ຄຳສັງ ວ່າດ້ວຍການເພີ່ມທະວີວຽກງານສະກັດກັນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມທົ່ວແຂວງຫົວພັນ

命令 关于进一步加强阻止与整治华潘全省社会不良现象工作

Order on Further Strengthening the Prevention and Rectification of Social Malpractices Across Huaphan Province

ບົດສະຫຼຸບ

ເຈົ້າແຂວງຫົວພັນ ອອກຄຳສັ່ງໃຫ້ທຸກຂະແໜງການ ແລະ ທຸກເມືອງ ດຳເນີນການໂຄສະນາ ແລະ ຈັດປະເພດແກ້ໄຂ ຕໍ່ກັບສະພາບປະກົດການທີ່ແຜ່ລະບາດ ເຊັ່ນ: ຢາເສບຕິດ, ການປຸ້ນຈີ້, ກຸ່ມອັນຕະລາຍ, ການກໍ່ຄວາມວຸ້ນວາຍ, ແຮງງານຕ່າງດ້າວທີ່ຜິດກົດໝາຍ, ການສໍ້ລາດບັງຫຼວງ, ພາຫະນະທີ່ຜິດກົດລະບຽບ ແລະ ອື່ນໆ ພ້ອມທັງກຳນົດມາດຕະການຈັດການ ຕໍ່ກັບອາວຸດ, ທະບຽນ, ໂຮງແຮມ, ສຽງດັງ, ການທ່ຽວກາງຄືນ, ພາຫະນະ, ບຸກຄົນຕ່າງດ້າວ ແລະ ອື່ນໆ ເປັນລາຍການ.

ມາດຕາ

ມາດຕາ 1

ອີງຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບເລກທີ 03/ສພຊ, ລົງວັນທີ 21 ຕຸລາ 2003, ມາດຕາ 14 ຂອງພາກທີ 3 ວ່າດ້ວຍສິດ ແລະ ໜ້າທີ່ຂອງເຈົ້າແຂວງ); ອີງຕາມຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 27/ນຍ, ລົງວັນທີ 5 ຕຸລາ 2011 ວ່າດ້ວຍການເພີ່ມທະວີການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ; ແລະ ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 22/ຄລສພ, ລົງວັນທີ 10 ສິງຫາ 2012 ວ່າດ້ວຍການເພີ່ມທະວີການສະກັດກັ້ນ ແລະ ຕ້ານຢາເສບຕິດ; ອີງຕາມຄຳສັ່ງຂອງລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1470/ປກສ, ລົງວັນທີ 11 ພະຈິກ 2013 ວ່າດ້ວຍການເພີ່ມທະວີການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນທົ່ວສັງຄົມ. ເນື່ອງຈາກປະກົດການຫຍໍ້ທໍ້ໃນແຂວງຫົວພັນ ມີທ່າອ່ຽງເພີ່ມຂຶ້ນ ແຜ່ລາມ ແຊກຊຶມເຂົ້າໃນທຸກຂົງເຂດ ທຸກຊັ້ນຄົນ ເຊັ່ນ: ຢາເສບຕິດ ການປຸ້ນຈີ້ ກຸ່ມອັນຕະພາບທີ່ກໍ່ຄວາມວຸ້ນວາຍໃນຕົວເມືອງ ສະຖານທີ່ຊຸມນຸມ ຮີດຄອງປະເພນີທີ່ບໍ່ດີ ແຮງງານຕ່າງດ້າວທີ່ເຂົ້າມາໂດຍຜິດກົດໝາຍ ການສໍ້ລາດບັງຫຼວງ ພາຫະນະທີ່ຜິດກົດລະບຽບ ການນຳໃຊ້ພາຫະນະທີ່ລະເມີດກົດໝາຍ ແລະ ອື່ນໆ. ເພື່ອຮັບປະກັນການດຳເນີນກອງປະຊຸມໃຫຍ່ສາມຊັ້ນຂອງພັກ ງານບຸນສຳຄັນຕ່າງໆ ໃຫ້ສຳເລັດດ້ວຍດີ ຄວາມສະຫງົບຮຽບຮ້ອຍຂອງສັງຄົມ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ບັນລຸຕາມເປົ້າໝາຍທີ່ຄະນະພັກແຂວງວາງໄວ້ ເຈົ້າແຂວງຫົວພັນ ຈຶ່ງອອກຄຳສັ່ງດັ່ງນີ້:

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 15 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ