ຄຳແນະນຳ ວ່າດ້ວຍ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ການບັນຊີ
关于实施《会计法》的指示
Directive on Implementing the Accounting Law
ບົດສະຫຼຸບ
ຄຳສັ່ງສະບັບນີ້ ອອກໂດຍລັດຖະມົນຕີວ່າການກະຊວງການເງິນ ເພື່ອລາຍລະອຽດການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການບັນຊີ, ມາດຕະຖານການເຮັດບັນຊີທົ່ວປະເທດ, ກວມເອົາການນຳໃຊ້ມາດຕະຖານການລາຍງານການເງິນ, ການຈັດຕັ້ງປະຕິບັດວຽກງານບັນຊີ, ການສົ່ງລາຍງານການເງິນ, ພະນັກງານບັນຊີ, ການຄຸ້ມຄອງ ແລະ ກວດກາວຽກງານບັນຊີ, ເຄື່ອງແບບ ແລະ ເຄື່ອງໝາຍຂອງພະນັກງານບັນຊີ, ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການລົງໂທດຜູ້ລະເມີດ.
ມາດຕາ
ມາດຕາ 1
ຈຸດປະສົງ ຄຳແນະນຳສະບັບນີ້ ວາງອອກ ເພື່ອຜັນຂະຫຍາຍເນື້ອໃນບາງມາດຕາ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າ ດ້ວຍ ການບັນຊີ ໃຫ້ຄົບຖ້ວນ ແລະ ຊັດເຈນ ໂດຍສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ- ສັງຄົມ ຂອງປະເທດ, ພາກພື້ນ ແລະ ສາກົນ ໃນແຕ່ລະໄລຍະ ເພື່ອແນໃສ່ເຮັດໃຫ້ສາມາດຈັດຕັ້ງປະຕິບັດວຽກງານ ບັນຊີ ໃຫ້ມີຄວາມຖືກຕ້ອງ, ໂປ່ງໃສ, ມີປະສິດທິຜົນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ.
ມາດຕາ 2
ເນື້ອໃນຂອງຄຳແນະນຳ ຄຳແນະນຳສະບັບນີ້ ຕ້ອງປະຕິບັດໄປພ້ອມໆກັບ ກົດໝາຍວ່າດ້ວຍ ການບັນຊີ ໄດ້ກຳນົດໃຫ້ລະອຽດຕື່ມ ເປັນຕົ້ນ ມາດຕະຖານການລາຍງານການເງິນ, ການຈັດຕັ້ງປະຕິບັດວຽກງານບັນຊີ. ການລາຍງານເອກະສານລາຍງານ ການເງິນ, ຜູ້ຖືບັນຊີ. ການຄຸ້ມຄອງ ແລະ ກວດກາ ວຽກງານບັນຊີ, ເຄື່ອງແບບ. ເຄື່ອງໝາຍຂອງເຈົ້າໜ້າທີ່ບັນຊີ, ນະ ໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ. ໝວດທີ II ມາດຕະຖານການລາຍງານການເງິນ
ມາດຕາ 3
ຂໍ້ 21 ຂອງກົດໝາຍວ່າດ້ວຍ ການບັນຊີແລ້ວ. ເອກະສານລາຍ ງານການເງິນສະເພາະກິດຈະການ ຍັງແມ່ນເອກະສານລາຍງານການເງິນສະເພາະ ຂອງຫົວຫ່ວຍຖືບັນຊີວິ ສາຫະກິດ ຫົວຫ່ວຍດຽວ ທີບໍ່ລວມເອົາເອກະສານລາຍງານການເງິນ ຂອງທັງນົດບໍລິສັດໃນກຸ່ມ (ຖ້າມີ) ຊຶງທຸກວິສາຫະກິດ ຕ້ອງສ້າງເອກະສານລາຍງານການເງິນສະເພາະກິດຈະການ ຕາມມາດຕະຖານການ ລາຍງານການເງິນ ທີແທດເຫາະ ກັບປະເພດວິສາຫະກິດຕົນ ຕາມທີ່ກຳນົດໄວ້ໃນຫວດທີ | ຂອງຄຳ ແນະນຳສະບັບນີ້. - ວິສາຫະກິດທີ່ສ້າງເອກະສານລາຍງານການເງິນສະເພາະກິດຈະການ ຕາມມາດຕະຖານສາກົນດ້ານການ ລາຍງານການເງິນ ກໍສາມາດນຳໃຊ້ຮູບແບບເອກະສານລາຍງານການເງິນສະເພາະກິດຈະການ ສຳລັບວິ ສາຫະກິດທີບໍ່ຮັບໃຊ້ຜົນປະໂຫຍດສາທາລະນະຂະຫາດໃຫຍ່ກໍ່ໄດ້. 3. ເອກະສານລາຍງານການເງິນລວມກິດຈະການ |
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 64 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ