ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ)

关于实施《社会保险法》的指导意见(修订版)

Revised Guiding Opinions on the Implementation of the Social Insurance Law

ບົດສະຫຼຸບ

ຄຳແນະນຳຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເລກທີ 2751/ກຮສ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປະກັນສັງຄົມ, ຊີ້ແຈງ ແລະ ກຳນົດເປັນເອກະພາບກ່ຽວກັບຜູ້ມີສິດ, ເງື່ອນໄຂ, ວິທີການຄິດໄລ່, ອັດຕາເງິນສົມທົບ ແລະ ຂັ້ນຕອນການຂໍຮັບເງິນຊ່ວຍເຫຼືອປະກັນສັງຄົມປະເພດຕ່າງໆ, ມີຜົນສັກສິດແຕ່ວັນທີ 1 ສິງຫາ 2015.

ມາດຕາ

ມາດຕາ 1

ເປົ້າໜາຍຮັບການອຸດຫູນປະກັນສັງຄົມ ເປົ້າຫາຍທີ່ຕ້ອງເຂົ້າປະກັນສັງຄົມແບບບັ້ງຄັບ ແລະ ແບບສະຫັກໃຈ ເພື່ອຮັບການອຸດຫູນປະກັນສັງຄົມ ມີ . . ດັງນີ່: " 1.1.ກຸ່ມເປົ້າປນາຍແບບບັງຄັບ - ອົງການຈັດຕັ້ງຂອງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ; - ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ພະນັກງານບຳນານ, ຜູ້ເສັຍອົງຄະ ແລະ ສະມາຊິກຄອບຄົວ ຂອງພວກກ່ຽວ; - ຫົວຫ່ວຍແຮງງານຕ່າງໆໃນຂົງເຂດທຸລະກິດ, ການຜະລິດ ແລະ ການບໍລິການຂອງທຸກພາກສ່ວນເສດຖະກິດ- ສັງຄົມ ເປັນຕົນ ລັດວິສາຫະກິດ, ວິສາຫະກິດເອກະຊົນ, ທະນາຄານທຸລະກິດ, ສະຖາບັນການເງິນຈຸລະພາກ, ສະຖາ ບັນການສຶກສາພາກເອກະຊົນ, ໂຮງໜໍເອກະຊົນ, ໂຮງຈັກ, ໂຮງງານ, ໂຮງແຮມ, ຮ້ານຊັບພະສິນຄ້າ, ຮ້ານອາຫານ, ຟາມກະສິກຳ, ໂຄງການລົງທຶນດ້ານຕ່າງໆ ແລະ ອື່ນໆ; - ຜູ້ອອກແຮງງານ ໃນຫົວຫ່ວຍແຮງງານໃດຫຼ່ງ ທີ່ມີເງິນເດືອນ ຫຼື ຄ່າແຮງງານ; - ພະນັກງານຄົນລາວ ທີ່ເຮັດວຽກຢູ່ສະຖານທູດ, ກົງສູນ, ອົງການຈັດຕັ້ງສາກົນ ແລະ ອົງການທີ່ບໍ່ສັງກັດລັດ ຖະບານ ທີ່ປະຈຳຢູ່ ສປປ ລາວ: - ຜູ້ອອກແຮງງານຕ່າງປະເທດ ທີ່ເຂົ້າມາເຮັດວຽກໃນຫົວຫ່ວຍແຮງງານໃດຫົ່ງ ຊຶ່ງມີເງິນເດືອນ ຫຼື ຄ່າແຮງງານ. ກຸ່ມເປົ້າໜາຍດັ້ງກ່າວຂ້າງເທິງນີ້ ຕ້ອງໄດ້ຖອກເງິນສົມທົບເຂົ້າກອງທຶນປະກັນສັງຄົມແຫ່ງຊາດ ເປັນລາຍເດືອນ ຕາມລະບຽບການ ເພື່ອຮັບການອຸດຫຸນປະກັນສັງຄົມທຸກປະເພດ ຕາມທີ່ໄດ້ກຳນົດໄວ້. | 2 , . ສຳລັບ ຜົວ ຫຼື ເມັຍ ແລະ ລູກ ຂອງຜູ້ປະກັນຕົນ ຈະໄດ້ຮັບການອຸດຫຸນປິ່ນປົ່ວສຸຂະພາບ, ເສັຍຊີວິດ ແລະ ການອຸດໜສະມາຊິກຄອບຄົວ, ພໍ້ ຫຼື ແມ່ ຂອງຜູ້ປະກັນຕົນ ຈະໄດ້ຮັບການອຸດໜສະມາຊິກຄອບຄົວ. 1.2. ກຸ່ມເປົ້າໜາຍແບບສະໜັກໃຈ ຜູ້ປະກອບອາຊີບສ່ວນບຸກຄົນ ເປັນຕົ້ນ ຊາວກະສິກອນ, ຊາວຄ້າຂາຍ, ຜູ້ເຮັດການບໍລິການ ແລະ ອື່ນໆ ລວມ ທັງຜູ້ສະຫັກໃຈ ຈະໄດ້ຮັບການອຸດຫູນປະກັນສັງຄົມ ເປັນຕົ້ນ ການອຸດຫຸນປິນປົວສຸຂະພາບ, ການອອກລູກ ຫຼື ຫ ລູກ, ປ່ວຍການ, ເສັຍອົງຄະ, ບຳນານ, ເສັຍຊີວິດ ແລະ ສະມາຊິກຄອບຄົວ. . 2. ປະເພດການອຸດໜູນປະກັນສັງຄົມ

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 38 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ