ຄຳສັງແນະນຳ ຂອງເຈົ້າແຂວງ ຈຳປາສັກ ວ່າດ້ວຍ ການຄຸ້ມຄອງປົກປັກຮັກສາສາຍສົ່ງໂທລະຄົມມະນາຄົມ ຈາກສະພາບໄຟໄໝ້ລາມປ່າ ໃນຂອບເຂດທົ່ວແຂວງຈຳປາສັກ
占巴塞省省长关于在全省范围内防范山火、管护电信传输线路的指示
Instruction of the Governor of Champasak Province on Preventing Wildfires and Managing Telecommunication Transmission Lines Province-Wide
ບົດສະຫຼຸບ
ເຈົ້າແຂວງຈຳປາສັກ ອອກຄຳສັ່ງ ເນື່ອງຈາກເກີດໄຟໄໝ້ປ່າ ແລະ ການຈູດເຜົາທີ່ດິນກະສິກຳແບບບໍ່ມີການຄວບຄຸມ ເລື້ອຍໆ ໃນໄລຍະມໍ່ໆມານີ້ ເຊິ່ງສົ່ງຜົນກະທົບຕໍ່ສາຍສົ່ງໂທລະຄົມ, ຮຽກຮ້ອງໃຫ້ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ, ອຳນາດການປົກຄອງເມືອງ ແລະ ພະແນກໄປສະນີ, ໂທລະຄົມ ແລະ ການສື່ສານແຂວງ ຮ່ວມກັບປະຊາຊົນ ເພີ່ມທະວີການປ້ອງກັນໄຟ ແລະ ການດູແລ, ກວດກາ ແລະ ລາຍງານສາຍສົ່ງ.
ມາດຕາ
ມາດຕາ 1
ຮຽກຮ້ອງໃຫ້ອົງຄະນະພັກ ແລະ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ເພີ່ມທະວີຈິດສຳນຶກໃນການເປັນເຈົ້າການໃນການປົກປັກຮັກສາສາຍສົ່ງໂທລະຄົມມະນາຄົມ ຕາມສອງຟາກທາງ ເອົາໃຈໃສ່ລະດົມປະຊາຊົນໃຫ້ເພີ່ມທະວີຄວາມຮັບຜິດຊອບ, ສະກັດກັ້ນຄວາມສ່ຽງຈາກການລາມຂອງໄຟປ່າ ແລະ ຕິດຕາມ, ກວດກາຈຸດທີ່ມີການຈູດໄຟທີ່ອາດສົ່ງຜົນກະທົບ ຫຼື ສ້າງຄວາມເສຍຫາຍໃຫ້ແກ່ສາຍສົ່ງໂທລະຄົມມະນາຄົມ ຢ່າງຫ້າວຫັນ ແລະ ປະຕິບັດໜ້າທີ່ພາຍໃນຂອບເຂດທີ່ຕົນຮັບຜິດຊອບ.
ມາດຕາ 2
ຮຽກຮ້ອງໃຫ້ອຳນາດການປົກຄອງຂັ້ນເມືອງ ເອົາໃຈໃສ່ຄົ້ນຄວ້າ ແລະ ຊ່ວຍເຫຼືອການສ້າງລະບຽບການ, ແຜນການ ແລະ ມາດຕະການ ໃນການແກ້ໄຂວຽກງານດັ່ງກ່າວ ໃນຂັ້ນຂອງຕົນ, ເຜີຍແຜ່ລະບຽບການຕ່າງໆ ໂດຍອີງໃສ່ການສຶກສາອົບຮົມແນວຄິດ ເພື່ອໃຫ້ພໍ່ແມ່ປະຊາຊົນທຸກເຜົ່າ ເຂົ້າໃຈ ແລະ ຮັບຮູ້ເຖິງຄວາມສຳຄັນຂອງສາຍສົ່ງໂທລະຄົມ, ກຳນົດມາດຕະການສະກັດກັ້ນບັນຫາໄຟໄໝ້ປ່າ ຢ່າງຈະແຈ້ງ ແລະ ກຳນົດວິທີການແກ້ໄຂບັນຫາດັ່ງກ່າວ ໃຫ້ທັນການ.
ມາດຕາ 3
ມອບໃຫ້ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງຈຳປາສັກ ຮ່ວມນຳພາວິສາຫະກິດໂທລະຄົມມະນາຄົມຂອງລັດ ຕັ້ງໜ່ວຍງານຮັບຜິດຊອບກວດກາ, ຕິດຕາມເລື່ອງດັ່ງກ່າວ ໃນທົ່ວແຂວງ ໂດຍອີງໃສ່ການກຳນົດກົນໄກເຕືອນໄພລ່ວງໜ້າ, ສົມທົບຢ່າງໃກ້ຊິດກັບອຳນາດການປົກຄອງທ້ອງຖິ່ນ ແລະ ລາຍງານຜົນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ຂັ້ນເທິງຮັບຊາບຢ່າງເປັນລະບົບ ເພື່ອໃຫ້ການຊີ້ນຳແກ້ໄຂໄດ້ທັນການ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 4 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ