ກົດໝາຍ ວ່າດ້ວຍການປົກປ້ອງຂໍ້ມູນເອເລັກໂຕຣນິກ

电子数据保护法

Law on Data Protection

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດຫຼັກການພື້ນຖານ ແລະ ມາດຕະການປົກປ້ອງຂໍ້ມູນເອເລັກໂຕຣນິກ, ເພື່ອແນໃສ່ຄຸ້ມຄອງການເກັບກຳ, ການເກັບຮັກສາ, ການນຳໃຊ້ ແລະ ການສົ່ງຜ່ານຂໍ້ມູນເອເລັກໂຕຣນິກ, ຮັບປະກັນຄວາມປອດໄພ ແລະ ຄວາມຄົບຖ້ວນຂອງຂໍ້ມູນເອເລັກໂຕຣນິກ. ກົດໝາຍສະບັບນີ້ໃຊ້ບັງຄັບກັບຜູ້ກ່ຽວຂ້ອງທີ່ດຳເນີນການປຸງແຕ່ງຂໍ້ມູນເອເລັກໂຕຣນິກພາຍໃນປະເທດ, ກຳນົດພາລະບົດບາດໃນການຕິດຕາມກວດກາຂອງອົງການຜູ້ມີສິດອຳນາດ, ແລະ ຫ້າມການເຂົ້າເຖິງ, ການເປີດເຜີຍ ຫຼື ການດັດແກ້ຂໍ້ມູນໂດຍບໍ່ໄດ້ຮັບອະນຸຍາດ, ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງບຸກຄົນ ແລະ ອົງກອນ.

ມາດຕາ

ມາດຕາ 1

ມາດຕາ 1 ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການຕິດ
ຕາມກວດກາການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານປົກປ້ອງຂໍ້ມູນເອເລັກໂຕຣນິກ ເພື່ອເຮັດໃຫ້ການເກັບກຳ,
ການເຂົ້າເຖິງ, ການນຳໃຊ້ ແລະ ການເປີດເຜີຍຂໍມູນນັ້ນ ມີຄວາມປອດໄພ ແລະ ຖືກຕ້ອງ ແນໃສ່ປົກປ້ອງສິດ
ແລະ ຜົນປະໂຫຍດຂອງລັດ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ, ປະ
ກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ຮັບປະກັນໃຫ້ປະເທດຊາດມີຄວາມຟຼັ້ນຄົງ, ສັງ
ຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

ມາດຕາ 2

ມາດຕາ 2 ການປົກປ້ອງຂໍ້ມູນເອເລັກໂຕຣນິກ
ຂໍ້ມູນເອເລັກໂຕຣນຶກ ແມ່ນ ຂໍ້ຄວາມທີ່ເປັນຕົວເລກ, ຕົວອັກສອນ, ຮູບພາບເຫັງຕີງ, ຮູບພາບບໍ່ເຫັງຕິງ,
ສຽງ, ວີດີໂອ ແລະ ອື່ນໆ ທີ່ເກັບຮັກສາໄວ້ໃນຮູບແບບເອເລັກໂຕຣນິກ.
ການປົກປ້ອງຂໍ້ມູນເອເລັກໂຕຣນິກ ແມ່ນ ການນໍຳໃຊ້ອິທີການ ແລະ ມາດຕະການ ເພື່ອປ້ອງກັນຂໍ້ມູນທີ່
ຄູ້ມຄອງ ແລະ ເກັບຮັກສາໄວ້ໃນຮູບແບບເອເລັກໂຕຣນິກ ບໍ່ໃຫ້ມີການເຂົ້າເຖິງ, ນຳໃຊ້, ເປີດເຜີຍ, ດັດແປງ, ສົ່ງ,
ໂອນ ຫຼື ທຳລາຍໂດຍບໍ່ໄດ້ຮັບອະນຸຍາດ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 55 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ