ຂໍ້ຕົກລົງ ວ່າດ້ວຍການຮັບຮອງການກຳນົດຂອບເຂດສະຫງວນທາງຫຼວງພາຍໃນແຂວງຫົວພັນ

关于核准划定华潘省境内公路保留区范围的决定

Decision on Approving the Delineation of Road Reserve Areas in Huaphan Province

ບົດສະຫຼຸບ

ເຈົ້າແຂວງຫົວພັນ ໄດ້ອອກຂໍ້ຕົກລົງ ກຳນົດມາດຕະຖານຄວາມກວ້າງຂອງເຂດສະຫງວນທາງຫຼວງ, ທາງແຂວງ, ທາງເມືອງ ແລະ ທາງຊົນນະບົດ ໂດຍແຍກຕາມເສັ້ນທາງທີ່ຜ່ານຕົວເມືອງ, ທົ່ງນາ, ປ່າໄມ້ ແລະ ເຂດທ່ອງທ່ຽວຫ່າງໄກ ແລະ ຮຽກຮ້ອງໃຫ້ທຸກຝ່າຍປະຕິບັດຢ່າງເຂັ້ມງວດ ຜູ້ລະເມີດຈະຖືກດຳເນີນຄະດີ.

ມາດຕາ

ມາດຕາ 1

: ຮັບຮອງເອົາການກຳນົດຂອບເຂດສະຫງວນທາງຫຼວງພາຍໃນແຂວງຫົວພັນດັງນີ; 1. ທາງຫຼວງແຫ່ງຊາດ 1.1. ຊ່ວງຜ່ານເທດສະບານແຂວງ, ເທດສະບານເມືອງ, ກຸ່ມບ້ານ ແລະ ຕົວເມືອງນ້ອຍ ທີ່ຜັງເມືອງ, ຜັ້ງບ້ານແລ້ວ ແມ່ນເຫັນດີໃຫ້ ຕາມແຜນຜັງຕັ່ງກ່າວໃນການຈັດຕັ້ງປະຕິບັດ ສ່ວນບ້ານ ຫຼື ຊຸມຊົນທີ່ບໍ່ທັນມີແຜນຜັງໃຫ້ກຳນົດເອົາເບື່ອງລະ 10 ແມັດ ນັບ ຈາກໃຈກາງທາງອອກໄປ. 1.2. ຊ່ວງຜ່ານທົງນາ ແລະ ສວນ ແມ່ນເຫັນດີກຳນົດເອົາເບື່ອງລະ 15 ແມັດ ນັບຈາກໃຈກາງທາງອອກໄປ 1.3. ຊ່ວງຜ່ານເຂດພູ, ປ່າ ຫຼື ເຂດທຳການຜະລິດ ນອກຈາກທົ່ງນາແມ່ນເຫັນດີໃຫ້ສະຫງວນເບືອງລະ 25 ແມັດ ນັບຈາກໃຈກາງ ທາງອອກໄປ ເນື່ອງຈາກວ່າປ້ອງກັນການຖາງປ່າເຮັດໄຮ່ຂອງປະຊາຊົນ - ເຂດທ່ອງທ່ຽວທຸລະກັນດານແມ່ນເຫັນດີໃຫ້ກຳນົດເອົາເບື່ອງລະ 25 ແມັດ ເພືອຫຼືກລຽງການບຸກລູກ ຫຼື ທຳລາຍທຳມະ ຊາດ. 1.4. ຊ່ວງໂຄ້ງລັດສະຫີ 80 ແມ່ນສະຫງວນຕາມກົດໝາຍທາງຫຼວງ ຄວາມກ້້ວາງເບື່ອງລະ 25 ແມັດ ນັບຈາກໃຈກາງທາງອອກ ໄປເນື່ອງຈາກວ່າອານາຄົດອາດມີການຕັດຄົດເພື່ອເບີດກ້ວາງ. 2. ທາງຫຼວງຂອງແຂວງ 2.1. ຊ່ວງຜ່ານເທດສະບານແຂວງ, ເທດສະບານເມືອງ, ກຸ່ມບ້ານ ແລະ ຕົວເມືອງນ້ອຍທີມີຜັ້ງເມືອງ, ຜັງບ້ານແລ້ວແມ່ນໃຫ້ ອີງ ຕາມແຜນຜັ້ງດັງກ່າວໃນການຈັດດັງປະຕິບັດ ສ່ວນບ້ານ ຫຼື ຊຸມຊົນທີບໍ່ທັນມີແຜນຜັງແມ່ນເຫັນດີໃຫ້ກຳນົດເອົາເບືອງລະ 10 ແມ້ດ ນັບຈາກໃຈກາງທາງອອກໄປ. 7 / 2.2. ຊ່ວງຜ່ານທົ່ງນາ ແລະ ສວນ ແມ່ນເຫັນດີໃຫ້ກຳນົດເອົາເບື້ອງລະ 10 ແມັດ ນັບຈາກໃຈກາງທາງອອກໄປ. 2.8 ຊວງຜ່ານເຂດພູ, ປ່າ ຫຼື ເຂດທຳການຜະລິດນອກຈາກທົ່ງນາແມ່ນເຫັນດີໃຫ້ສະຫງວນເບື້ອງລະ 25 ແມັດ ນັບແຕ່ໃຈກາງທາງ ອອກໄປເນື່ອງຈາກວ່າປ້ອງກັນການຖາງປ່າເຮັດໄຮ່ຂອງປະຊາຊົນ. . - ເຂດແຫຼ່ງທ່ອງທ່ຽວ ແລະ ທູລະກັນດານພິເສດແມ່ນເຫັນດີໃຫ້ກຳນົດເອົາເບື່ອງລະ 50 ແມັດເພື່ອຫຼີກລຽງການບຸກລູກ ຫ ທຳລາຍທຳມະຊາດ. 3. ທາງຫຼວງຂອງເມືອງ 3.1. ຊ່ວງຜ່ານເທດສະບານຂອງເມືອງ, ກຸ່ມບ້ານ ແລະ ຕົວເມືອງນ້ອຍທີ່ມືຜັ້ງເມືອງ, ຜັງບ້ານແລ້ວ ແມ່ນໃຫ້ອີງຕາມແຜນຜັງ ດັງກ່າວໃນການຈັດຕັ້ງປະຕິບັດ, ສ່ວນບ້ານ ຫຼື ຊຸມຊົນ, ທົ່ງນາ ແລະ ສວນທີ່ບໍ່ທັນມືແຜນຜັງ ແມ່ນອີງຕາມກົດໝາຍທາງ ຫຼວງສະຫງວນເບື່ອງລະ 10 ແມັດ ນັບຈາກໃຈກາງທາງອອກໄປ. 9.2. ຊ່ວງຜ່ານເຂດພູ, ປ່າ ຫຼື ເຂດທຳການຜະລິດ ນອກຈາກທົ່ງນາ ແມ່ນເຫັນດີໃຫ້ສະຫງວນເບື່ອງລະ 25 ແມັດ ນັບຈາກໃຈກາງ ທາງອອກໄປ ເນື່ອງຈາກວ່າປ້ອງກັນການຖາງປ່າເຮັດໄຮ່ຂອງປະຊາຊົນ - ເຂດແຫຼ່ງທ່ອງທ່ຽວ ແລະ ທຸລະກັນດານ ພິເສດແມ່ນເຫັນດີອີງໃຫ້ສະຫງວນເບື່ອງລະ 50 ແມັດ ເພື່ອຫຼີກລຽງການ ບຸກລຸກ ຫຼື ທຳລາຍທຳມະຊາດ. 4. ທາງຊົນນະບົດ . 4.1. ຊ່ວງຜ່ານເທດສະບານຂອງເມືອງ, ກຸ່ມບ້ານ ແລະ ຕົວເມືອງນ້ອຍ ທີ່ມືຜັງເມືອງ, ຜັ້ງບ້ານແລ້ວ ແມ່ນໃຫ້ອີງຕາມແຜນຜັ້ງ ຕັ້ງ ປະຕິບັດດັ່ງກ່າວໃນການຈັດ, ສ່ວນບ້ານ ຫຼື ຊຸມຊົນ, ທົງນາ ແລະ ສວນທີບໍ່ທັນມີແຜນຜັງ ແມ່ນອີງຕາມກົດໝາຍທາງຫຼວງ ສະຫງວນເນື່ອງລະ 5 ແມັດ ນັບຈາກໃຈກາງທາງອອກໄປ. 4.ຂ. ຊ່ວງຜ້ານເຂດພູ, ປ່າ ຫຼື ເຂດທຳການຜະລິດນອກຈາກທົ່ງນາແມ່ນສະຫງວນເບື້ອງລະ 25 ແມັດ ນັບຈາກໃຈກາງທາງອອກ ໄປ ເນື່ອງຈາກວ່າບ້ອງກັນການຖາງປ່າເຮັດໄຮ່ຂອງປະຊາຊົນ. - ເຂດແຫຼ່ງທ່ອງທ່ຽວ ແລະ ທຸລະກັນດານ ພິເສດແມ່ນເຫັນດີໃຫ້ສະຫງວນເບື່ອງລະ 50 ແມັດ ເພື່ອຫຼີກລຽງການບຸກລູກ ຫຼ ທຳລາຍທຳມະຊາດ.

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 3 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ