ຄຳສັ່ງ ວ່າດ້ວຍການແກ້ໄຂປະກົດການຫຍໍ້ທໍ້ກ່ຽວກັບໄມ້

命令 关于整治木材方面的不良现象

Order on Rectifying Malpractices in the Timber Sector

ບົດສະຫຼຸບ

ເຈົ້າແຂວງຫົວພັນ ເພື່ອຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ແລະ ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຢຸດຕິການຕັດໄມ້ຈາກປ່າຜະລິດ, ອອກ 10 ມາດຕະການ ເພື່ອແກ້ໄຂບັນຫາການຕັດໄມ້ຜິດກົດໝາຍ, ການຂົນສົ່ງ ແລະ ການຊື້-ຂາຍໄມ້ຜິດກົດໝາຍ.

ມາດຕາ

ມາດຕາ 1

ຫ້າມບໍ່ໃຫ້ຜູ້ປະກອບການຄ້າ ຫຼື ບຸກຄົນໃດໜຶ່ງ ຊື້ໄມ້ມີຄ່າທີ່ຖືກຫ້າມຕັດ ທີ່ຕົກຄ້າງຢູ່ກັບປະຊາຊົນ ໃນຂອບເຂດແຂວງຫົວພັນ, ເພາະວ່າຈະເປັນການສ້າງເງື່ອນໄຂໃຫ້ແກ່ຜູ້ກະທຳຜິດຕັດໄມ້ທຳລາຍປ່າເພີ່ມຂຶ້ນ.

ມາດຕາ 2

ນັບແຕ່ປີງົບປະມານ 2013-2014 ເປັນຕົ້ນໄປ ໃຫ້ງົດການຕັດໄມ້ໃນປ່າຜະລິດ ໂດຍເດັດຂາດບໍ່ໃຫ້ບັນດາກົມ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງອອກໃບອະນຸຍາດຕັດໄມ້ ແລະ ຂົນສົ່ງໄມ້ໃນປ່າຜະລິດ.

ມາດຕາ 3

ບໍ່ເຫັນດີທີ່ຈະສົ່ງອອກໄມ້ທ່ອນ, ໄມ້ແປຮູບ, ໄມ້ເລື່ອຍ, ຫົວໄມ້, ຕຸ່ມໄມ້, ໄມ້ເຄິ່ງສຳເລັດຮູບ ແລະ ໄມ້ປະດັບຕົກແຕ່ງອອກຕ່າງປະເທດ, ຕ້ອງປຸງແຕ່ງເປັນຜະລິດຕະພັນກ່ອນຈຶ່ງສົ່ງອອກໄດ້; ຫ້າມບັນດາກົມ, ຂະແໜງການ, ບັນດາເມືອງ ອາໄສການຕັດໄມ້ຈາກຊັບພະຍາກອນປ່າໄມ້ມາສ້າງລາຍຮັບ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 10 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ