ຄຳສັ່ງ ຂອງລັດຖະມົນຕີວ່າການ ກ່ຽວກັບການຕິດສະຫຼາກສິນຄ້າ ເປັນພາສາລາວ
部长令——关于以老挝语张贴商品标签
Ministerial Order on Displaying Product Labels in the Lao Language
ບົດສະຫຼຸບ
ຄຳສັ່ງຂອງລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອລາຍລະອຽດມາດຕາ 18, 19, 20, 60, 61 ຂອງກົດໝາຍວ່າດ້ວຍການປົກປ້ອງຜູ້ບໍລິໂພກ ກຳນົດໃຫ້ຜູ້ຜະລິດ, ຜູ້ນຳເຂົ້າ ແລະ ຜູ້ຂາຍຍ່ອຍ-ສົ່ງ ຕິດປ້າຍສິນຄ້າເປັນພາສາລາວກ່ອນຈຳໜ່າຍ, ກຳນົດເນື້ອໃນປ້າຍ, ຂໍ້ຍົກເວັ້ນ, ການລົງໂທດ ແລະ ໄລຍະເວລາປະຕິບັດ.
ມາດຕາ
ມາດຕາ 1
ມອບໃຫ້ກົມອຸດສາຫະກຳ ແລະ ການຄ້າ ແຂວງ ນະຄອນຫຼວງ ຮ່ວມກັບຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ (ເທດສະບານ) ໃນຂົງເຂດຂອງຕົນ ເຂົ້າເຖິງການເຜີຍແຜ່ ແລະ ຊີ້ນຳຜູ້ຜະລິດ ຜູ້ນຳເຂົ້າ ຜູ້ຄ້າສົ່ງ ແລະ ຜູ້ຄ້າປີກ ໃຫ້ຕິດປ້າຍສິນຄ້າເປັນພາສາລາວ ຕາມຂໍ້ກຳນົດດັ່ງນີ້: 1) ຜູ້ຜະລິດທີ່ດຳເນີນການຜະລິດ ປະກອບ ປຸງແຕ່ງ ຫຸ້ມຫໍ່ ພາຍໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕະຫຼອດຮອດຜູ້ນຳເຂົ້າ ແລະ ຜູ້ຈຳໜ່າຍ ທີ່ມີທະບຽນການຄ້າ ດຳເນີນທຸລະກິດຄ້າສົ່ງ ຫຼື ເປັນຕົວແທນຈຳໜ່າຍສິນຄ້າໃດໜຶ່ງ ຕ້ອງຕິດປ້າຍສິນຄ້າເປັນພາສາລາວກ່ອນ ຈຶ່ງຈະສາມາດຈຳໜ່າຍໃຫ້ຜູ້ບໍລິໂພກ ຫຼື ສະໜອງໃຫ້ຜູ້ຄ້າປີກໄດ້. ຖ້າເຈົ້າໜ້າທີ່ກວດກາການຄ້າ ພົບເຫັນສິນຄ້າທີ່ສະໜອງບໍ່ໄດ້ຕິດປ້າຍເປັນພາສາລາວ ຈະຖືກຕັກເຕືອນ ປັບໃໝ ສັ່ງພັກເຊົາດຳເນີນທຸລະກິດ ຫຼື ເພີກໃບທະບຽນການຄ້າ. 2) ຜູ້ປະກອບການຄ້າປີກ: ເມື່ອຮັບສິນຄ້າມາຈຳໜ່າຍ ຕ້ອງຮັບສະເພາະສິນຄ້າທີ່ໄດ້ຕິດປ້າຍເປັນພາສາລາວແລ້ວ ແລະ ສາມາດວາງຈຳໜ່າຍໄດ້ສະເພາະສິນຄ້າທີ່ຕິດປ້າຍເປັນພາສາລາວເທົ່ານັ້ນ. ຖ້າເຈົ້າໜ້າທີ່ກວດກາການຄ້າ ພົບເຫັນສິນຄ້າທີ່ວາງຈຳໜ່າຍບໍ່ໄດ້ຕິດປ້າຍເປັນພາສາລາວ ຈະຖືກຕັກເຕືອນ ປັບໃໝ ຍຶດ ຫຼື ອາຍັດສິນຄ້ານັ້ນ. 3) ສຳລັບສິນຄ້າທີ່ໄດ້ຜະລິດ ຫຼື ນຳເຂົ້າມາຈຳໜ່າຍກ່ອນວັນທີ່ຄຳສັ່ງສະບັບນີ້ມີຜົນບັງຄັບໃຊ້ ຜູ້ຄ້າປີກຕ້ອງປະສານງານກັບຜູ້ສະໜອງ ເພື່ອຂໍປ້າຍພາສາລາວ; ຖ້າຜູ້ສະໜອງບໍ່ສາມາດພິມໄດ້ ໃຫ້ກົມອຸດສາຫະກຳ ແລະ ການຄ້າ ແຂວງ ນະຄອນຫຼວງ ຮ່ວມກັບຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ ລົງກວດສອບ ແລະ ຈົດທະບຽນສິນຄ້ານັ້ນ ຈາກນັ້ນ ຕິດຕາມການຈຳໜ່າຍເປັນໄລຍະ ຈົນກວ່າສິນຄ້າຊຸດນັ້ນຈະຈຳໜ່າຍໝົດ.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 9 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ