ຄຳສັງ ວ່າດ້ວຍການສະກັດກັນການລັກລອບປູກຝິ່ນຂອງປະຊາຊົນ
关于制止民众非法种植鸦片的命令
Order on Suppressing the Illegal Cultivation of Opium by the People
ບົດສະຫຼຸບ
ຄຳສັ່ງສະບັບນີ້ອອກໂດຍຫ້ອງການປົກຄອງແຂວງຊຽງຂວາງ ໂດຍອີງໃສ່ກົດໝາຍວ່າດ້ວຍຢາເສບຕິດ ແລະ ຄຳສັ່ງທີ່ກ່ຽວຂ້ອງ, ຮຽກຮ້ອງໃຫ້ບັນດາເມືອງ ແລະ ພາກສ່ວນກ່ຽວຂ້ອງ ຢຸດຕິການປູກຝິ່ນທີ່ຜິດກົດໝາຍ, ການປຸງແຕ່ງ ແລະ ຄ້າຂາຍຜະລິດຕະພັນຝິ່ນຢ່າງເດັດຂາດ, ພ້ອມທັງຈັດຫາອາຊີບທົດແທນໃຫ້ປະຊາຊົນທີ່ເລີກປູກ, ຈັດຕັ້ງການປະສານງານ, ກວດກາ ແລະ ລາຍງານ.
ມາດຕາ
ມາດຕາ 1
ມອບໃຫ້ແຕ່ລະເມືອງເປັນເຈົ້າການ ແກ້ໄຂບັນຫາການປູກຝິ່ນໂດຍຜິດກົດໝາຍພາຍໃນເມືອງຂອງຕົນ ຢ່າງເດັດຂາດ ແລະ ຢຸດຕິການປູກຢ່າງສິ້ນເຊີງ ຫ້າມບໍ່ໃຫ້ມີການຮ້ອງຂໍປູກຝິ່ນດ້ວຍເຫດຜົນໃດໆ; ສຳລັບຄອບຄົວ ຫຼື ບ້ານທີ່ຍັງມີການປູກຝິ່ນໂດຍຜິດກົດໝາຍ ໃຫ້ບັນທຶກເປັນລາຍລັກອັກສອນ ແລະ ສັ່ງໃຫ້ຢຸດ.
ມາດຕາ 2
ຫ້າມຜະລິດຜະລິດຕະພັນທີ່ປຸງແຕ່ງຈາກຝິ່ນ, ຫ້າມວາງຈຳໜ່າຍຢາຝິ່ນດິບ, ຕົ້ນຝິ່ນທັງຕົ້ນ ແລະ ແກ່ນຝິ່ນ ໃນຕະຫຼາດ; ມອບໃຫ້ບັນດາເມືອງຮັບຜິດຊອບກວດກາ ແລະ ດຳເນີນມາດຕະການຢ່າງເດັດຂາດຕໍ່ຜູ້ລະເມີດ (ລວມທັງການຊື້ຂາຍຢາເສບຕິດທຸກປະເພດ).
ມາດຕາ 3
ສຳລັບຜູ້ທີ່ຍັງກະທຳຜິດຢູ່ ໃຫ້ມອບໃຫ້ແຕ່ລະເມືອງເປັນເຈົ້າການດຳເນີນການ ການສຶກສາອົບຮົມ ຕັກເຕືອນ ແລະ ເຕືອນໄພ; ຖ້າຍັງດື້ດ້ານຝ່າຝືນ ໃຫ້ດຳເນີນການຕາມຂັ້ນຕອນກົດໝາຍຢ່າງເຂັ້ມງວດ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 7 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ