ຄຳສັ່ງ ວ່າດ້ວຍການສະກັດກັນກຸ່ມຄົນບໍ່ດີ ທີ່ລັກເອົາອຸປະກອນສາຍສົ່ງໄຟຟ້າແຮງສູງ ແລະ ຫ້າມປຸກຕົ້ນໄມ້, ສິ່ງປຸກສ້າງຕ່າງໆ ຢູ່ກ້ອງແລວສາຍສົ່ງໄຟຟ້າແຮງສູງ ໃນຂອບເຂດແຂວງຫຼວງນ້ຳທາ
关于防范不法分子盗窃高压输电线路设备,并禁止在琅南塔省高压输电线走廊下种植树木及各类建筑物的命令
Order on Preventing Theft of High-Voltage Transmission Line Equipment and Prohibiting Tree Planting and Building Construction Under High-Voltage Transmission Corridors in Luang Namtha Province
ບົດສະຫຼຸບ
ເຈົ້າແຂວງຫຼວງນໍ້າທາ ອອກຄຳສັ່ງໃຫ້ທຸກຂັ້ນປະສານງານຕິດຕາມ ແລະ ປາບປາມການລັກຂະໂມຍອຸປະກອນສາຍສົ່ງໄຟຟ້າແຮງສູງ ເພື່ອປ້ອງກັນອາຊະຍາກຳ ແລະ ຮັບປະກັນຄວາມປອດໄພດ້ານການສະໜອງໄຟຟ້າ, ພ້ອມທັງຫ້າມປູກຕົ້ນໄມ້ ຫຼື ກໍ່ສ້າງເຮືອນຢູ່ໃຕ້ສາຍສົ່ງໄຟຟ້າແຮງສູງ.
ມາດຕາ
ມາດຕາ 1
ມອບໃຫ້ບັນດາພະແນກການ, ສອງກອງບັນຊາການ, ອົງການປຽບທຽບ, ວິສາຫະກິດລັດ, ທຸກເມືອງ, ກຸ່ມບ້ານ ແລະ ບັນດາບ້ານໃນແຂວງຫຼວງນ້ຳທາ ຈົ່ງປະສານສົມທົບກັນ ເພື່ອຕິດຕາມກວດກາການລັກຂະໂມຍອຸປະກອນເຫຼັກຂອງເສົາໄຟຟ້າແຮງສູງ, ສາຍສົ່ງໄຟຟ້າຕ່າງໆ ຈາກບຸກຄົນ ແລະ ກຸ່ມຄົນທີ່ບໍ່ດີ, ພ້ອມທັງຮ້ານຮັບຊື້ເຫຼັກເກົ່າ ແລະ ບຸກຄົນທີ່ຖືຄອງອຸປະກອນໄຟຟ້າ. ຖ້າພົບເຫັນ, ໃຫ້ລາຍງານຕໍ່ພະນັກງານລະດັບບ້ານ ຫຼື ອຳນາດການປົກຄອງ ເພື່ອປະສານງານກັບພະນັກງານໄຟຟ້າໃນຂອບເຂດທີ່ຮັບຜິດຊອບ ເພື່ອກວດກາ, ກັກຕົວຜູ້ກ່ຽວຂ້ອງ ແລະ ດຳເນີນຄະດີຕາມກົດໝາຍ.
ມາດຕາ 2
ມອບໃຫ້ເຈົ້າເມືອງທັງຫ້າເມືອງ ອອກແຈ້ງການ ໃຫ້ບັນດາກຸ່ມບ້ານ, ບ້ານ, ພະແນກການ ແລະ ຫ້ອງການພາຍໃນເຂດຮັບຜິດຊອບຂອງຕົນຮັບຮູ້.
2.1. ໃນເມືອງ, ກຸ່ມບ້ານ, ບ້ານ ທີ່ມີສາຍສົ່ງໄຟຟ້າແຮງສູງ, ສາຍຈ່າຍໄຟຟ້າຜ່ານ ໃຫ້ຈັດຕັ້ງຄະນະບໍລິຫານງານ, ປະກອບດ້ວຍພາກສ່ວນທີ່ກ່ຽວຂ້ອງ, ແລະ ໃຫ້ບ້ານເປັນໃຈກາງ, ຕິດຕາມກວດກາ, ສຳຫຼວດກຸ່ມຄົນບໍ່ດີ ຢ່າງເປັນປະຈຳ ແລະ ຕໍ່ເນື່ອງ, ເພື່ອລາຍງານໃຫ້ຄະນະຮັບຜິດຊອບບໍລິຫານ, ກວດກາ, ແກ້ໄຂສະພາບສາຍສົ່ງໄຟຟ້າແຮງສູງຂັ້ນແຂວງ ຮັບຮູ້ຢ່າງທັນການ.
2.2. ກຸ່ມບ້ານ ແລະ ບ້ານ ຕ້ອງແຈ້ງໃຫ້ປະຊາຊົນໃນເຂດຮັບຮູ້ວ່າ: ຫ້າມກໍ່ສ້າງເຮືອນ, ຮ້ານຄ້າ ແລະ ປູກຕົ້ນໄມ້ໃຫຍ່ ພາຍໃຕ້ ຫຼື ໃກ້ກັບແນວທາງສາຍສົ່ງໄຟຟ້າແຮງສູງ. ຖ້າມີຜູ້ໃດລະເມີດ, ໃຫ້ຜູ້ນັ້ນຮັບຜິດຊອບຄ່າເສຍຫາຍທັງໝົດ ແລະ ຈະບໍ່ໄດ້ຮັບການຊົດເຊີຍໃດໆ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 7 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ