ຄຳສັ່ງ ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້
关于进一步从严管理和检查木材采伐、木材运输及木材经营的命令
Order on Strictly Managing and Inspecting Timber Harvesting, Transport, and Trade
ບົດສະຫຼຸບ
ນາຍົກລັດຖະມົນຕີ ອອກຄຳສັ່ງ ໃຫ້ເພີ່ມທະວີການຄຸ້ມຄອງ ແລະ ກວດກາ ການປ່າໄມ້, ການຕັດໄມ້, ການຂົນສົ່ງ ແລະ ການຄ້າໄມ້ ຢ່າງເຂັ້ມງວດ, ຫ້າມສົ່ງອອກໄມ້ທ່ອນ ແລະ ໄມ້ທີ່ຍັງບໍ່ທັນປຸງແຕ່ງ, ສະກັດກັ້ນການຕັດໄມ້ ແລະ ຂົນສົ່ງໄມ້ທີ່ຜິດກົດໝາຍ, ຊຸກຍູ້ການປຸງແຕ່ງໄມ້ເພື່ອເພີ່ມມູນຄ່າພາຍໃນແຂວງ.
ມາດຕາ
ມາດຕາ 1
ມອບໃຫ້ບັນດາກະຊວງ, ອົງການຂະແໜງການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ເພີ່ມທະວີການເອົາໃຈໃສ່ ແລະ ເສີມສ້າງສະຕິຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ ໂດຍປະຕິບັດໜ້າທີ່, ຂອບເຂດສິດ ແລະ ຄວາມຮັບຜິດຊອບຕາມກົດໝາຍຢ່າງຖືກຕ້ອງ ໂດຍສະເພາະກົດໝາຍ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງກັບການຄຸ້ມຄອງປ່າໄມ້, ການຕັດໄມ້, ການຂົນສົ່ງໄມ້ ແລະ ການຄ້າໄມ້.
ມາດຕາ 2
ຫ້າມສົ່ງອອກໄມ້ທ່ອນ, ໄມ້ສີ່ຫຼ່ຽມ, ໄມ້ແປຮູບ, ໄມ້ເລື່ອຍ, ຮາກໄມ້ ຫຼື ກົກໄມ້, ຕໍໄມ້, ປຸ່ມໄມ້, ງ່າໄມ້ ແລະ ໄມ້ທີ່ຍັງບໍ່ທັນແປຮູບ ຫຼື ແປຮູບບາງສ່ວນ ທີ່ມາຈາກການຕັດໄມ້ຈາກປ່າທຳມະຊາດ ໄປຍັງຕ່າງປະເທດ, ຫ້າມຢ່າງເດັດຂາດໃນທຸກກໍລະນີ, ລວມທັງໄມ້ທີ່ລັດຖະບານໄດ້ອະນຸມັດແລ້ວ ແຕ່ຍັງບໍ່ທັນໄດ້ຕັດ; ຕ້ອງໄດ້ຜະລິດເປັນຜະລິດຕະພັນສຳເລັດຮູບຕາມມາດຕະຖານທີ່ກະຊວງອຸດສາຫະກຳ ແລະ ການຄ້າກຳນົດ (ຕາມຂໍ້ຕົກລົງສະບັບເລກທີ 2005/ອຄ.ກອທ ລົງວັນທີ 28 ກັນຍາ 2015) ຈຶ່ງຈະອະນຸຍາດໃຫ້ສົ່ງອອກໄດ້.
ມາດຕາ 3
ຫ້າມການນຳໄມ້ ແລະ ຜະລິດຕະພັນປ່າໄມ້ຈາກຕ່າງປະເທດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຜ່ານແດນ ແລະ ສົ່ງຕໍ່ໄປຍັງປະເທດທີສາມ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 22 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ