ຄຳສັງ ເລື່ອງ ໃຫ້ເອົາໃຈໃສ່ສະກັດກັນການລະເມີດປູກຝິ່ນ ແລະ ການແກ້ໄຂປະກົດການຫຍໍ້ທໍ້ຂອງຢາເສບຕິດພາຍໃນແຂວງ

命令 关于重视阻止违法种植罂粟及整治省内毒品不良现象

Order on Enhancing Attention to Preventing Illegal Poppy Cultivation and Rectifying Drug-Related Malpractices in the Province

ບົດສະຫຼຸບ

ສຳລັບສະພາບການປູກຝິ່ນທີ່ຜິດກົດໝາຍ ແລະ ບັນຫາຢາເສບຕິດທີ່ສົ່ງຜົນກະທົບຕໍ່ຄວາມສະຫງົບຂອງສັງຄົມໃນແຂວງຫົວພັນ ເຈົ້າແຂວງໄດ້ສັ່ງໃຫ້ທະຫານ, ຕຳຫຼວດ ແລະ ພາກສ່ວນຕ່າງໆ ເພີ່ມທະວີການໂຄສະນາ, ກວດກາ ແລະ ທຳລາຍສວນຝິ່ນ ດຳເນີນຄະດີຜູ້ລະເມີດ ເພື່ອໃຫ້ແຂວງຫົວພັນກາຍເປັນແຂວງທີ່ບໍ່ມີການປູກຝິ່ນ.

ມາດຕາ

ມາດຕາ 1

ໃຫ້ສັ່ງການກອງບັນຊາການທະຫານ-ຕຳຫຼວດແຂວງ, ຕຳຫຼວດ, ບັນດາກົມ, ຂະແໜງການແຂວງ, ເຈົ້າເມືອງ ແລະ ຫົວໜ່ວຍທີ່ກ່ຽວຂ້ອງ ສືບຕໍ່ດຳເນີນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ເພື່ອໃຫ້ຄະນະພັກປະຈຳບ້ານ-ກຸ່ມ, ອຳນາດການປົກຄອງບ້ານ, ກຳລັງຮັກສາຄວາມສະຫງົບບ້ານ-ກຸ່ມ, ທີມງານສ້າງຮາກຖານການເມືອງຮ່ວມກັບອຳນາດການປົກຄອງບ້ານ ຊີ້ແຈງຜົນດີ-ຜົນເສຍໃຫ້ປະຊາຊົນໃນເຂດຮັບຜິດຊອບຂອງຕົນ, ເພື່ອໃຫ້ບຸກຄົນ ແລະ ຄອບຄົວ ບໍ່ສ້າງເງື່ອນໄຂໃຫ້ແກ່ການປູກຝິ່ນແບບລັກລອບຢ່າງເດັດຂາດ, ແລະ ເພີ່ມທະວີການກວດກາ ແລະ ຄວບຄຸມຢ່າງແທ້ຈິງ.

ມາດຕາ 2

ໃຫ້ບັນດາເຈົ້າເມືອງ ນຳພາອົງການປົກຄອງມະຫາຊົນ, ນຳພະນັກງານທີ່ກ່ຽວຂ້ອງລົງໄປຊົນນະບົດ ຮ່ວມກັບຄະນະພັກກຸ່ມບ້ານ ແລະ ອຳນາດການປົກຄອງບ້ານ ດຳເນີນການສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ແກ່ປະຊາຊົນ ໂດຍສະເພາະແມ່ນເຈົ້າບ້ານ, ຫົວໜ້າຄອບຄົວ, ຜູ້ນຳເຜົ່າ ເພື່ອໃຫ້ເຂົາເຈົ້າລິເລີ່ມປຸກລະດົມຊາວບ້ານ, ລູກຫຼານ ໃຫ້ເປັນຜູ້ນຳຮ່ອງ ບໍ່ປູກຝິ່ນ, ບໍ່ຄອບຄອງ, ບໍ່ເກັບຮັກສາຝິ່ນ, ບໍ່ຂາຍຝິ່ນ, ບໍ່ສູບ, ບໍ່ສັກ, ບໍ່ຊື້ຂາຍ, ບໍ່ຂົນສົ່ງສານເສບຕິດທຸກຊະນິດ ພ້ອມທັງຕິດຕາມປະຊາຊົນ ບໍ່ໃຫ້ກະກຽມດິນປູກຝິ່ນ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 5 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ