ຄຳສັ່ງເພີ່ມເຕີມຂອງເຈົ້າແຂວງ ວ່າດ້ວຍການຫ້າມປຸກກ້ວຍຢູ່ແຂວງຫຼວງນ້ຳທາ
省长关于禁止在琅南塔省种植香蕉的补充命令
Supplementary Order of the Governor Prohibiting Banana Cultivation in Luang Namtha Province
ບົດສະຫຼຸບ
ເພື່ອປົກປັກຮັກສາສິ່ງແວດລ້ອມ, ດິນ ແລະ ການພັດທະນາແບບຍືນຍົງ, ເຈົ້າແຂວງຫຼວງນ້ຳທາໄດ້ອອກຄຳສັ່ງເພີ່ມເຕີມ ຫ້າມນຳໃຊ້ປຸ໋ຍເຄມີ, ຢາປາບສັດຕູພືດ ແລະ ວິທີການອື່ນທີ່ເປັນອັນຕະລາຍຕໍ່ສິ່ງແວດລ້ອມ ໃນການປູກກ້ວຍ, ແລະ ດຳເນີນຄະດີຜູ້ລະເມີດ.
ມາດຕາ
ມາດຕາ 1
ໃນຄຳສັ່ງສະບັບນີ້ທີ່ໄດ້ປູກ ກ່ອນດຳສັ່ງຂອງເຈົ້າແຂວງ ເລກທີ 04/ຈຂ, ລົງວັນທີ່ 10/07/2014 ຕ້ອງເຮັດສັນຍາ ແລະ ປະກອບເອກະສານ ຄຸ້ມຄອງ ສິ່ງແວດລ້ອມ, ທະບຽນທຸລະກິດ ແລະ ເອກະສານອື່ນໆ ນຳຂະແໜງການກ່ຽວຂ້ອງຂອງແຂວງ ແລະ ເມືອງພ້ອມທັງວາງເງິນຄ້າປະກັນຕາມຄຳສັ່ງສະບັບດັງກ່າວ ໃຫ້ສຳເລັດ ກ່ອນວັນທີ 1/2016 ແລະ ສືບຕໍ່ບົວລະບັດຮັກສາ, ເກັບກູ້ຜົນຜະລິດ ຮອດປີ 2017 ແລ້ວລົບລ້າງກິດຈະການທັງໝົດຢ່າງສິ້ນເຊີງ ພ້ອມທັງລຶບກິດຈະການປູກກ້ວຍອອກຈາກໃບທະບຽນວິສາຫະກິດໂດຍບໍ່ມີເງື່ອນໄຂຢ່າງ ເດັດຂາດ. 4. ທຸກກິດຈະການປູກກ້ວຍ ຫຼັງຄຳສັ່ງຂອງເຈົ້າແຂວງ ເລກທີ 04/ຈຂ, ລົງວັນທີ 10/07/2014 ຖືວ່າ ເປັນການລະເມີດ ແລະ ຖືກລົບລ້າງຢ່າງສິ້ນເຊີງ ມອບໃຫ້ຂະແໜງການກ່ຽວຂ້ອງ ແລະ ອົງການ ປົກຄອງເມືອງດຳເນີນ ການແກ້ໄຂເດັດຂາດຕາມກົດໝາຍ. 5. ທຸກພາກສ່ວນວິສາຫະກິດ, ບໍລິສັດ, ນັກທຸລະກິດພາຍໃນ ແລະ ຕ່າງປະເທດ, ເອກະຊົນ, ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນ ລວມທັງອົງການຈັດຕັ້ງລັດ, ພະນັກງານ, ທະຫານ, ຕຳຫຼວດ ທີ່ ລະເມີດຕໍ່ຄຳສັ່ງສະບັບນີ້ ຈະຖືກຍຶດວັດສະດຸ-ອຸປະກອນການຜະລິດ ແລະ ປັດໄຈການຜະລິດທຸກ ປະເພດ ທີ່ຕິດພັນກັບການປູກກ້ວຍ ແລະ ຖອນເອກະສານການລົງທຶນທັງໝົດ ພ້ອມທັງດຳເນີນ ມາດຕະການປັບໃໝ ແລະ ດຳເນີນຄະດີຕາມລະບຽບກົດໝາຍ. - ສຳລັບອົງການຈັດຕັ້ງລັດ, ພະນັກງານ, ທະຫານ, ຕຳຫຼວດ ທີ່ລະເມີດຄຳສັ່ງສະບັບນີ້ຈະຖືກ ຕັກເຕືອນ ແລະ ປະຕິບັດວິໄນ ຕາມດຳລັດ ເລກທີ 82/ນຍ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ. 6. ບັນດາພະແນກການທີ່ກ່ຽວຂ້ອງ, ສອງກອງບັນຊາການ, ອົງການທຽບເທົ່າ, ບັນດາເມືອງ, ອົງການ ປົກຄອງບ້ານ, ປະຊາຊົນ, ນັກທຸລະກິດພາຍໃນ ແລະ ຕ່າງປະເທດ ຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ຢ່າງເຂັ້ມງວດ. 7. ມອບໃຫ້ຫົວໜ້າພະແນກການ, ສອງກອງບັນຊາການ, ອົງການທຽບເທົ່າ ແລະ ເຈົ້າເມືອງ ນຳເອົາຄຳສັ່ງສະບັບນີ້ ລົງເຜີຍແຜ່ໃຫ້ພະນັກງານ, ລັດຖະກອນ, ອົງການປົກຄອງບ້ານ, ປະຊາຊົນ ແລະ ນັກທຸລະກິດພາຍໃນ ແລະ ຕ່າງປະເທດ ທີ່ຢູ່ໃນຂອບເຂດການຄຸ້ມຄອງຂອງຕົນ ຮັບຮູ້, ເຂົ້າໃຈ ແລະ ໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດ. 8. ຄຳສັ່ງສະບັບນີ້ ເພີ່ມເຕີມໃສ່ຄຳສັ່ງຂອງເຈົ້າແຂວງ ສະບັບເລກທີ 04/ຈຂ, ລົງວັນທີ 10 ກໍລະກົດ 2014 ແລະ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນ ເປັນຕົ້ນໄປ.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 8 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ