ຄຳສັ່ງແນະນຳ ເລື່ອງ: ການສະກັດກັນກຸ່ມຄົນບໍ່ດີທີ່ລັກອຸປະກອນສາຍສົ່ງໄຟຟ້າແຮງສູງ ແລະ ຫ້າມບໍ່ໃຫ້ປູກຕົ້ນໄມ້, ປຸກສ້າງສິ່ງທີ່ຢູ່ອາໄສ ຢູ່ກ້ອງແລວສາຍສົ່ງໄຟຟ້າແຮງສູງ ໃນຂອບເຂດແຂວງຊຽງຂວາງ

指导命令:关于打击盗窃高压输电线路设备的不法分子,以及禁止在高压输电线路走廊下种树、建造住所(川圹省辖区内)

Directive on Combating Theft of High-Voltage Transmission Line Equipment and Prohibiting Tree Planting and Construction under High-Voltage Transmission Line Corridors (Within Xieng Khouang Province)

ບົດສະຫຼຸບ

ຄຳສັ່ງຊີ້ນຳຂອງເຈົ້າແຂວງຊຽງຂວາງ ຮຽກຮ້ອງໃຫ້ທຸກຂະແໜງການ, ທຸກເມືອງ ແລະ ວິສາຫະກິດໃນແຂວງ ຮ່ວມກັນສະກັດກັ້ນ ແລະ ປາບປາມການລັກລອບອຸປະກອນສາຍສົ່ງໄຟຟ້າແຮງສູງ, ຫ້າມປູກຕົ້ນໄມ້ ແລະ ກໍ່ສ້າງເຮືອນຢູ່ໃນເສັ້ນທາງສາຍສົ່ງ ເພື່ອຮັບປະກັນຄວາມປອດໄພຂອງການສະໜອງໄຟຟ້າ.

ມາດຕາ

ມາດຕາ 1

ມອບໃຫ້ທຸກຂະແໜງການ ນັບແຕ່ຂັ້ນແຂວງລົງຮອດຂັ້ນຮາກຖານ ຮ່ວມກັນປະສານງານ ເພື່ອສືບສວນຕິດຕາມຜູ້ກະທຳຜິດທີ່ພະຍາຍາມທຳລາຍ ຫຼື ລັກຂະໂມຍອຸປະກອນສາຍສົ່ງໄຟຟ້າແຮງສູງ.

ມາດຕາ 2

ມອບໃຫ້ເຈົ້າແຂວງແຕ່ລະທ່ານອອກປະກາດ, ເພື່ອແຈ້ງຄຳສັ່ງຊີ້ນຳນີ້ໃຫ້ບັນດາຫ້ອງການ, ກຸ່ມບ້ານ, ແລະ ບ້ານຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຮັບຊາບ, ເພື່ອຕິດຕາມ ແລະ ກວດກາກິດຈະກຳຂອງຜູ້ກະທຳຜິດ.

ມາດຕາ 3

ຫ້າມບໍ່ໃຫ້ຮ້ານຄ້າ ວິສາຫະກິດ ບໍລິສັດ ແລະ ບຸກຄົນທຸກປະເພດ ຮັບຊື້ ຫຼື ຄ້າຂາຍອຸປະກອນຫໍໄຟຟ້າແຮງສູງ ທີ່ຜູ້ກະທຳຜິດລັກຂະໂມຍມາແລ້ວນຳມາຂາຍຕໍ່; ຖ້າຜູ້ໃດບໍ່ປະຕິບັດຕາມ ຈະຖືກລົງໂທດຢ່າງໜັກ ແລະ ດຳເນີນຄະດີຕາມກົດໝາຍ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 9 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ