ຄຳສັ່ງແນະນຳ ວ່າດ້ວຍການຄຸ້ມຄອງຊັບພະຍາກອນແຮ່ທາດ ຢູ່ແຂວງຊຽງຂວາງ
指导命令:关于川圹省矿产资源管理
Directive on Mineral Resource Management in Xieng Khouang Province
ບົດສະຫຼຸບ
ຄຳສັ່ງຊີ້ນຳຂອງເຈົ້າແຂວງຊຽງຂວາງ ໂດຍອີງໃສ່ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍບໍ່ແຮ່ ແລະ ແຜນຍຸດທະສາດບໍ່ແຮ່ ກຳນົດການຄຸ້ມຄອງຊັບພະຍາກອນບໍ່ແຮ່ໃນແຂວງຊຽງຂວາງ, ຊີ້ແຈງວ່າບໍ່ແຮ່ເປັນຊັບສິນຂອງລັດ, ກຳນົດການຄຸ້ມຄອງ, ການຕິດຕາມກວດກາ ແລະ ພັນທະຂອງວິສາຫະກິດສຳຫຼວດ-ຂຸດຄົ້ນ, ຫ້າມການສຳຫຼວດ, ຂຸດຄົ້ນ, ຂົນສົ່ງ ແລະ ປຸງແຕ່ງໂດຍບໍ່ໄດ້ຮັບອະນຸຍາດ.
ມາດຕາ
ມາດຕາ 1
ຊັບພະຍາກອນແຮ່ທາດທີ່ຢູ່ເທິງໜ້າດິນ ແລະ ໃຕ້ດິນ ລ້ວນແຕ່ເປັນຊັບສິນຂອງລັດ, ຫ້າມບຸກຄົນ, ນິຕິບຸກຄົນ ແລະ ອົງກອນຕ່າງໆ ຄຸ້ມຄອງ ແລະ ນຳໃຊ້ ໂດຍບໍ່ໄດ້ຮັບອະນຸຍາດຈາກອົງການຈັດຕັ້ງຂອງລັດ ຕາມກົດໝາຍ.
ມາດຕາ 2
ວິສາຫະກິດຂຸດຄົ້ນບໍ່ແຮ່ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ ໃຫ້ດຳເນີນທຸລະກິດຢູ່ໃນເຂດແຂວງຊຽງຂວາງ ຕ້ອງນຳສົ່ງເອກະສານທີ່ກ່ຽວຂ້ອງທັງໝົດ ໃຫ້ແກ່ອຳນາດການປົກຄອງແຂວງ ແລະ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເພື່ອຊາບ ແລະ ປະສານງານຮ່ວມມືໃນການດຳເນີນວຽກງານດັ່ງກ່າວ.
ມາດຕາ 3
ບໍລິສັດຕ້ອງຕັ້ງສຳນັກງານຂອງຕົນຢ່າງຖືກຕ້ອງ ຢູ່ໃນນະຄອນຫຼວງແຂວງ ຫຼື ເມືອງທີ່ມີໂຄງການ ເພື່ອໃຊ້ເປັນສະຖານທີ່ຕິດຕໍ່ປະສານງານ ກ່ອນທີ່ບໍລິສັດຈະເລີ່ມດຳເນີນງານ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 13 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ