ຄຳສັ່ງແນະນຳ ວ່າດ້ວຍການສະກັດກັນ ແລະ ຫ້າມຕັດປ່າ, ຈຸດປ່າໄມ້, ໄຟໄໝ້ລາມ ຫຼັງຈາກປ່າໄມ້ໄດ້ຮັບຜົນກະທົບຈາກໄພໜາວ
关于在林木遭受寒灾影响后防范并禁止砍伐林木、焚烧林木及山火蔓延的指示性命令
Directive Order on Preventing and Prohibiting Logging, Burning of Forests, and Spread of Wildfires Following Cold Damage to Forests
ບົດສະຫຼຸບ
ເຈົ້າແຂວງຊຽງຂວາງ ໄດ້ອອກຄຳສັ່ງກ່ຽວກັບສະພາບຄວາມເສຍຫາຍຂອງໄມ້ຢືນຕົ້ນຫຼັງໄພພິບັດໜາວ ໂດຍໃຫ້ທຸກພາກສ່ວນ, ເມືອງ ແລະ ສັງຄົມ ເພີ່ມທະວີການຄຸ້ມຄອງຊັບພະຍາກອນປ່າໄມ້ ຫ້າມຕັດໄມ້ຕາຍ ແລະ ເຜົາໄມ້ຕາຍ ພ້ອມທັງເຮັດວຽກງານປ້ອງກັນໄຟປ່າ ແລະ ດຳເນີນຄະດີຜູ້ລະເມີດ.
ມາດຕາ
ມາດຕາ 1
ມອບໃຫ້ກົມກະສິກຳ ແລະ ປ່າໄມ້ແຂວງ (ຂະແໜງປ່າໄມ້), ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ກົມຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ເປັນຜູ້ຮັບຜິດຊອບໂດຍກົງ ໃນການຕິດຕາມ ແລະ ປ້ອງກັນ ບັນຫາທີ່ອາດຈະເກີດຂຶ້ນ ເຊັ່ນ: ການຕັດໄມ້, ການເຜົາໄມ້ທີ່ຕາຍຍ້ອນອາກາດໜາວ ໂດຍອ້າງຊື່ ຍ້ອນຄວາມຮູ້ບໍ່ທັນ ຂອງປະຊາຊົນ ຫຼື ການຫາປະໂຫຍດ ຂອງບຸກຄົນ ແລະ ຜູ້ປະກອບການ; ໂດຍຜ່ານການຈັດຕັ້ງເຜີຍແຜ່ ແລະ ສຶກສາອົບຮົມ ໃຫ້ພະນັກງານ, ທະຫານ, ຕຳຫຼວດ, ຜູ້ປະກອບການ ແລະ ປະຊາຊົນລາວທຸກເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ, ພ້ອມທັງ ດຳເນີນການ ເປີດແນວກັນໄຟ ຕາມເຂດທີ່ມີຄວາມສ່ຽງຕໍ່ການແຜ່ລາມຂອງໄຟປ່າ ດ້ານວິຊາການ ແລະ ເຮັດວຽກງານປ້ອງກັນໄຟປ່າ ໃຫ້ທັນການ.
ມາດຕາ 2
ບໍ່ວ່າໃນກໍລະນີໃດກໍ່ຕາມ, ຫ້າມຢ່າງເດັດຂາດບໍ່ໃຫ້ຫົວໜ່ວຍທຸລະກິດໄມ້, ໂຮງງານແປຮູບໄມ້, ບຸກຄົນ ຫຼື ພາກສ່ວນໃດໆ ຕັດໄມ້, ເຜົາໄມ້ທີ່ໃບຫຼົ່ນຍ້ອນອາກາດໜາວໃນເດືອນທີ່ຜ່ານມາ, ໂດຍສະເພາະຢູ່ເມືອງໜອງແຮດ, ເມືອງໝອກ, ເມືອງຄຸນ ແລະ ເມືອງອື່ນໆ; ບໍ່ວ່າຈະຢູ່ໃນປ່າສະຫງວນ, ປ່າປ້ອງກັນ, ປ່າຜະລິດ, ປ່າໃຊ້ສອຍຂອງບ້ານ ຫຼື ປ່າຊະນິດອື່ນໆ, ຫ້າມຕັດ ແລະ ເຜົາຢ່າງເດັດຂາດ.
ມາດຕາ 3
ມອບໃຫ້ເຈົ້າເມືອງ ທຸກເມືອງ ໃນແຂວງຂອງຕົນ ເປັນແກນກາງ ໃນການນຳພາ, ຊີ້ນຳ ແລະ ລະດົມ ບັນດາຂະແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດປະຊາຊົນ ໃນເມືອງຂອງຕົນ ໃຫ້ຈັດທຳແຜນການຄຸ້ມຄອງ ແລະ ກຳນົດມາດຕະການ ເພື່ອປ້ອງກັນ ການບຸກລຸກທີ່ດິນປ່າໄມ້ ໃນຮູບແບບຕ່າງໆ ເຊັ່ນ: ການອ້າງຊື່ຕົ້ນໄມ້ຕາຍ ເພື່ອຫຼອກລວງລັດ ໃນການຕັດໄມ້, ການລັກຕັດ ແລະ ລັກຂົນສົ່ງໄມ້, ການຖາງປ່າເຮັດໄຮ່, ການບຸກເບີກທີ່ດິນຜະລິດ ໂດຍຜິດກົດໝາຍ ແລະ ອື່ນໆ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 11 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ