ຄຳສັ່ງແນະນຳ ວ່າດ້ວຍ ການຄຸ້ມຄອງ ແລະ ປົກປັກຮັກສາສິ່ງແວດລ້ອມ

关于环境管理与保护的指示令

Instruction on Environmental Management and Protection

ບົດສະຫຼຸບ

ເຈົ້າແຂວງຊຽງຂວາງ ອອກຄຳສັ່ງຊີ້ນຳ ໃຫ້ບັນດາພະແນກ, ຫ້ອງການ, ວິສາຫະກິດ, ອົງການຈັດຕັ້ງບ້ານ ແລະ ປະຊາຊົນທົ່ວແຂວງ ຮ່ວມກັນຄຸ້ມຄອງ ແລະ ປົກປັກຮັກສາສິ່ງແວດລ້ອມ, ກຳນົດ 21 ຂໍ້ ເຊັ່ນ: ໂຄງການລົງທຶນຕ້ອງໄດ້ຮັບໃບຢັ້ງຢືນດ້ານສິ່ງແວດລ້ອມ, ຄວບຄຸມມົນລະພິດ, ຈັດຕັ້ງປະຕິບັດມາດຕະການຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ.

ມາດຕາ

ມາດຕາ 1

ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາຊົນ, ນັກຮຽນ, ນັກສຶກສາ ທຸກຄົນ ຕ້ອງມີຄວາມຮັບຜິດຊອບຢ່າງຕັ້ງໜ້າໃນການປ້ອງກັນ, ປົກປັກຮັກສາ, ຟື້ນຟູ, ຟື້ນຄືນສະພາບແວດລ້ອມ, ຄວບຄຸມມົນລະພິດ ແລະ ໄພພິບັດທຳມະຊາດ ເພື່ອໃຫ້ສະພາບແວດລ້ອມມີຄວາມຂຽວສົດ, ສະອາດ, ງາມຕາ, ຫ່າງໄກຈາກມົນລະພິດ ແລະ ບໍ່ສົ່ງຜົນກະທົບທີ່ບໍ່ດີຕໍ່ຊີວິດ ແລະ ສຸຂະພາບຂອງຄົນ, ສັດ, ພືດ ແລະ ລະບົບນິເວດ.

ມາດຕາ 2

ບຸກຄົນ, ຄອບຄົວ, ນິຕິບຸກຄົນ ແລະ ທຸກພາກສ່ວນຂອງອົງການຈັດຕັ້ງ ລ້ວນມີພັນທະໃນການປົກປ້ອງສິ່ງແວດລ້ອມ ໂດຍຜ່ານການປ້ອງກັນ, ປັບປຸງ, ຟື້ນຟູ, ຄວບຄຸມ, ຕິດຕາມ ແລະ ຕິດຕາມກວດກາ, ບໍ່ໃຫ້ກໍ່ໃຫ້ເກີດຜົນກະທົບ, ບໍ່ໃຫ້ສິ່ງແວດລ້ອມເສື່ອມໂຊມ, ບໍ່ໃຫ້ຜະລິດ ແລະ ປ່ອຍມົນລະພິດເກີນມາດຕະຖານການຄວບຄຸມມົນລະພິດແຫ່ງຊາດ ແລະ ມາດຕະຖານຄຸນນະພາບສິ່ງແວດລ້ອມແຫ່ງຊາດ, ເພື່ອຮັບປະກັນຄຸນນະພາບສິ່ງແວດລ້ອມທີ່ດີ ແລະ ຮັບປະກັນການພັດທະນາແບບຍືນຍົງ.

ມາດຕາ 3

ບຸກຄົນ, ຄອບຄົວ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຂະແໜງການຕ່າງໆ ທີ່ມີກິດຈະກຳທາງທຸລະກິດສົ່ງຜົນກະທົບຕໍ່ສະພາບແວດລ້ອມສັງຄົມ ແລະ ທຳມະຊາດ ຕ້ອງຮັບຜິດຊອບແກ້ໄຂບັນຫາທັງໝົດທີ່ເກີດຂຶ້ນຈາກການນັ້ນ ລວມທັງຮັບຜິດຊອບຄ່າໃຊ້ຈ່າຍທັງໝົດທີ່ຈຳເປັນໃນການແກ້ໄຂບັນຫາດັ່ງກ່າວ ໃຫ້ພຽງພໍທີ່ຈະແກ້ໄຂບັນຫາຂ້າງເທິງນີ້ໄດ້.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 21 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ