ຄຳສັ່ງ ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ຢູ່ພາຍໃນແຂວງບໍ່ແກ້ວ

关于加强博胶省木材采伐、搬运及木材经营管理与检查工作严格度的命令

Order on Strengthening the Strictness of Timber Harvesting, Transport, and Management and Inspection in Bokeo Province

ບົດສະຫຼຸບ

ເຈົ້າແຂວງບໍ່ແກ້ວ ອອກຄຳສັ່ງເພີ່ມທະວີການຄຸ້ມຄອງ ແລະ ກວດກາການຕັດໄມ້, ຂົນສົ່ງ ແລະ ຄ້າຂາຍໄມ້ຢູ່ໃນແຂວງ ໂດຍອີງໃສ່ກົດໝາຍວ່າດ້ວຍປ່າໄມ້ ແລະ ຄຳສັ່ງເລກທີ 15/ນຍ ຂອງນາຍົກລັດຖະມົນຕີ, ຢຸດການສົ່ງອອກໄມ້ທ່ອນ, ປາບປາມການຕັດໄມ້, ຂົນສົ່ງ ແລະ ຊື້ຂາຍໄມ້ທີ່ຜິດກົດໝາຍ.

ມາດຕາ

ມາດຕາ 1

ມອບໃຫ້ຫົວໜ້າກົມກອງ, ຫົວໜ້າອົງການປົກຄອງແຂວງ, ກອງບັນຊາການທະຫານ ແລະ ຕຳຫຼວດ, ເຈົ້າເມືອງ, ຫົວໜ້າຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ, ອົງການປົກຄອງທຸກຂັ້ນ ແລະ ຜູ້ປະກອບການຄ້າໄມ້ ໃຫ້ເອົາໃຈໃສ່ ແລະ ປະຕິບັດຢ່າງເຂັ້ມງວດຕາມສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການຕ່າງໆ, ໂດຍສະເພາະກົດໝາຍ ແລະ ລະບຽບການກ່ຽວກັບການຄຸ້ມຄອງ ແລະ ກວດກາໄມ້, ການນຳໃຊ້ໄມ້, ການຕັດໄມ້, ການຂົນສົ່ງໄມ້ ແລະ ທຸລະກິດຄ້າໄມ້.

ມາດຕາ 2

ໃນທຸກກໍລະນີ, ໃຫ້ຢຸດຕິການສົ່ງອອກໄປຕ່າງປະເທດຢ່າງເດັດຂາດ ສຳລັບໄມ້ທ່ອນ, ໄມ້ສີ່ເຫຼັ່ມ, ໄມ້ປຸງແຕ່ງຮູບຮ່າງ, ໄມ້ເລື່ອຍ, ຮາກໄມ້, ກິ່ງໄມ້ ແລະ ໄມ້ຢືນຕົ້ນ ຫຼື ໄມ້ປະດັບ ທີ່ມາຈາກການຕັດໄມ້ຈາກປ່າທຳມະຊາດ, ລວມທັງໄມ້ທີ່ລັດຖະບານໄດ້ອະນຸມັດແລ້ວ ແຕ່ຍັງບໍ່ທັນໄດ້ດຳເນີນການ; ຕ້ອງນຳໄມ້ມາປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ ຕາມມາດຕະຖານທີ່ກະຊວງອຸດສາຫະກຳ ແລະ ການຄ້າ ກຳນົດ (ອີງຕາມດຳລັດເລກທີ 2005/ອດ.ກອຫ ລົງວັນທີ 28 ກັນຍາ 2015 ວ່າດ້ວຍຜະລິດຕະພັນໄມ້) ຈຶ່ງຈະອະນຸມັດໃຫ້ສົ່ງອອກໄດ້.

ມາດຕາ 3

ຫ້າມນຳເຂົ້າຈາກຕ່າງປະເທດ ເຊິ່ງໄມ້ ແລະ ຜະລິດຕະພັນປ່າໄມ້ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຜ່ານແຂວງບໍ່ແກ້ວ ເພື່ອສົ່ງຕໍ່ໄປຍັງປະເທດທີສາມ (03).

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 19 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ