ຄຳສັ່ງ ວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃນເຂດຊົນລະປະທານ (ແຂວງຫຼວງນ້ຳທາ)
关于灌溉区农业用地管理与开发的命令(琅南塔省)
Order on Management and Development of Agricultural Land in Irrigation Zones (Luang Namtha Province)
ບົດສະຫຼຸບ
ເຈົ້າແຂວງຫຼວງນໍ້າທາ ອອກຄຳສັ່ງຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳໃນເຂດຊົນລະປະທານ ໂດຍອີງໃສ່ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍທີ່ດິນ ແລະ ກົດໝາຍວ່າດ້ວຍຊົນລະປະທານ, ຮຽກຮ້ອງໃຫ້ສຳຫຼວດ ແລະ ຈົດທະບຽນນາ, ຫ້າມປ່ຽນແປງການນຳໃຊ້ທີ່ດິນກະສິກຳໂດຍບໍ່ໄດ້ຮັບອະນຸຍາດ, ນຳໃຊ້ນ້ຳຊົນລະປະທານໃຫ້ເກີດປະໂຫຍດສູງສຸດ, ກຳນົດເຂດປ້ອງກັນຄອງຊົນລະປະທານ ແລະ ປົກປັກຮັກສາປ່າໄມ້ຕົ້ນນ້ຳ, ຜູ້ລະເມີດຈະຖືກດຳເນີນຄະດີຕາມກົດໝາຍ.
ມາດຕາ
ມາດຕາ 1
ມອບໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ອຳນາດການປົກຄອງເມືອງ ແລະ ຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ດຳເນີນການສຳຫຼວດ ແລະ ເກັບກຳຂໍ້ມູນເນື້ອທີ່ນາປູກເຂົ້າທີ່ໄດ້ຮັບນ້ຳຊົນລະປະທານ ໃນທົ່ວແຂວງ, ເພື່ອກຳນົດເຂດ, ຈັດທຳແຜນທີ່ ແລະ ດຳເນີນການຈົດທະບຽນທີ່ດິນກະສິກຳ, ເພື່ອການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ.
ມາດຕາ 2
ຫ້າມບຸກຄົນ ຫຼື ນິຕິບຸກຄົນ ປ່ຽນແປງທີ່ດິນນາ ເປັນທີ່ດິນກໍ່ສ້າງ, ທີ່ດິນອຸດສາຫະກຳ ແລະ ທີ່ດິນປະເພດອື່ນໆ ໂດຍເດັດຂາດ, ເວັ້ນເສຍແຕ່ໄດ້ຮັບອະນຸຍາດຈາກອົງການປົກຄອງຂັ້ນເມືອງ ແລະ ແຂວງ ທີ່ກ່ຽວຂ້ອງ.
ທີ່ດິນນາທີ່ຕິດກັບຖະໜົນສາຍຫຼັກ ແລະ ຖະໜົນສາຍຮອງ, ຖ້າມີຄວາມຈຳເປັນຕ້ອງປ່ຽນແປງເປັນທີ່ດິນປະເພດອື່ນ, ຕ້ອງໄດ້ຮັບອະນຸຍາດຈາກອົງການປົກຄອງຂັ້ນເມືອງ ແລະ ແຂວງ ທີ່ກ່ຽວຂ້ອງ ກ່ອນຈຶ່ງດຳເນີນການປ່ຽນແປງໃດໆ; ຂອບເຂດການພິຈາລະນາແມ່ນບໍ່ເກີນ 50 ແມັດ ຈາກຖະໜົນເຂົ້າໄປພາຍໃນ.
ຖ້າມີບຸກຄົນ ຫຼື ນິຕິບຸກຄົນ ລະເມີດປ່ຽນແປງທີ່ດິນນາ ເປັນທີ່ດິນປະເພດອື່ນໂດຍບໍ່ໄດ້ຮັບອະນຸຍາດ, ໃຫ້ມອບໃຫ້ອົງການປົກຄອງທີ່ກ່ຽວຂ້ອງ ລົງໄປກວດກາສະຖານທີ່ຈິງ, ແລະ ນຳເອົາຜູ້ລະເມີດໄປສຶກສາອົບຮົມ ຕາມຄວາມໜັກເບົາຂອງກໍລະນີ, ຈາກນັ້ນ ສັ່ງໃຫ້ເຈົ້າຂອງທີ່ດິນນັ້ນ ດຳເນີນການຟື້ນຟູ ແລະ ເຮັດນາຄືນໃໝ່, ຫຼື ຊຳລະຄ່າທຳນຽມການປ່ຽນແປງຈຸດປະສົງການນຳໃຊ້ທີ່ດິນນັ້ນ ຕາມລະບຽບການ ແລະ ກົດໝາຍ, ພ້ອມທັງປັບໃໝຢ່າງເໝາະສົມ ຕາມຄວາມໜັກເບົາຂອງກໍລະນີ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 8 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ