ຄຳສັ່ງ ວ່າດ້ວຍ ການນຳໃຊ້ລົດ ນຳໃຊ້ຖະໜົນ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ
关于不依法规使用车辆、使用道路问题的命令
Order on Issues of Vehicle and Road Use Not in Compliance with Regulations
ບົດສະຫຼຸບ
ເຈົ້າແຂວງອັດຕະປື ອອກຄຳສັ່ງ ໂດຍອີງໃສ່ກົດໝາຍວ່າດ້ວຍການຂົນສົ່ງທາງບົກ ແລະ ກົດໝາຍວ່າດ້ວຍຈະລາຈອນທາງບົກ ເພື່ອແກ້ໄຂສະພາບຈະລາຈອນທີ່ວຸ່ນວາຍ ເຊັ່ນ ລົດທີ່ບໍ່ມີປ້າຍທະບຽນ, ປ້າຍບໍ່ຄົບ, ດັດແປງຜິດກົດໝາຍ, ຈອດລົດບໍ່ເປັນລະບຽບ, ຂັບຂີ່ໂດຍບໍ່ມີໃບຂັບຂີ່ ໃນເຂດແຂວງ, ຮຽກຮ້ອງໃຫ້ທຸກພາກສ່ວນນຳໃຊ້ລົດ ແລະ ທາງຫຼວງຕາມກົດໝາຍ, ພ້ອມທັງກຳນົດໄລຍະເວລາແກ້ໄຂ ແລະ ມາດຕະການຈັດການ.
ມາດຕາ
ມາດຕາ 1
ບຸກຄົນ ນິຕິບຸກຄົນ ຫຼື ອົງການຈັດຕັ້ງຕ່າງໆ ທີ່ມີພາຫະນະ (ສ່ວນຫຼາຍແມ່ນລົດຈັກ ແລະ ລົດໃຫຍ່) ໄວ້ໃຊ້ເປັນພາຫະນະສຳລັບການເດີນທາງ ເຊິ່ງຢູ່ໃນຄວາມຮັບຜິດຊອບຂອງຕົນ ແລະ ຍັງບໍ່ທັນໄດ້ຕິດປ້າຍທະບຽນ ຄວນຮີບຮ້ອນນຳພາຫະນະຂອງຕົນໄປຈົດທະບຽນ ຕິດປ້າຍທະບຽນ ເພື່ອໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.
ມາດຕາ 2
ຜູ້ທີ່ໃຊ້ປ້າຍທະບຽນເກົ່າ, ປ້າຍທະບຽນເສຍຫາຍ, ປ້າຍທະບຽນແຕກ, ປ້າຍທະບຽນທີ່ເລກບໍ່ຊັດເຈນ (ເລກສວມໃສ່) ຕ້ອງໄປແຈ້ງຂໍເຮັດໃໝ່ກັບຕຳຫຼວດຈະລາຈອນແຂວງ ເພື່ອໃຫ້ຖືກຕ້ອງຕາມລະບຽບ.
ມາດຕາ 3
ບັນດາພາຫະນະທຸກປະເພດທີ່ມີເອກະສານຄົບຖ້ວນຖືກຕ້ອງ ແຕ່ຍັງບໍ່ທັນໄດ້ຈົດທະບຽນ ຫຼື ຕິດປ້າຍທະບຽນ ຕ້ອງໄປດຳເນີນການຈົດທະບຽນທີ່ກົມວຽກງານສາທາລະນະ ແລະ ຂົນສົ່ງແຂວງ ກ່ອນຈຶ່ງໄປຕິດປ້າຍທະບຽນທີ່ກອງບັງຄັບການຕຳຫຼວດຈະລາຈອນແຂວງ ພາຍໃນເວລາບໍ່ເກີນສິບຫ້າວັນ ນັບແຕ່ມື້ຊື້ພາຫະນະ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 18 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ