ຄຳສັງດ່ວນ ວ່າດ້ວຍການຢຸດຕິການຂຸດຄົ້ນໄມ້ຕູບໂຄງການຕ່າງໆຢູ່ທຸກໆເມືອງທົ່ວແຂວງ
紧急命令 关于停止全省各县一切以木材抵充工程项目的采伐行为
Emergency Order on Ceasing All Logging Activities in Lieu of Project Payments Across All Districts of the Province
ບົດສະຫຼຸບ
ເຈົ້າແຂວງຫົວພັນ ສັ່ງໃຫ້ທຸກເມືອງໃນແຂວງ ຢຸດການນຳໄມ້ມາຊົດເຊີຍໂຄງການກໍ່ສ້າງທັນທີ, ຫ້າມເມືອງອອກໂກຕ້າ ແລະ ໃບອະນຸຍາດຕັດໄມ້ ແລະ ຂົນສົ່ງໄມ້, ແລະ ດຳເນີນຄະດີຢ່າງເຄັ່ງຄັດຕໍ່ການຕັດໄມ້ ແລະ ຂົນສົ່ງໄມ້ຜິດກົດໝາຍ ຕາມກົດໝາຍວ່າດ້ວຍປ່າໄມ້.
ມາດຕາ
ມາດຕາ 1
ສັ່ງໃຫ້ທ່ານເຈົ້າເມືອງ ຫຼື ຜູ້ນຳຂັ້ນເມືອງ ຢຸດການດຳເນີນການຊຳລະເງິນໂດຍການອະນຸມັດໂຄຕ້າໄມ້ໃຫ້ແກ່ນັກລົງທຶນໂດຍກົງ, ຕ້ອງປ່ຽນມາໃຊ້ການຊຳລະຜ່ານງົບປະມານການເງິນ, ເຮັດໃຫ້ເປັນລະບົບ, ໂປ່ງໃສ, ມີປະສິດທິພາບ, ເພື່ອຕັດການສວຍໂອກາດ ແລະ ການທຳລາຍຜົນປະໂຫຍດຂອງຊາດຢ່າງບໍ່ຖືກຕ້ອງ, ຫ້າມບໍ່ໃຫ້ນຳໄມ້ມາແລກກັບໂຄງການໃນທຸກກໍລະນີ; ຖ້າປະຈຸບັນຢູ່ໃນເມືອງຍັງມີໂຄງການກໍ່ສ້າງທີ່ໃຊ້ໄມ້ມາຊົດເຊີຍ, ໃຫ້ເຈົ້າເມືອງອອກຄຳສັ່ງຍົກເລີກໂຄງການນັ້ນ.
ມາດຕາ 2
ຫ້າມຢ່າງເດັດຂາດບໍ່ໃຫ້ເຈົ້າເມືອງ ຫຼື ຄະນະນຳຂັ້ນເມືອງ ອອກໃບອະນຸຍາດຕັດໄມ້ເພື່ອກໍ່ສ້າງ ຫຼື ໃບອະນຸຍາດຕັດໄມ້ ໃນຂອບເຂດເມືອງຂອງຕົນ.
ມາດຕາ 3
ຫ້າມຢ່າງເດັດຂາດບໍ່ໃຫ້ເຈົ້າເມືອງ ແລະ ພະແນກການຂັ້ນເມືອງ ອອກໃບອະນຸຍາດຂົນສົ່ງໄມ້ພາຍໃນເມືອງ ຫຼື ສົ່ງອອກຕ່າງປະເທດ ໂດຍບໍ່ໄດ້ຮັບອະນຸມັດຈາກພະແນກການຂັ້ນແຂວງ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 5 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ