ຄຳສັງແນະນຳ ຂອງເຈົ້າແຂວງ ຈຳປາສັກ ວ່າດ້ວຍ ການສຸມທຸກກຳລັງແຮງເພື່ອປະກອບສ່ວນ, ເຂົ້າຮ່ວມ ໃນການປ້ອງກັນ ແລະ ຄວບຄຸມ ການລະບາດຂອງພະຍາດໄຂ້ຍຸງລາຍ ຢູ່ແຂວງຈຳປາສັກ

占巴塞省省长关于集中一切力量参与防控登革热疫情的指示

Instruction of the Governor of Champasak Province on Mobilizing All Forces to Participate in Prevention and Control of Dengue Fever Epidemic

ບົດສະຫຼຸບ

ຄຳສັ່ງຂອງເຈົ້າແຂວງຈຳປາສັກ ຕາມຄຳສັ່ງເລກທີ 07/ນຍ ຂອງນາຍົກລັດຖະມົນຕີ ກ່ຽວກັບການລະບາດຂອງພະຍາດໄຂ້ເລືອດອອກຢ່າງຮ້າຍແຮງໃນທົ່ວແຂວງ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ ແລະ ຄວາມເສຍຫາຍທາງເສດຖະກິດ, ຊີ້ນຳໃຫ້ທຸກເມືອງ, ຂະແໜງການ ແລະ ສັງຄົມລວມສຸມໃສ່ການປ້ອງກັນ ແລະ ຄວບຄຸມພະຍາດ, ເນັ້ນໃສ່ການກຳຈັດແຫຼ່ງພາຫະນຳເຊື້ອ, ການໂຄສະນາເຜີຍແຜ່ ແລະ ການຕິດຕາມກວດກາ, ພ້ອມທັງກຳນົດມາດຕະການລົງໂທດຜູ້ລະເມີດ ແລະ ກົນໄກການປະຊຸມທຸກຂັ້ນ.

ມາດຕາ

ມາດຕາ 1

ຮຽກຮ້ອງໃຫ້ເຈົ້າເມືອງທັງສິບເມືອງ ເອົາໃຈໃສ່ຢ່າງຮີບດ່ວນ ແລະ ແກ້ໄຂການລະບາດຂອງພະຍາດໄຂ້ເລືອດອອກ ທີ່ເກີດຂຶ້ນໃນຂອບເຂດເມືອງຂອງຕົນ ຢ່າງທັນການ ພ້ອມທັງຮັບປະກັນບໍ່ໃຫ້ການລະບາດດັ່ງກ່າວ ແຜ່ລາມອອກໄປຕື່ມອີກ ໂດຍຖືເອົາວຽກງານຕ້ານການລະບາດນີ້ ເປັນບູລິມະສິດອັນດັບຕົ້ນໃນວຽກງານປະຈຸບັນ; ສ່ວນວຽກງານອື່ນທີ່ເຫັນວ່າຍັງບໍ່ຈຳເປັນຫຼາຍ ໃຫ້ກຳນົດເປັນບູລິມະສິດອັນດັບຮອງ ເພື່ອຈັດຕັ້ງປະຕິບັດ.

ມາດຕາ 2

ໃຫ້ທຸກເມືອງຮີບດ່ວນຈັດຕັ້ງ ແລະ ປັບປຸງຄະນະກຳມະການຄວບຄຸມພະຍາດຕິດຕໍ່ແຕ່ລະດັບເມືອງຮອດບ້ານ ໂດຍໃຫ້ເຈົ້າເມືອງເປັນປະທານ, ສ່ວນລະດັບບ້ານໃຫ້ແຕ່ງຕັ້ງນາຍບ້ານເປັນປະທານຄະນະກຳມະການດັ່ງກ່າວ, ພ້ອມທັງອຳນວຍຄວາມສະດວກ ແລະ ສະໜັບສະໜູນໃຫ້ຄະນະກຳມະການນີ້ດຳເນີນກິດຈະກຳຢ່າງເປັນຈິງ, ເຂັ້ມແຂງ ແລະ ສະໝໍ່າສະເໝີ ຕາມໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ; ຕ້ອງປະສານງານຢ່າງໃກ້ຊິດ ແລະ ໃຊ້ຫ້ອງການສາທາລະນະສຸກເມືອງເປັນກົມກອງທີ່ປຶກສາ ແລະ ຈຸດປະສານງານ; ຕ້ອງວາງແຜນກິດຈະກຳ, ມາດຕະການ ແລະ ວິທີການຈັດຕັ້ງປະຕິບັດຢ່າງລະອຽດ ເພື່ອຕິດຕາມ ແລະ ຮັບມືກັບການລະບາດຂອງພະຍາດນີ້, ໂດຍໃຫ້ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານໃຫ້ສັງຄົມ ແລະ ການກຳຈັດແຫຼ່ງເພາະພັນຍຸງລາຍເປັນວຽກງານສຳຄັນອັນດັບຕົ້ນທີ່ຕ້ອງດຳເນີນຢ່າງສະໝໍ່າສະເໝີ, ຈາກນັ້ນຮີບດ່ວນແຈ້ງ ແລະ ລາຍງານໃຫ້ຄະນະກຳມະການຄວບຄຸມພະຍາດຕິດຕໍ່ລະດັບແຂວງ (ຄື: ກົມການສາທາລະນະສຸກແຂວງຈຳປາສັກ) ຊາບ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 9 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ