ຄຳສັ່ງແນະນຳ ກ່ຽວກັບວຽກງານຄຸ້ມຄອງ ແລະ ບໍລິຫານທີ່ດິນ ຢູ່ພາຍໃນ ແຂວງຊຽງຂວາງ
指导命令:关于川圹省境内土地管理与行政管理工作
Directive on Land Management and Administration within Xieng Khouang Province
ບົດສະຫຼຸບ
ເຈົ້າແຂວງຊຽງຂວາງ ອອກຄຳສັ່ງຊີ້ນຳກ່ຽວກັບການຄຸ້ມຄອງ ແລະ ບໍລິຫານທີ່ດິນທົ່ວແຂວງ ໂດຍອີງໃສ່ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍທີ່ດິນ ແລະ ບັນດານິຕິກຳ, ແບ່ງອອກເປັນ 4 ພາກ ກຳນົດກ່ຽວກັບການອະນຸຍາດນຳໃຊ້ທີ່ດິນກໍ່ສ້າງ, ການສຳປະທານທີ່ດິນ, ຂອບເຂດອຳນາດຂອງອົງການປົກຄອງບ້ານ ແລະ ການເກັບລາຍຮັບຈາກທີ່ດິນ.
ມາດຕາ
ມາດຕາ 1
ໜຶ່ງ, ສິດນຳໃຊ້ທີ່ດິນ ຫຼື ສິດອະນຸຍາດໃຊ້. 1. ກ່ຽວກັບການອະນຸມັດສິດນຳໃຊ້ທີ່ດິນກໍ່ສ້າງ. 1.1 ການອະນຸມັດສິດນຳໃຊ້ທີ່ດິນກໍ່ສ້າງສຳລັບບັນດາອົງການຂຶ້ນກັບແຂວງ, ບັນດາກົມ, ສະຫະກອນ ແລະ ວິສາຫະກິດຂອງລັດທຸກປະເພດ, ໃຫ້ເຈົ້າແຂວງເປັນຜູ້ກວດກາ ແລະ ຕັດສິນ.
ມາດຕາ 2
1.2 ທີ່ດິນກໍ່ສ້າງສຳນັກງານຂອງອົງການປົກຄອງລັດທີ່ຂຶ້ນກັບເມືອງ, ໃຫ້ເຈົ້າເມືອງກວດກາ ແລະ ຕັດສິນ; ທີ່ດິນກໍ່ສ້າງສຳນັກງານຂອງວິສາຫະກິດລັດທີ່ຂຶ້ນກັບເມືອງ, ໃຫ້ເຈົ້າເມືອງກວດກາ ແລ້ວສະເໜີໃຫ້ເຈົ້າແຂວງພິຈາລະນາ ແລະ ຕັດສິນ.
ມາດຕາ 3
1.3 ການອະນຸມັດສິດນຳໃຊ້ທີ່ດິນກໍ່ສ້າງສຳລັບບັນດາອົງການ, ກົມ, ບຸກຄົນ, ນິຕິບຸກຄົນ ທີ່ໄດ້ຮັບການຈັດສັນຕອນດິນໃໝ່ໃນເຂດຮັບຜິດຊອບຂອງເມືອງ ແລະ ບ້ານຕ່າງໆ, ຕ້ອງຜ່ານການຕັດສິນຂອງເຈົ້າເມືອງ, ແລະ ຕ້ອງໄດ້ຮັບຄວາມເຫັນດີຈາກເຈົ້າແຂວງ; ການຕັດສິນຈັດສັນໃຫ້ຈຳກັດສະເພາະຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການສາທາລະນະຂອງລັດ ແລະ ຜູ້ທີ່ໄດ້ຮັບນະໂຍບາຍຂອງລັດ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 42 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ