ຄຳສັ່ງແນະນຳ ວ່າດ້ວຍ ການແກ້ໄຂການນຳໃຊ້ພາຫະນະທຸກປະເພດ ທີ່ນຳເຂົ້າ ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ພາຍໃນແຂວງຊຽງຂວາງ
关于整治川圹省内违反法律及规章进口的各类车辆使用问题的指示令
Instruction on Addressing the Use of Vehicles Illegally Imported in Violation of Laws and Regulations within Xieng Khouang Province
ບົດສະຫຼຸບ
ຄຳສັ່ງເລກທີ 60/ຫ້ອງການ-ຊຽງ ຂອງແຂວງຊຽງຂວາງ ກຳນົດມາດຕະການຕໍ່ກັບພາຫະນະທີ່ນຳເຂົ້າບໍ່ຖືກຕ້ອງ ແລະ ນຳໃຊ້ບໍ່ຖືກຕ້ອງຕາມກົດໝາຍຢູ່ໃນແຂວງ, ລວມທັງການຊຳລະພາສີນຳເຂົ້າ, ການຂຶ້ນທະບຽນ ແລະ ການກວດກາ ເພື່ອບັນລຸເປົ້າໝາຍການເກັບລາຍຮັບຂອງລັດໃນສອງເດືອນທ້າຍປີງົບປະມານ 2014-2015.
ມາດຕາ
ມາດຕາ 1
ມອບໃຫ້ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ ທີ່ກ່າວມາຂ້າງເທິງ ທີ່ນຳໃຊ້, ຖືຄອງພາຫະນະປະເພດຕ່າງໆ (ເຊັ່ນ: ລົດຈັກ, ລົດໂດຍສານ, ລົດກະບະ, ລົດຈີບ, ລົດຂົນສົ່ງ, ລົດໄຖນາ, ລົດປ້າຍທາງການ, ປ້າຍວິສາຫະກິດ, ປ້າຍ 1%, ປ້າຍຊົ່ວຄາວ, ປ້າຍເຫຼືອງຂອງເອກະຊົນລາວ ແລະ ອື່ນໆ) ແຕ່ຍັງບໍ່ທັນໄດ້ຊຳລະພາສີອາກອນ ແລະ ພັນທະອື່ນໆ ຕາມກົດໝາຍ ແລະ ລະບຽບການ (ບໍ່ວ່າຈະໄດ້ແຈ້ງ ຫຼື ຍັງບໍ່ທັນແຈ້ງ) ໄປຕິດຕໍ່ກັບຄະນະກຳມະການແກ້ໄຂພາຫະນະນຳເຂົ້າຜິດກົດໝາຍຂອງແຂວງ ທີ່ປະຈຳຢູ່ກົມກວດກາພາສີແຂວງຊຽງຂວາງ (ຕັ້ງຢູ່ໃນອາຄານຫ້ອງການຄັງເງິນແຂວງ) ຜ່ານກົມການຂົນສົ່ງ ແລະ ສື່ສານສາທາລະນະແຂວງ, ນັບແຕ່ວັນທີ 25 ສິງຫາ 2015 ເປັນຕົ້ນໄປ; ຫຼື ໄປຕິດຕໍ່ຢູ່ເມືອງຕ່າງໆ ທີ່ຄະນະກຳມະການແກ້ໄຂລົງໄປ.
ມາດຕາ 2
ສຳລັບມາດຕະການແກ້ໄຂການນຳໃຊ້ພາຫະນະທີ່ບໍ່ຖືກຕ້ອງຕາມກົດໝາຍໃນແຕ່ລະກໍລະນີ, ຕ້ອງປະຕິບັດຢ່າງເຂັ້ມງວດຕາມເນື້ອໃນຂອງໜັງສືແຈ້ງການຂອງກະຊວງການເງິນ ສະບັບເລກທີ 2070/ກງ ລົງວັນທີ 25 ມິຖຸນາ 2015.
ມາດຕາ 3
ມອບໃຫ້ຄະນະກຳມະການແກ້ໄຂພາຫະນະນຳເຂົ້າຜິດກົດໝາຍຂອງແຂວງ ທີ່ແຕ່ງຕັ້ງຂຶ້ນຕາມຄຳສັ່ງຂອງເຈົ້າແຂວງ ສະບັບເລກທີ 147/ຫອກ-ຊຽງ ລົງວັນທີ 23 ກຸມພາ 2015, ສຶກສາ ແລະ ຕົກລົງເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານຕົວຈິງຢູ່ບັນດາເມືອງ, ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ນຳໃຊ້ພາຫະນະ ຫຼື ເຈົ້າຂອງພາຫະນະ ໃນການຈົດທະບຽນ ແລະ ນຳໃຊ້ປ້າຍທະບຽນຢ່າງຖືກຕ້ອງ ຫຼັງຈາກໄດ້ຊຳລະພາສີອາກອນ ແລະ ພັນທະອື່ນໆ ຄົບຖ້ວນ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 6 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ