ຄຳສັ່ງຂອງເຈົ້າແຂວງ ວ່າດ້ວຍການຕອບໂຕ້ການລະບາດພະຍາດໂປລິໂອ ແລະ ສົ່ງເສີມການຢອດຢາ-ສັກຢາກັນພະຍາດ

省长关于应对脊髓灰质炎疫情暴发并推动口服-注射疫苗防病的命令

Order of the Governor on Responding to the Polio Outbreak and Promoting Oral-Injectable Vaccination

ບົດສະຫຼຸບ

ເຈົ້າແຂວງຜົ້ງສາລີ ອີງຕາມຄຳສັ່ງຂອງນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງໃຫ້ທຸກພາກສ່ວນ ແລະ ອົງການຈັດຕັ້ງໃນແຂວງ ຮ່ວມມືກັນຈັດກິດຈະກຳສັກຢາປ້ອງກັນພະຍາດໂປລິໂອ 3 ຮອບ ທັງທາງປາກ ແລະ ສີດ ເພື່ອຄວບຄຸມການແຜ່ລະບາດ ໃຫ້ກວມເອົາທຸກບ້ານໃນແຂວງ.

ມາດຕາ

ມາດຕາ 1

ມອບໃຫ້ບັນດາພະແນກການຂັ້ນແຂວງ, ຄະນະກຳມະການແມ່ຍິງທຸກຂັ້ນ, ເຈົ້າເມືອງທຸກເມືອງ, ຫ້ອງການອະນາໄມເມືອງ, ແນວລາວສ້າງຊາດ, ຊາວໜຸ່ມ, ແມ່ຍິງ ແລະ ນາຍບ້ານທຸກບ້ານ, ຕະຫຼອດຮອດປະຊາຊົນທຸກຊັ້ນຄົນ ແລະ ທຸກພາກສ່ວນ ຈົ່ງປະຕິບັດຕາມບັນດາລາຍການຕໍ່ໄປນີ້ຢ່າງເຂັ້ມງວດ:

ມາດຕາ 2

ຮັບຜິດຊອບຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດວັນສັກຢາປ້ອງກັນພະຍາດແຫ່ງຊາດ ໃຫ້ບັນລຸເປົ້າໝາຍ 100% ໂດຍແບ່ງງານອອກເປັນລະອຽດ ແລະ ມອບໃຫ້ພະແນກການຕ່າງໆ ຮັບຜິດຊອບຕາມໜ້າທີ່ຄວາມຮັບຜິດຊອບຂອງຕົນ.

ມາດຕາ 3

ອຳນວຍຄວາມສະດວກໃຫ້ແກ່ທີມແພດທີ່ອອກປະຕິບັດການສັກຢາປ້ອງກັນພະຍາດທາງປາກ-ທາງເສັ້ນເລືອດໃນລະດັບບ້ານ, ໂດຍສະເພາະເຂດຫ່າງໄກສອກຫຼີກ; ພ້ອມທັງຊ່ວຍເຫຼືອໃນການລະດົມປະຊາຊົນທີ່ເຮັດວຽກຢູ່ໄຮ່, ນາ, ສວນ ແລະ ຜູ້ປົກຄອງເດັກ ໃຫ້ນຳເດັກກັບມາບ້ານ ເພື່ອຮັບວັກຊີນປ້ອງກັນພະຍາດໂປລີໂອ ຕາມວັນທີ່ກຳນົດ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 9 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ