ຄຳສັງ ຂອງເຈົ້າແຂວງ ບໍ່ແກ້ວ ກ່ຽວກັບການຫ້າມປູກສ້າງກິດຈະການຕ່າງໆ ລຽບຕາມແຄມແມ່ນ້ຳຂອງ ແລະ ລຽບຕາມເຂດສະຫງວນທາງເວັນຕົວເມືອງ

博胶省省长关于禁止沿湄公河岸及沿城市环路保留区建设各类项目的命令

Order of the Governor of Bokeo Province Prohibiting Construction Projects Along the Mekong Riverbank and Urban Ring Road Reserves

ບົດສະຫຼຸບ

ເຈົ້າແຂວງບໍ່ແກ້ວ ອອກຄຳສັ່ງ ຫ້າມການກໍ່ສ້າງທຸກປະເພດ ໃນເຂດຂະຫຍາຍຜັງເມືອງຫ້ວຍຊາຍ (ຕາມເສັ້ນທາງວົງແຫວນເມືອງ) ແລະ ເຂດສະຫງວນລຽບຕາມແມ່ນ້ຳຂອງ, ຜູ້ທີ່ຄອບຄອງທີ່ດິນຂອງລັດ ແລະ ເຂດສະຫງວນ ໂດຍຜິດກົດໝາຍ ຈະຖືກຮື້ຖອນ ໂດຍບໍ່ມີການຊົດເຊີຍ.

ມາດຕາ

ມາດຕາ 1

ຂອບເຂດການຂະຫຍາຍຜັງເມືອງເມືອງຫ້ວຍຊາຍ. — ຫ້າມດຳເນີນການກໍ່ສ້າງໃດໆ ຕາມເສັ້ນທາງວົງແຫວນເມືອງ (ນັບແຕ່ສາມແຍກບ້ານນາລາຍ ຫາ ບ້ານຫົວໝໍ້) ໃນຂອບເຂດກວ້າງ 15 ແມັດ ຈາກເສັ້ນກາງທາງ ໄປແຕ່ລະຂ້າງ, ລວມທັງໝົດ 30 ແມັດ (ໃນ 30 ແມັດນັ້ນ, ຈະກໍ່ສ້າງທາງກວ້າງ 10 ແມັດ, ແລະ ສະຫງວນໄວ້ແຕ່ລະຂ້າງ 10 ແມັດ ນັບແຕ່ຮ່ອງລະບາຍນ້ຳດ້ານນອກ). — ໂຄງການກໍ່ສ້າງໃດໆ ທີ່ບຸກເບີກທີ່ດິນຂອງລັດ, ເຂດສະຫງວນທາງຫຼວງຂັ້ນຊາດ ແລະ ຂັ້ນແຂວງ-ເມືອງ (ຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍຜັງເມືອງ ສະບັບເລກທີ 03/99/ສພຊ ລົງວັນທີ 3 ເມສາ 1999 ແລະ ກົດໝາຍວ່າດ້ວຍທາງຫຼວງ ສະບັບເລກທີ 04/99/ສພຊ ລົງວັນທີ 3 ເມສາ 1999) ຈະຖືກຮື້ຖອນຕາມກົດໝາຍ ໂດຍບໍ່ມີເງື່ອນໄຂການຊົດເຊີຍໃດໆ.

ມາດຕາ 2

ຂອບເຂດຕາມແຄມແມ່ນ້ຳຂອງ. — ຫ້າມດຳເນີນໂຄງການກໍ່ສ້າງໃດໆ ຕາມແຄມແມ່ນ້ຳຂອງ ນັບແຕ່ສະຖານີສູບນ້ຳໂຮງຮຽນມັດທະຍົມ ຮອດຫົວຂົວມິດຕະພາບ ແຫ່ງທີ 4 (ບ້ານນາດົງສະຫວ່າງ) ເນື່ອງຈາກຈະເລີ່ມດຳເນີນການກໍ່ສ້າງໂຄງການປ້ອງກັນການເຊາະເຈື່ອນຕາມແຄມແມ່ນ້ຳຂອງ. — ຫ້າມດຳເນີນການກໍ່ສ້າງໃນເຂດເປົ້າໝາຍການພັດທະນາຂອງໂຄງການພັດທະນາເມືອງ ໃນຂອບເຂດເສດຖະກິດອະນຸພາກພື້ນແມ່ນ້ຳຂອງ ນັບແຕ່ທ່າເຮືອບ້ານຄອງຈາຍ ຮອດເຂດບ້ານມີໄຊສະຫວ່າງ ເມືອງຫ້ວຍຊາຍ ເພື່ອເຊື່ອມຕໍ່ກັບເຂດພັດທະນາດົງພອນ. — ໂຄງການກໍ່ສ້າງໃດໆ ທີ່ຄອບຄອງທີ່ດິນຂອງລັດ, ເຂດສະຫງວນແມ່ນ້ຳຂອງ ແລະ ເຂດສະຫງວນທາງ ຈະຖືກຮື້ຖອນຕາມກົດໝາຍ ໂດຍບໍ່ມີເງື່ອນໄຂການຊົດເຊີຍໃດໆ.

ມາດຕາ 3

ມອບໃຫ້ບັນດາເຈົ້າເມືອງ, ຫົວໜ້າກົມ-ກົມກອງ, ຫົວໜ້າກຸ່ມບ້ານ-ນາຍບ້ານ ແລະ ຫົວໜ້າອົງການຈັດຕັ້ງຕ່າງໆ ຮ່ວມກັນເຜີຍແຜ່, ໂຄສະນາຄຳສັ່ງສະບັບນີ້ ໃຫ້ແກ່ປະຊາຊົນຢ່າງກວ້າງຂວາງ ເພື່ອໃຫ້ຮັບຊາບທົ່ວກັນ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 5 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ