ກົດໝາຍ ວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ (ສະບັບປັບປຸງ)
畜牧与兽医法(修订版)
Law on Livestock and Veterinary (Amended)
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດກົດລະບຽບການຄຸ້ມຄອງກິດຈະກຳການລ້ຽງສັດ ແລະ ສັດຕະວະແພດ, ກວມເອົາການຜະລິດການລ້ຽງສັດ, ການຮັກສາສຸຂະພາບສັດ ແລະ ເລື່ອງທີ່ກ່ຽວຂ້ອງກັບການປະກອບອາຊີບສັດຕະວະແພດ. ຈຸດປະສົງຂອງກົດໝາຍສະບັບນີ້ແມ່ນເພື່ອສົ່ງເສີມການພັດທະນາແບບຍືນຍົງຂອງຂະແໜງການລ້ຽງສັດ, ຮັບປະກັນຄວາມປອດໄພດ້ານສຸຂານາໄມສັດ, ແລະ ຄຸ້ມຄອງການໃຫ້ບໍລິການສັດຕະວະແພດໃຫ້ຖືກຕ້ອງຕາມລະບຽບ. ກົດໝາຍສະບັບນີ້ໃຊ້ບັງຄັບກັບບຸກຄົນ ແລະ ອົງກອນທີ່ປະກອບການລ້ຽງສັດ, ການກວດພະຍາດສັດ ແລະ ກິດຈະກຳທີ່ກ່ຽວຂ້ອງ, ກຳນົດພາລະບົດບາດຕິດຕາມກວດກາຂອງອົງການຄຸ້ມຄອງທີ່ຮັບຜິດຊອບ, ແລະ ກຳນົດເລື່ອງທີ່ຕ້ອງໄດ້ຮັບອະນຸຍາດ ແລະ ເລື່ອງທີ່ຫ້າມ, ເພື່ອຮັບປະກັນໃຫ້ຂະແໜງການດຳເນີນງານຢ່າງມີລະບຽບຮຽບຮ້ອຍ.
ມາດຕາ
ມາດຕາ 1
ມາດຕາ 1 (ປັບປຸງ) ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ການຄຸ້ມຄອງ, ການ
ຕິດຕາມ ແລະ ການກວດກາວຽກງານລ້ຽງສັດ ແລະ ສັດຕະວະແພດ ເພືອພັດທະນາ ການລ້ຽງສັດ, ການ
ຮັກສາສຸຂະພາບສັດ, ການປົກປັກຮັກສາກຳມະພັນ ແລະ ຊັບພະຍາກອນສັດ, ສະຫວັດດີການສັດ ແລະ
ຄວາມປອດໄພທາງດ້ານອາຫານ ແນໃສ່ເພີມປະລິມານ, ຍົກສູງຄຸນນະພາບຂອງຜະລິດຕະພັນສັດ ແລະ ຜະ
ລິດເປັນສິນຄ້າ, ປຶກປັກຮັກສາສິງແວດລ້ອມ. ສາມາດເຊືອມໂຍງກັບພາກພົນ ແລະ ສາກົນ ປະກອບສ່ວນ
ເຂົາໃນການຄຳປະກັນຄວາມພົນຄົງທາງດ້ານສະບຽງອາຫານ ແລະ ການຜະລິດເປັນສິນຄ້າຕາມທິດກະສິ
ກຳ ສີຂຽວ, ສະອາດ ແລະ ຍືນຍົງ.
ມາດຕາ 2
ມາດຕາ 2 (ປັບປຸງ) ການລ້ຽງສັດ
ການລ້ຽງສັດ ແມ່ນ ການນຳເອົາສັດມາລ້ຽງໃນສະຖານທີໃດຫຶ່ງທີເຫພາະສົມ ຊຶງມີການຄຸ້ມຄອງ.
ການປົກບັກຮັກສາ ແລະ ການນຳໃຊ້ແນວພັນສັດ. ການຈັດການທີຢູ່ອາໄສ ແລະ ສະພາບແວດລ້ອມຂອງ
ສັດ, ການສະຫອງອາຫານ, ນຳ ແລະ ການດູແລສຸຂະພາບສັດທີດີ ໂດຍບໍ່ມີຜົນກະທົບທາງລົບຕໍ່ສິງແວດ
ລ້ອມ ເພືອເຮັດໃຫ້ສັດມິສຸຂະພາບແຂງແຮງ, ຈະເລິນເຕີບໂຕ. ໃຫ້ຜົນຜະລິດຫຼາຍຂິນ ແນໃສ່ຮັບປະກັນ
ຕອບສະຫອອງໃຫ້ແກ່ຜູ້ບໍລິໂພກພາຍໃນ ແລະ ເປັນສິນຄ້າສົ່ງອອກ.
ມາດຕາ 3
ມາດຕາ 3 (ປັບປຸງ) ການສັດຕະວະແພດ
ການສັດຕະວະແພດ ແມ່ນ ການນຳໃຊ້ວິທະຍາສາດທາງດ້ານການແພດ ກ່ຽວກັບສັດເຂົ້າໃນວຽກ
ງານຮັກສາສຸຂະພາບສັດ ເປັນຕົ້ນ ການກວດສຸຂະພາບ. ການບົ່ງມະຕິພະຍາດ ແລະ ປິນປົວສັດລ້ຽງ. ສັດນ້າ
ແລະ ສັດປ່າ, ການກັນ ແລະ ຄວບຄຸມພະຍາດສັດຕິດຕໍ່ຈາກສັດສູ່ສັດ ລວມທັງພະຍາດສັດ ຕິດຕໍ່ສູ່ຄົນ.
ສະຫວັດດີການສັດ. ການກວດກາຄຸນນະພາບ ແລະ ຄວາມປອດໄພທາງດ້ານອາຫານໃຫ້ແກ່ຜູ້ບໍລິໂພກ
ຕາມລະບົບຕ່ອງໂສ້ຂອງການຜະລິດສັດ. ຈຳຫ່າຍ ແລະ ການນຳໃຊ້ຜະລິດຕະພັນສິນຄ້າກ່ຽວກັບສັດ ລວມ
ທັ່ງການຄູ້ມຄອງວິຊາຊີບລ້ຽງສັດ ແລະ ສັດຕະວະແພດ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 121 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ