. 6 - ພະແນກແຮງງານ ແລະ ສະຫວັດດີການສັງຄົມນະຄອນຫລວງວຽງຈັນ, ແຂວງ ຮັບຜິດຊອບໃນການສະໜອງ ບຸກຄະລາກອນລົງຊ່ວຍຫ້ອງການ ຮສສ ເມືອງ ແລະ ເປັນເຈົ້າການຕິດຕາມ, ສະຫລຸບການສ້າງຄອບຄົວ ແລະ ບ້ານພັດ ທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ ໃນຂອບເຂດແຂວງຂອງຕົນ ເພື່ອລາຍງານຄະນະນຳຂອງນະຄອນ ຫລວງວຽງຈັນ, ແຂວງ ແລະ ກະຊວງ ຮສສ ເປັນປົກກະຕິ. ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ຮັບຜິດຊອບໃນການສົມທົບກັບອົງການບໍລິຫານບ້ານ ຈັດຕັ້ງປະຕິບັດ ແລະ ເປັນເຈົ້າການຕິດຕາມ, ສະຫລຸບການສ້າງຄອບຄົວ ແລະ ບ້ານພັດທະນາດ້ານແຮງງານ ແລະ ສະ ຫວັດດີການສັງຄົມ ໃນຂອບເຂດເມືອງຂອງຕົນ ເພື່ອລາຍງານຄະນະນຳຂອງ ເມືອງ ແລະ ພະແນກແຮງງານ ແລະ ສະ ຫວັດດີການສັງຄົມນະຄອນຫລວງວຽງຈັນ, ແຂວງ ເປັນປົກກະຕິ. ອົງການບໍລິຫານບ້ານເປັນເຈົ້າການຈັດຕັ້ງປະຕິບັດ, ສະຫລຸບການສ້າງບ້ານພັດທະນາດ້ານແຮງງານ ແລະ ສະ ຫວັດດີການສັງຄົມ ໃນຂອບເຂດບ້ານຂອງຕົນ ເພື່ອລາຍງານຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເປັນປົກ ກະຕິ. ຜູ້ຮັບຜິດຊອບວຽກແຮງງານ ແລະ ສະຫວັດດີການສັງຄົມຂັ້ນບ້ານສົມທົບກັບຫົວໜ້າຄອບຄົວ ເປັນເຈົ້າການຕິດ ຕາມ, ສະຫລຸບການສ້າງຄອບຄົວ ແລະ ບ້ານ ພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມເພື່ອລາຍງານອົງການ ບໍລິຫານບ້ານ ເປັນປົກກະຕິ.

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 16 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ