ຄຳສັ່ງ ວ່າດ້ວຍ ໃຫ້ຄຸ້ມຄອງການເກັບຊື້ສັດ (ງົວ, ຄວາຍ) ຢູ່ ພາຍໃນແຂວງຫົວພັນ

关于管理华潘省境内收购牲畜(黄牛、水牛)的命令

Order on Regulating the Purchase of Livestock (Cattle and Buffalo) within Huaphan Province

ບົດສະຫຼຸບ

ເຈົ້າແຂວງຫົວພັນ ອອກຄຳສັ່ງ ເພື່ອຮັບປະກັນການສະໜອງສັດລ້ຽງ (ງົວ, ຄວາຍ) ພາຍໃນແຂວງ, ສະຖຽນລາຄາຊີ້ນ, ປ້ອງກັນການຂຶ້ນລາຄາຂອງພໍ່ຄ້າຄົນກາງ ແລະ ເພີ່ມທະວີການຄຸ້ມຄອງການຊື້ງົວ, ຄວາຍ ພາຍໃນແຂວງ.

ມາດຕາ

ມາດຕາ 1

ໃຫ້ເພີ່ມທະວີຄວາມເອົາໃຈໃສ່ ແລະ ຄຸ້ມຄອງ, ຕິດຕາມກວດກາການຊື້ສັດລ້ຽງ (ງົວ, ຄວາຍ) ຂອງພໍ່ຄ້າທັງພາຍໃນ ແລະ ຕ່າງປະເທດຢ່າງເຂັ້ມງວດ. ບໍ່ອະນຸຍາດໃຫ້ບຸກຄົນ ຫຼື ນິຕິບຸກຄົນຕ່າງປະເທດທີ່ບໍ່ມີໃບອະນຸຍາດ ຫຼື ໃບທະບຽນວິສາຫະກິດທີ່ຖືກຕ້ອງ ເຂົ້າມາຊື້ສັດລ້ຽງມີຊີວິດ (ງົວ, ຄວາຍ) ໃນເຂດແຂວງຫົວພັນ ເພື່ອສົ່ງອອກໄປຕ່າງປະເທດ ລວມທັງການຊື້ໃນລັກສະນະດັ່ງນີ້: ຄົນຕ່າງປະເທດອອກໄປຊື້ເອງທົ່ວໄປ, ມອບທຶນໃຫ້ຕົວແທນ ຫຼື ມອບໃຫ້ບຸກຄົນທີ່ບໍ່ໄດ້ຈົດທະບຽນຖືກຕ້ອງພາຍໃນເປັນຜູ້ຊື້ແທນຄືແຕ່ກ່ອນ. ການກະທຳດັ່ງກ່າວເຮັດໃຫ້ສັງຄົມຂາດຄວາມສະຫງົບ ແລະ ລະບຽບຮຽບຮ້ອຍ ເພາະມີສະພາບວຸ້ນວາຍໃນການປະມູນລາຄາຊື້. ຖ້າພົບເຫັນການລະເມີດ ໃຫ້ດຳເນີນການຍຶດ ຫຼື ອັດຕະຍາບັດ ແລະ ປັບໄໝຕາມລະບຽບການທີ່ໄດ້ປະກາດໃຊ້.

ມາດຕາ 2

ມອບໃຫ້ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ພ້ອມທັງອົງການປົກຄອງທ້ອງຖິ່ນ ສ້າງເງື່ອນໄຂ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ຮັບຊື້ພາຍໃນແຂວງ (ຄືພໍ່ຄ້າຮັບຊື້) ທີ່ໄດ້ຮັບໃບອະນຸຍາດຕາມກົດໝາຍແລ້ວ ໃຫ້ສາມາດຮັບຊື້ສັດລ້ຽງ ເພື່ອສະໜອງຕະຫຼາດພາຍໃນແຂວງ ຫຼື ເພື່ອການສົ່ງອອກໃນອະນາຄົດ. ໃນໄລຍະປັດຈຸບັນ, ໃຫ້ຢຸດການສົ່ງອອກສັດລ້ຽງ ຈົນກວ່າຈະມີຄຳສັ່ງຍົກເລີກຄຳສັ່ງນີ້.

ມາດຕາ 3

ໃຫ້ມອບໝາຍໃຫ້ພະນັກງານປະຈຳດ່ານຊາຍແດນ ແລະ ພະນັກງານຂັ້ນເມືອງທີ່ກ່ຽວຂ້ອງ ເພີ່ມທະວີການສະກັດກັ້ນການລັກລອບຂົນສົ່ງສັດລ້ຽງ (ງົວ, ຄວາຍ) ອອກໄປຕ່າງປະເທດຢ່າງເດັດຂາດ ໂດຍສະເພາະເຂດຊາຍແດນທີ່ຕິດກັບ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 6 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ