ຄຳສັງແນະນຳ ວ່າດ້ວຍ ການເພີ່ມທະວີການຄຸ້ມຄອງ, ປົກປັກຮັກສາ ປ່າສະຫງວນແຫ່ງຊາດ ນ້ຳກ່ານ, ແຂວງບໍ່ແກ້ວ

博胶省关于加强管理、保护南甘国家保护林的指示性命令

Directive Order of Bokeo Province on Strengthening Management and Protection of Nam Kan National Protected Forest

ບົດສະຫຼຸບ

ເຈົ້າແຂວງບໍ່ແກ້ວໄດ້ອອກຄຳສັ່ງຊີ້ນຳໃຫ້ເພີ່ມທະວີການໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍປ່າໄມ້ ແລະ ສັດນ້ຳ-ສັດປ່າ, ກຳນົດເຂດໃໝ່, ຈັດຕັ້ງການລາດຕະເວນກວດກາ, ກວດສອບອາວຸດປະຈຳກາຍຂອງປະຊາຊົນ, ຫ້າມເຂົ້າເຂດສະຫງວນໃນເວລາກາງຄືນ ເພື່ອເພີ່ມທະວີການຄຸ້ມຄອງ ແລະ ປົກປັກຮັກສາປ່າສະຫງວນແຫ່ງຊາດນ້ຳກັນ, ຜູ້ລະເມີດຈະຖືກດຳເນີນຄະດີແພ່ງ ຫຼື ອາຍາ, ຜູ້ທີ່ມີຜົນງານໃນການປົກປັກຮັກສາປ່າຈະໄດ້ຮັບການຍ້ອງຍໍ.

ມາດຕາ

ມາດຕາ 1

ມອບໃຫ້ເຜີຍແຜ່ ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ ພ້ອມທັງບັນດາລະບຽບການ, ຄຳສັ່ງ ແລະ ຂໍ້ກຳນົດກ່ຽວກັບການຄຸ້ມຄອງປ່າສະຫງວນແຫ່ງຊາດ, ສັດນ້ຳ ແລະ ສັດປ່າ ໃຫ້ແກ່ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ພາຍໃນ ແລະ ອ້ອມຂ້າງປ່າສະຫງວນ ໃຫ້ເຂົ້າໃຈຢ່າງທົ່ວເຖິງ ແລະ ຮັບຮູ້ ໂດຍຜ່ານຫຼາຍຮູບແບບ.

ມາດຕາ 2

ມອບໃຫ້ກົມຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ຮີບດ່ວນດຳເນີນການວາງແຜນສຳຫຼວດ-ແບ່ງເຂດປ່າສະຫງວນແຫ່ງຊາດນ້ຳກັນ ໃໝ່ ແລະ ໃຫ້ສຳເລັດໂດຍໄວ, ຮ່ວມກັນຄຸ້ມຄອງ, ກວດກາປ່າສະຫງວນຕາມແຜນການແບ່ງເຂດ, ໂດຍການຕັ້ງຫຼັກໝາຍ, ຕິດຕັ້ງປ້າຍຊາຍແດນ ໃຫ້ມີຄວາມຊັດເຈນ ເຊັ່ນ: ເຂດຫ້າມຕັດໄມ້ຢ່າງເດັດຂາດ, ເຂດຄຸ້ມຄອງ ແລະ ນຳໃຊ້, ເຂດເຊື່ອມຕໍ່, ເຂດກັນຊົນ ແລະ ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນແຜນການແບ່ງເຂດ, ເພື່ອປ້ອງກັນການບຸກລຸກ ແລະ ທຳລາຍປ່າສະຫງວນແຫ່ງຊາດນ້ຳກັນ.

ມາດຕາ 3

ມອບໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງ ກວດກາຄືນຫຼັກໝາຍເຂດປ່າສະຫງວນແຫ່ງຊາດ ນ້ຳກັນ ທີ່ໄດ້ວາງໄວ້ແຕ່ກ່ອນ ຖ້າມີການປ່ຽນແປງ ຫຼື ເສຍຫາຍ ໃຫ້ສ້ອມແປງ ຫຼື ວາງໃໝ່.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 10 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ